Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 19:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ເໝືອນ​ສຽງຮ້ອງ​ຂອງ​ຝູງຊົນ​ໃນ​ສະຫວັນ​ຮ້ອງ​ວ່າ: “ຮາເລລູຢາ! ຄວາມພົ້ນ, ສະຫງ່າລາສີ ແລະ ລິດອຳນາດ​ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ທັງຫລາຍ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້ຍິນ​ເໝືອນ​ສຽງດັງ​ຂອງ​ປະຊາຊົນ​ຈຳນວນ​ຫລາຍ​ໃນ​ສະຫວັນ ກຳລັງ​ຮ້ອງ​ວ່າ, “ຮາເລລູຢາ ຄວາມ​ພົ້ນ ສະຫງ່າຣາສີ ແລະ​ຣິດອຳນາດ ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ​ທັງຫລາຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 19:1
23 Jak'a apnaqawi uñst'ayäwi  

ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ, ແຕ່​ຂໍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ. ດ້ວຍ​ວ່າ, ອານາຈັກ, ລິດອຳນາດ ແລະ ສະຫງ່າລາສີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆ​ໄປ​ເປັນນິດ. ອາແມນ’.


ເທວະດາ​ຕົນ​ທີເຈັດ​ເປົ່າ​ແກ​ຂອງ​ຕົນ ແລະ ມີ​ສຽງ​ດັງ​ຫລາຍ​ສຽງ​ໃນ​ສະຫວັນ ເຊິ່ງ​ກ່າວ​ວ່າ: “ອານາຈັກ​ຂອງ​ໂລກ​ນີ້​ໄດ້​ກາຍເປັນ ອານາຈັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ເປັນ​ຂອງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ແລ້ວ ແລະ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ”.


ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ໃນ​ສະຫວັນ​ກ່າວ​ວ່າ: “ບັດນີ້ ຄວາມພົ້ນ ແລະ ລິດອຳນາດ ແລະ ອານາຈັກ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ, ແລະ ສິດອຳນາດ​ແຫ່ງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ. ເພາະ​ຜູ້​ທີ່​ກ່າວໂທດ​ບັນດາ​ພີ່ນ້ອງ​ຂອງ​ພວກເຮົາ, ຜູ້​ທີ່​ກ່າວໂທດ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ​ທັງ​ກາງເວັນ ແລະ ກາງຄືນ. ໄດ້​ຖືກ​ໂຍນ​ລົງ​ໄປ​ແລ້ວ.


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ເໝືອນ​ສຽງ​ຄົນ​ຈຳນວນ​ຫລວງຫລາຍ, ເໝືອນ​ສຽງ​ນ້ຳ​ໄຫລ​ແຮງ ແລະ ເໝືອນ​ສຽງ​ຟ້າຮ້ອງ, ຮ້ອງ​ວ່າ: “ຮາເລລູຢາ! ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່​ນັ້ນ​ປົກຄອງ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka