Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຢືນ​ຢູ່​ໃນ​ຕາເວັນ ເຊິ່ງ​ຮ້ອງ​ສຽງ​ດັງ​ໃສ່​ນົກ​ທັງຫລາຍ​ທີ່​ກຳລັງ​ບິນ​ຢູ່​ກາງອາກາດ​ວ່າ, “ຈົ່ງ​ມາ, ມາ​ເຕົ້າໂຮມ​ກັນ​ເພື່ອ​ງານລ້ຽງໃຫຍ່​ຂອງ​ພຣະເຈົ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຢືນ​ຢູ່​ເທິງ​ຕາເວັນ. ເພິ່ນ​ຮ້ອງ​ສຽງດັງ​ໃສ່​ຝູງ​ນົກ​ທີ່​ບິນ​ໄປມາ​ຢູ່​ກາງ​ອາກາດ​ວ່າ, “ຈົ່ງ​ມາ​ໂຮມກັນ​ໃນ​ງານກິນລ້ຽງ​ອັນ​ໃຫຍ່​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 19:17
10 Jak'a apnaqawi uñst'ayäwi  

ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ກຳລັງ​ບິນ​ຢູ່​ໃນ​ກາງອາກາດ ແລະ ເທວະດາ​ຕົນ​ນັ້ນ​ມີ​ຂ່າວປະເສີດ​ນິລັນດອນ​ເພື່ອ​ປະກາດ​ແກ່​ຜູ້​ທີ່​ດຳເນີນຊີວິດ​ຢູ່​ເທິງ​ແຜ່ນດິນໂລກ, ແກ່​ທຸກ​ຊົນຊາດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ແກ່​ທຸກໆ​ຄົນ.


ສ່ວນ​ພວກ​ທີ່​ເຫລືອ​ກໍ​ຖືກ​ຂ້າ​ດ້ວຍ​ດາບ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ມ້າ​ນັ້ນ, ແລະ ນົກ​ທັງໝົດ​ກໍ​ພາກັນ​ກິນ​ຊີ້ນ​ຂອງ​ພວກເຂົາ.


ໃນ​ຂະນະ​ທີ່​ຂ້າພະເຈົ້າ​ເຝົ້າເບິ່ງ​ຢູ່​ນັ້ນ, ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ທີ່​ກຳລັງ​ບິນ​ຢູ່​ກາງອາກາດ​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ວິບັດ! ວິບັດ! ວິບັດ​ແກ່​ຄົນ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ, ເພາະ​ສຽງ​ແກ​ຂອງ​ເທວະດາ​ອີກ​ສາມ​ຕົນ​ທີ່​ກຳລັງ​ຈະ​ເປົ່າ​ນັ້ນ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka