Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແລ້ວ​ຂ້າພະເຈົ້າ​ໄດ້​ໝອບລົງ​ທີ່​ຕີນ​ຂອງ​ເທວະດາ​ເພື່ອ​ນະມັດສະການ​ເພິ່ນ. ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ທີ່​ຢຶດໝັ້ນ​ໃນ​ຄຳພະຍານ​ເລື່ອງ​ຂອງ​ພຣະເຢຊູເຈົ້າ. ຈົ່ງ​ນະມັດສະການ​ພຣະເຈົ້າ! ເພາະ​ແມ່ນ​ພຣະວິນຍານ​ແຫ່ງ​ການ​ທຳນວາຍ​ທີ່​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ແລ້ວ​ຂ້າພະເຈົ້າ​ໄດ້​ກົ້ມ​ຕົວ​ລົງ​ໃກ້​ຕີນ​ພວກ​ເທວະດາ ເພື່ອ​ຈະ​ຂາບໄຫວ້​ເພິ່ນ ແຕ່​ເພິ່ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ລະວັງ ຢ່າ​ເຮັດ​ຢ່າງ​ນັ້ນ ເຮົາ​ເປັນ​ເພື່ອນ​ຜູ້ຮັບໃຊ້​ຮ່ວມ​ກັນ​ກັບ​ທ່ານ ແລະ​ຮ່ວມ​ກັບ​ພີ່ນ້ອງ​ຂອງທ່ານ ທີ່​ຢຶດຖື​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ ຈົ່ງ​ນະມັດສະການ​ພຣະເຈົ້າ​ເທີ້ນ. ເພາະວ່າ​ເນື້ອຄວາມ​ຂອງ​ການ​ປະກາດ​ພຣະທຳ ກໍ​ເປັນ​ຄຳ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.”

Uka jalj uñjjattʼäta Copia luraña




ພຣະນິມິດ 19:10
40 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ວ່າ, “ມານຊາຕານ, ຈົ່ງ​ໜີ​ໄປ​ຈາກ​ເຮົາ! ເພາະ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ ແລະ ຮັບໃຊ້​ພຣະອົງ​ແຕ່​ຜູ້​ດຽວ​ເທົ່ານັ້ນ’”.


ມີ​ຫົວໜ້າ​ທຳມະສາລາ​ຄົນ​ໜຶ່ງ​ຊື່​ວ່າ​ຢາອີໂຣ​ໄດ້​ມາ​ທີ່​ນັ້ນ ເມື່ອ​ລາວ​ເຫັນ​ພຣະເຢຊູເຈົ້າ​ຈຶ່ງ​ໝູບລົງ​ທີ່​ຕີນ​ຂອງ​ພຣະອົງ


ແລ້ວ​ກໍ​ມີ​ຍິງ​ຄົນ​ໜຶ່ງ ເຊິ່ງ​ລູກສາວ​ນ້ອຍ​ຂອງ​ນາງ​ຖືກ​ວິນຍານສົກກະປົກ​ເຂົ້າ​ສິງ​ຢູ່ ເມື່ອ​ນາງ​ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະອົງ​ກໍ​ຟ້າວ​ມາ ແລະ ຂາບລົງ​ທີ່​ຕີນ​ຂອງ​ພຣະອົງ.


ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ເຮົາ​ແມ່ນ​ຄັບຣີເອນ. ເຮົາ​ຢືນ​ຢູ່​ຕໍ່ໜ້າ​ພຣະເຈົ້າ, ພຣະອົງ​ສົ່ງ​ເຮົາ​ມາ​ເວົ້າ​ກັບ​ເຈົ້າ ແລະ ໃຫ້​ມາ​ບອກ​ຂ່າວດີ​ນີ້​ແກ່​ເຈົ້າ.


ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.


ພວກເຈົ້າ​ສຶກສາ​ໃນ​ພຣະຄຳພີ​ເພາະ​ພວກເຈົ້າ​ຄິດ​ວ່າ​ໂດຍ​ພຣະຄຳພີ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ​ນິລັນດອນ. ຂໍ້​ພຣະຄຳພີ​ເຫລົ່ານັ້ນ​ທີ່​ເປັນ​ພະຍານ​ກ່ຽວກັບ​ເຮົາ,


ຜູ້ທຳນວາຍ​ທັງໝົດ​ກໍ​ຢືນຢັນ​ກ່ຽວກັບ​ພຣະອົງ​ວ່າ, ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ຜ່ານທາງ​ນາມ​ຂອງ​ພຣະອົງ”.


ຊາວ​ເຢຣູຊາເລັມ ແລະ ພວກ​ຜູ້ປົກຄອງ​ຂອງ​ພວກເຂົາ​ບໍ່​ໄດ້​ຮູ້​ວ່າ​ພຣະເຢຊູເຈົ້າ​ຄື​ຜູ້ໃດ, ແຕ່​ໃນ​ການ​ຕັດສິນ​ລົງໂທດ​ພຣະອົງ​ນັ້ນ ພວກເຂົາ​ກໍ​ໄດ້​ເຮັດ​ຕາມ​ຄຳ​ຂອງ​ຜູ້ທຳນວາຍ​ທີ່​ພວກເຂົາ​ໄດ້​ອ່ານ​ຢູ່​ທຸກ​ວັນຊະບາໂຕ.


ແຕ່​ເນື່ອງຈາກ​ວ່າ ພວກເຈົ້າ​ດີເລີດ​ໃນ​ທຸກສິ່ງ ບໍ່​ວ່າ​ໃນ​ຄວາມເຊື່ອ, ໃນ​ວາຈາ, ໃນ​ຄວາມຮູ້, ໃນ​ຄວາມ​ກະຕືລືລົ້ນ​ຢ່າງ​ເຕັມທີ່ ແລະ ໃນ​ຄວາມຮັກ​ທີ່​ພວກເຮົາ​ມີ​ຕໍ່​ພວກເຈົ້າ​ນັ້ນ ກໍ​ເຫັນ​ວ່າ​ພວກເຈົ້າ​ດີເລີດ​ໃນ​ການໃຫ້​ດ້ວຍ​ຄວາມເມດຕາ​ນີ້​ເໝືອນກັນ.


ດັ່ງນັ້ນ ພວກເຈົ້າ​ທັງຫລາຍ​ຈົ່ງ​ລະວັງ​ໃນ​ການດຳເນີນຊີວິດ​ໃຫ້​ດີ ຢ່າ​ດຳເນີນຊີວິດ​ເໝືອນ​ຄົນ​ໄຮ້ປັນຍາ ແຕ່​ຈົ່ງ​ດຳເນີນຊີວິດ​ໃຫ້​ເໝືອນ​ຄົນ​ມີປັນຍາ,


ເຖິງຢ່າງໃດ​ກໍ​ຕາມ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ຮັກ​ເມຍ​ຂອງ​ຕົນ​ເໝືອນດັ່ງ​ຮັກ​ຕົນເອງ ແລະ ເມຍ​ກໍ​ຕ້ອງ​ເຄົາລົບ​ຜົວ​ຂອງ​ຕົນ.


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ຢ່າ​ໃຫ້​ມີ​ຜູ້ໃດ​ເຮັດຊົ່ວ​ຕອບແທນ​ການຊົ່ວ, ແຕ່​ຈົ່ງ​ພະຍາຍາມ​ເຮັດດີ​ຕໍ່​ກັນແລະກັນ ແລະ ເຮັດ​ດີ​ຕໍ່​ທຸກ​ຄົນ​ສະເໝີ.


ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?


ຈົ່ງ​ລະວັງ​ຢ່າ​ປະຕິເສດ​ພຣະອົງ​ຜູ້​ກ່າວ​ຢູ່​ນັ້ນ. ຖ້າ​ພວກເຂົາ​ຍັງ​ໜີ​ບໍ່​ພົ້ນ​ເມື່ອ​ປະຕິເສດ​ພຣະອົງ​ຜູ້​ກ່າວ​ເຕືອນ​ພວກເຂົາ​ໃນ​ໂລກ​ນີ້, ພວກເຮົາ​ຍິ່ງ​ຈະ​ໜີ​ບໍ່​ພົ້ນ​ຖ້າ​ພວກເຮົາ​ຫັນໜີ​ຈາກ​ພຣະອົງ​ຜູ້​ເຕືອນ​ພວກເຮົາ​ຈາກ​ສະຫວັນ?


ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຍອມຮັບ​ຄຳພະຍານ​ນີ້. ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ເຊື່ອ​ພຣະເຈົ້າ​ກໍ​ເຮັດ​ໃຫ້​ພຣະອົງ​ເປັນ​ຜູ້ຕົວະ, ເພາະ​ພວກເຂົາ​ບໍ່​ເຊື່ອ​ຄຳພະຍານ​ທີ່​ພຣະເຈົ້າ​ໄດ້​ໃຫ້​ກ່ຽວກັບ​ພຣະບຸດ​ຂອງ​ພຣະອົງ.


ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ຮູບເຄົາລົບ.


ນີ້​ຄື​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພຣະອົງ​ເພື່ອ​ສະແດງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ໄປ​ສະແດງ​ແກ່​ໂຢຮັນ​ຜູ້ຮັບໃຊ້​ຂອງ​ພຣະອົງ,


ຂ້າພະເຈົ້າ​ຄື​ໂຢຮັນ ຜູ້​ເປັນ​ພີ່ນ້ອງ ແລະ ເປັນ​ເພື່ອນ​ຂອງ​ພວກເຈົ້າ ຜູ້​ຮ່ວມ​ໃນ​ການທົນທຸກທໍລະມານ ແລະ ໃນ​ອານາຈັກ ແລະ ໃນ​ອົດທົນ​ອົດກັ້ນ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ​ໃນ​ພຣະເຢຊູເຈົ້າ, ຂ້າພະເຈົ້າ​ມາ​ຢູ່​ທີ່​ເກາະ​ປັດໂມ​ເພາະ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູເຈົ້າ.


ພວກເຂົາ​ໄດ້​ຊະນະ​ພະຍານາກ ໂດຍ​ໂລຫິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ ແລະ ໂດຍ​ຄຳພະຍານ​ຂອງ​ພວກເຂົາ​ເອງ, ພວກເຂົາ​ບໍ່​ໄດ້​ຮັກ​ຊີວິດ​ຂອງ​ຕົນເອງ​ຫລາຍ ແມ່ນແຕ່​ຄວາມຕາຍ​ພວກເຂົາ​ກໍ​ບໍ່​ຢ້ານ.


ແລ້ວ​ພະຍານາກ​ກໍ​ຄຽດແຄ້ນ​ຍິງ​ນັ້ນ ແລະ ໄປ​ເຮັດ​ສົງຄາມ​ກັບ​ລູກ​ຫລານ​ຂອງ​ນາງ​ທີ່​ເຫລືອ​ຄື ຄົນ​ເຫລົ່ານັ້ນ​ທີ່​ຖືຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ ຢຶດຖື​ຄຳພະຍານ​ຂອງ​ພວກເຂົາ​ກ່ຽວກັບ​ພຣະເຢຊູເຈົ້າ.


ເທວະດາ​ນັ້ນ​ໄດ້​ປະກາດ​ດ້ວຍ​ສຽງ​ດັງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະອົງ ເພາະວ່າ​ເວລາ​ແຫ່ງ​ການພິພາກສາ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ. ຈົ່ງ​ນະມັດສະການ​ພຣະອົງ​ຜູ້​ໄດ້​ສ້າງ​ຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸ​ທັງຫລາຍ”.


ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ມີ​ຜູ້ໃດ​ແດ່​ຈະ​ບໍ່​ຢຳເກງ​ພຣະອົງ ແລະ ຈະ​ບໍ່​ຖວາຍ​ກຽດ​ແກ່​ນາມ​ຂອງ​ພຣະອົງ? ເພາະ​ພຣະອົງ​ຜູ້ດຽວ​ບໍລິສຸດ. ປະຊາຊາດ​ທັງໝົດ​ຈະ​ເຂົ້າ​ມາ ແລະ ນະມັດສະການ​ຕໍ່ໜ້າ​ພຣະອົງ, ເພາະ​ກິດຈະການ​ອັນ​ຊອບທຳ​ຂອງ​ພຣະອົງ​ກໍ​ໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ”.


ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ວ່າ: ‘ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ເຊີນ​ມາ​ຮ່ວມ​ງານລ້ຽງ​ສະຫລອງ​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ!’” ແລະ ເທວະດາ​ນັ້ນ​ກ່າວ​ຕື່ມ​ອີກ​ວ່າ, “ສິ່ງ​ເຫລົ່ານີ້​ເປັນ​ພຣະຄຳ​ແທ້​ຂອງ​ພຣະເຈົ້າ”.


ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ໝອບ​ລົງ​ຕໍ່ໜ້າ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ນະມັດສະການ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ. ພວກເພິ່ນ​ວາງ​ມົງກຸດ​ຂອງ​ຕົນ​ລົງ​ຕໍ່ໜ້າ​ບັນລັງ ແລະ ຮ້ອງ​ວ່າ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka