Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ດວງຕາ​ຂອງ​ພຣະອົງ​ເໝືອນ​ແປວໄຟ ແລະ ເທິງ​ຫົວ​ພຣະອົງ​ມີ​ມົງກຸດ​ຫລາຍ​ອັນ. ມີ​ຊື່​ຈາລຶກ​ໄວ້​ເທິງ​ພຣະອົງ​ທີ່​ບໍ່​ມີ​ຜູ້ໃດ​ຮູ້​ຈັກ​ຊື່​ນັ້ນ​ເລີຍ​ນອກ​ຈາກ​ພຣະອົງ​ເອງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ດວງຕາ​ຂອງ​ພຣະອົງ​ເປັນ​ເໝືອນ​ດັ່ງ​ແປວໄຟ ແລະ​ມີ​ມົງກຸດ​ຫລາຍ​ອັນ​ເທິງ​ຫົວ​ຂອງ​ພຣະອົງ ທີ່​ເທິງ​ຫົວ​ຂອງ​ພຣະອົງ​ມີ​ຊື່​ໜຶ່ງ​ຂຽນ​ໄວ້ ແຕ່​ບໍ່ມີ​ຜູ້ໃດ​ຮູ້ຈັກ ນອກຈາກ​ພຣະອົງ​ເອງ.

Uka jalj uñjjattʼäta Copia luraña




ພຣະນິມິດ 19:12
25 Jak'a apnaqawi uñst'ayäwi  

“ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ພຣະບຸດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ພຣະບິດາເຈົ້າ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ.


“ຈົ່ງ​ບອກ​ລູກສາວ​ແຫ່ງ​ຊີໂອນ​ວ່າ, ‘ເບິ່ງ​ແມ, ກະສັດ​ຂອງ​ເຈົ້າ​ມາ​ຫາ​ເຈົ້າ ຜູ້​ອ່ອນສຸພາບ ແລະ ຂີ່​ລໍ ແລະ ຢູ່​ເທິງ​ລໍນ້ອຍ ລູກ​ສັດໃຊ້ງານ​ໂຕ​ໜຶ່ງ’”.


ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


“ພຣະບິດາເຈົ້າ​ຂອງ​ເຮົາ​ມອບ​ທຸກສິ່ງ​ໃຫ້​ແກ່​ເຮົາ. ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບຸດ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບິດາເຈົ້າ ແລະ ບໍ່​ມີ​ຜູ້ໃດ​ຮູ້ຈັກ​ວ່າ​ພຣະບິດາເຈົ້າ​ເປັນ​ຜູ້ໃດ​ນອກ​ຈາກ​ພຣະບຸດ ແລະ ບັນດາ​ຜູ້​ທີ່​ພຣະບຸດ​ໄດ້​ເລືອກ​ທີ່​ຈະ​ເປີດເຜີຍ​ພຣະອົງ​ແກ່​ພວກເຂົາ”.


ຂ້ານ້ອຍ​ຈະ​ບໍ່​ຢູ່​ໃນ​ໂລກ​ອີກ​ຕໍ່ໄປ​ແຕ່​ພວກເຂົາ​ຍັງ​ຈະ​ຢູ່​ໃນ​ໂລກ ແລະ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຫາ​ພຣະອົງ. ພຣະບິດາເຈົ້າ​ຜູ້​ບໍລິສຸດ​ເອີຍ, ຂໍ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ​ໄວ້​ໂດຍ​ລິດອຳນາດ​ແຫ່ງ​ນາມ​ຂອງ​ພຣະອົງ, ຄື​ນາມ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພື່ອ​ວ່າ​ພວກເຂົາ​ຈະ​ເປັນ​ອັນໜຶ່ງອັນດຽວກັນ​ເໝືອນດັ່ງ​ພຣະອົງ​ກັບ​ຂ້ານ້ອຍ​ເປັນ​ອັນໜຶ່ງອັນດຽວກັນ.


ເມື່ອ​ຂ້ານ້ອຍ​ຍັງ​ຢູ່​ກັບ​ພວກເຂົາ, ຂ້ານ້ອຍ​ກໍ​ໄດ້​ປົກປ້ອງ ແລະ ຮັກສາ​ພວກເຂົາ​ໄວ້​ໃຫ້​ປອດໄພ​ໂດຍ​ລິດອຳນາດ​ແຫ່ງ​ນາມ​ຂອງ​ພຣະອົງ ຄື​ນາມ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ. ບໍ່​ມີ​ຈັກ​ຄົນ​ທີ່​ສູນເສຍ​ໄປ ຍົກເວັ້ນ​ແຕ່​ຜູ້​ດຽວ​ທີ່​ຈະ​ຕ້ອງ​ຈິບຫາຍ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ.


ສູງ​ກວ່າ​ຜູ້ປົກຄອງ ແລະ ຜູ້​ມີ​ສິດອຳນາດ​ທັງໝົດ, ຜູ້​ມີ​ລິດອຳນາດ ແລະ ຜູ້​ມີ​ອານຸພາບ ແລະ ເໜືອ​ທຸກ​ນາມ​ທີ່​ຖືກ​ເອີ່ຍ​ຂຶ້ນ, ບໍ່​ພຽງ​ແຕ່​ໃນ​ຍຸກ​ປັດຈຸບັນ​ເທົ່ານັ້ນ ແຕ່​ໃນ​ຍຸກ​ທີ່​ຈະມາ​ເຖິງ​ດ້ວຍ.


ແຕ່​ພວກເຮົາ​ເຫັນ​ພຣະເຢຊູເຈົ້າ​ຜູ້​ຖືກ​ເຮັດ​ໃຫ້​ຕ່ຳ​ກວ່າ​ເທວະດາ​ພຽງ​ຊົ່ວຂະນະໜຶ່ງ​ນັ້ນ, ບັດນີ້ ໄດ້​ສວມ​ມົງກຸດ​ແຫ່ງ​ສະຫງ່າລາສີ ແລະ ກຽດຕິຍົດ​ແລ້ວ ເພາະ​ພຣະອົງ​ໄດ້​ທົນທຸກທໍລະມານ​ຈົນ​ຕາຍ ເພື່ອ​ວ່າ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ ພຣະອົງ​ຈະ​ໄດ້​ຊິມ​ລົດ​ຄວາມຕາຍ​ເພື່ອ​ທຸກຄົນ.


ຜົມ​ຢູ່​ເທິງ​ຫົວ​ຂອງ​ພຣະອົງ​ຂາວ​ເໝືອນດັ່ງ​ຂົນແກະ, ຂາວ​ເໝືອນດັ່ງ​ຫິມະ, ຕາ​ຂອງ​ພຣະອົງ​ເໝືອນດັ່ງ​ໄຟ​ທີ່​ກຳລັງ​ລຸກໄໝ້.


ຫລັງຈາກ​ນັ້ນ ກໍ​ມີ​ໝາຍສຳຄັນ​ອີກ​ຢ່າງ​ໜຶ່ງ​ໄດ້​ປາກົດ​ຂຶ້ນ​ໃນ​ສະຫວັນ​ຄື: ພະຍານາກ​ໃຫຍ່​ສີແດງ​ໂຕ​ໜຶ່ງ​ມີ​ເຈັດ​ຫົວ ແລະ ສິບ​ເຂົາ, ທັງ​ເຈັດ​ຫົວ​ສວມ​ມົງກຸດ


ສ່ວນ​ພະຍານາກ​ຢືນ​ຢູ່​ແຄມ​ທະເລ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ໂຕ​ໜຶ່ງ​ຂຶ້ນ​ມາ​ຈາກ​ທະເລ. ມັນ​ມີ​ສິບ​ເຂົາ ແລະ ເຈັດ​ຫົວ, ທັງ​ເຈັດ​ເຂົາ​ສວມ​ມົງກຸດ​ສວມ ແລະ ຢູ່​ເທິງ​ແຕ່​ລະ​ຫົວ​ມີ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ.


ທີ່​ເສື້ອຄຸມ ແລະ ທີ່​ກົກຂາ​ຂອງ​ພຣະອົງ​ມີ​ນາມ​ນີ້​ຈາລຶກ​ວ່າ: ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ເຈົ້ານາຍ​ເໜືອ​ເຈົ້ານາຍ​ທັງຫລາຍ.


ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ຕັ້ງ​ຜູ້​ນັ້ນ​ໃຫ້​ເປັນ​ເສົາ​ໜຶ່ງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ເຮົາ. ພວກເຂົາ​ຈະ​ບໍ່​ຈາກ​ວິຫານ​ໄປ​ອີກ​ຈັກເທື່ອ. ເຮົາ​ຈະ​ຈາລຶກ​ນາມ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ ແລະ ຊື່​ນະຄອນ​ຂອງ​ພຣະເຈົ້າ​ຂອງ​ເຮົາ​ຄື​ເຢຣູຊາເລັມ​ໃໝ່, ເຊິ່ງ​ພຣະເຈົ້າ​ຂອງ​ເຮົາ​ກຳລັງ​ສົ່ງ​ລົງ​ມາ​ແຕ່​ສະຫວັນ​ຈາກ​ພຣະເຈົ້າ​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ ແລະ ເຮົາ​ຈະ​ຈາລຶກ​ນາມ​ໃໝ່​ຂອງ​ເຮົາ​ໄວ້​ເທິງ​ໂຕ​ຂອງ​ພວກເຂົາ​ເໝືອນກັນ.


ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ນັ້ນ​ມີ​ມ້າ​ຂາວ​ໂຕ​ໜຶ່ງ! ຜູ້ຂີ່ມ້າ​ນີ້​ຖື​ທະນູ ແລະ ໄດ້​ຮັບ​ມົງກຸດ, ແລ້ວ​ເພິ່ນ​ໄດ້​ຂີ່​ມ້າ​ອອກໄປ​ຢ່າງ​ຜູ້ມີໄຊ​ທີ່​ຕັ້ງໃຈ​ອອກໄປ​ເອົາ​ຊະນະ​ເສິກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka