Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ມີ​ດາບ​ຄົມ​ອອກມາ​ຈາກ​ປາກ​ຂອງ​ພຣະອົງ ໃຊ້​ດາບ​ນີ້​ຟາດ​ລົງ​ທີ່​ຊົນຊາດ​ທັງຫລາຍ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນ​ເຫລັກ”. ພຣະອົງ​ຢຽບ​ໃນ​ອ່າງ​ຢຽບ​ອະງຸ່ນ​ແຫ່ງ​ຄວາມໃຈຮ້າຍ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ມີ​ດາບ​ຄົມ​ດວງ​ໜຶ່ງ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ເພື່ອ​ພຣະອົງ​ຈະ​ເອົາ​ຊະນະ​ຊົນຊາດ​ທັງຫລາຍ​ດ້ວຍ​ດາບ​ນັ້ນ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນເຫລັກ​ທີ່​ມີ​ອຳນາດ ແລະ​ພຣະອົງ​ຈະ​ຢຽບ​ເອົາ​ນໍ້າ​ອະງຸ່ນ ໃນ​ອ່າງ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ແຮງກ້າ​ຂອງ​ພຣະເຈົ້າ ອົງ​ຊົງ​ຣິດທານຸພາບ​ສູງສຸດ.”

Uka jalj uñjjattʼäta Copia luraña




ພຣະນິມິດ 19:15
15 Jak'a apnaqawi uñst'ayäwi  

ເມື່ອ​ນັ້ນ​ຄົນ​ນອກ​ກົດໝາຍ​ນີ້​ຈະ​ປາກົດ​ໂຕ ຜູ້​ທີ່​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຈະ​ໂຄ່ນລົ້ມ​ມັນ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ ທຳລາຍ​ມັນ​ດ້ວຍ​ລັດສະໝີ​ແຫ່ງ​ການ​ມາ​ຂອງ​ພຣະອົງ.


ພຣະອົງ​ຖື​ດາວ​ເຈັດ​ດວງ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ມີ​ດາບ​ສອງ​ຄົມ​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ. ໃບໜ້າ​ຂອງ​ພຣະອົງ​ເໝືອນດັ່ງ​ດວງຕາເວັນ​ທີ່​ສ່ອງແສງ​ກ້າ.


ນາງ​ໄດ້​ເກີດ​ລູກຊາຍ​ຜູ້​ໜຶ່ງ, ເປັນ​ເດັກນ້ອຍ​ຜູ້ຊາຍ, ຜູ້​ທີ່ “ຈະ​ປົກຄອງ​ປະຊາຊາດ​ທັງປວງ​ດ້ວຍ​ຄາທາ​ເຫລັກ”. ແລະ ລູກ​ຂອງ​ນາງ​ໄດ້​ຖືກ​ດຶງ​ຂຶ້ນ​ໄປ​ຫາ​ພຣະເຈົ້າ ແລະ ໄປ​ທີ່​ບັນລັງ​ຂອງ​ພຣະອົງ.


ພວກເຂົາ​ຈະ​ຕ້ອງ​ດື່ມ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເຊິ່ງ​ໄດ້​ຖອກລົງ​ໃນ​ຈອກ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ. ພວກເຂົາ​ຈະ​ຖືກ​ທໍລະມານ​ດ້ວຍ​ໄຟ​ກັບ​ມາດ​ຕໍ່ໜ້າ​ບັນດາ​ເທວະດາ​ຜູ້​ບໍລິສຸດ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ.


ສ່ວນ​ພວກ​ທີ່​ເຫລືອ​ກໍ​ຖືກ​ຂ້າ​ດ້ວຍ​ດາບ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ມ້າ​ນັ້ນ, ແລະ ນົກ​ທັງໝົດ​ກໍ​ພາກັນ​ກິນ​ຊີ້ນ​ຂອງ​ພວກເຂົາ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເປຄາໂມ​ວ່າ: ພຣະອົງ​ຜູ້​ຖື​ດາບ​ສອງ​ຄົມ​ກ່າວ​ວ່າ.


ເຫດສະນັ້ນ ຈົ່ງ​ກັບໃຈໃໝ່! ບໍ່​ດັ່ງນັ້ນ, ເຮົາ​ຈະ​ມາ​ຫາ​ເຈົ້າ​ໄວໆ​ນີ້ ແລະ ເຮົາ​ຈະ​ຕໍ່ສູ້​ກັບ​ພວກເຂົາ​ດ້ວຍ​ດາບ​ແຫ່ງ​ປາກ​ຂອງ​ເຮົາ.


ຜູ້​ນັ້ນ ‘ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນ​ເຫລັກ ແລະ ຈະ​ທຸບ​ພວກເຂົາ​ໃຫ້​ໝຸ່ນ​ເປັນ​ຕ່ອນໆ​ຄື​ກັບ​ເຄື່ອງປັ້ນດິນເຜົາ’ ເໝືອນດັ່ງ​ທີ່​ເຮົາ​ໄດ້​ຮັບ​ສິດອຳນາດ​ຈາກ​ພຣະບິດາເຈົ້າ​ຂອງ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka