Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແລ້ວ​ມີ​ສຽງ​ໜຶ່ງ​ອອກ​ມາ​ຈາກ​ບັນລັງ​ວ່າ: “ຈົ່ງ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ, ພວກເຈົ້າ​ທັງຫລາຍ​ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ, ຜູ້​ທີ່​ຢຳເກງ​ພຣະອົງ, ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ແລະ​ມີ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ​ວ່າ, “ເຈົ້າ​ທັງຫລາຍ​ຜູ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ທີ່​ຢຳເກງ​ພຣະອົງ ທັງ​ຜູ້ໃຫຍ່​ແລະ​ຜູ້ນ້ອຍ ຈົ່ງ​ຖວາຍ​ສັນລະເສີນ​ແດ່​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ.”

Uka jalj uñjjattʼäta Copia luraña




ພຣະນິມິດ 19:5
14 Jak'a apnaqawi uñst'ayäwi  

ມັນ​ຍັງ​ບັງຄັບ​ທຸກຄົນ​ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ, ຄົນຮັ່ງມີ ແລະ ຄົນຍາກຈົນ, ຂ້າທາດ ຫລື ອິດສະຫລະ ໃຫ້​ຮັບ​ເຄື່ອງໝາຍ​ໄວ້​ທີ່​ມື​ຂວາ ຫລື ທີ່​ໜ້າຜາກ​ຂອງ​ພວກເຂົາ,


ເທວະດາ​ຕົນ​ທີເຈັດ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ອາກາດ ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ບັນລັງ​ໃນ​ວິຫານ​ວ່າ, “ສຳເລັດແລ້ວ!”


ເພື່ອ​ພວກເຈົ້າ​ຈະ​ໄດ້​ກິນ​ຊີ້ນ​ຂອງ​ບັນດາ​ກະສັດ, ຊີ້ນ​ຂອງ​ບັນດາ​ນາຍພົນ ແລະ ຜູ້ມີອຳນາດ, ຊີ້ນ​ມ້າ ແລະ ຊີ້ນ​ຂອງ​ຄົນຂີ່ມ້າ ແລະ ຊີ້ນ​ຂອງ​ປະຊາຊົນ​ທັງໝົດ, ຊີ້ນ​ຂອງ​ອິດສະຫລະ ແລະ ຂ້າທາດ, ຊີ້ນ​ຂອງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ”.


ແລະ ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ທີ່​ຄົນຕາຍ​ແລ້ວ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ໜັງສື​ຕ່າງໆ​ກໍ​ໄດ້​ເປີດອອກ. ມີ​ໜັງສື​ອີກ​ເຫລັ້ມ​ໜຶ່ງ​ກໍ​ໄດ້​ເປີດອອກ​ເໝືອນກັນ ເຊິ່ງ​ເປັນ​ໜັງສື​ແຫ່ງ​ຊີວິດ. ຜູ້​ທີ່​ຕາຍ​ແລ້ວ​ກໍ​ຖືກ​ພິພາກສາ​ຕາມ​ການກະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ເຫລົ່ານັ້ນ.


ເຫດສະນັ້ນ, “ພວກເຂົາ​ຈຶ່ງ​ໄດ້​ຢືນ​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະເຈົ້າ ແລະ ຮັບໃຊ້​ພຣະອົງ​ທັງ​ກາງເວັນ ແລະ ກາງຄືນ​ໃນ​ວິຫານ​ຂອງ​ພຣະອົງ, ແລະ ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ຈະ​ກຳບັງ​ພວກເຂົາ​ໄວ້​ດ້ວຍ​ການ​ສະຖິດ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka