Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:9 - ພຣະຄຳພີລາວສະບັບສະໄໝໃໝ່

9 “ເມື່ອ​ບັນດາ​ກະສັດ​ຂອງ​ໂລກ​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ຫລິ້ນຊູ້ ແລະ ຮ່ວມ​ສະໜຸກສະໜານ​ກັບ​ນາງ​ເຫັນ​ຄວັນ​ໄຟ​ທີ່​ກຳລັງ​ເຜົາຜານ​ນາງ​ຢູ່, ພວກເຂົາ​ຈະ​ຮ້ອງໄຫ້ ແລະ ໄວ້ອາໄລ​ໃຫ້​ນາງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ ທີ່​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຄວາມ​ສະໜຸກ​ສະໜານ​ຮ່ວມ​ກັນ​ນັ້ນ ເມື່ອ​ໄດ້​ເຫັນ​ຄວັນໄຟ​ໄໝ້ ມັນ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້.

Uka jalj uñjjattʼäta Copia luraña




ພຣະນິມິດ 18:9
24 Jak'a apnaqawi uñst'ayäwi  

ສ່ວນ​ພວກແມ່ໝ້າຍ​ທີ່​ຍັງ​ໜຸ່ມ​ຢູ່​ນັ້ນ ຢ່າ​ບັນທຶກ​ພວກເຂົາ​ລົງ​ໃນ​ທະບຽນ, ເພາະ​ເມື່ອ​ຄວາມປາຖະໜາ​ທາງ​ຮ່າງກາຍ​ຂອງ​ພວກເຂົາ​ເອົາ​ຊະນະ​ການອຸທິດຕົນ​ຂອງ​ພວກເຂົາ​ແກ່​ພຣະຄຣິດເຈົ້າ​ນັ້ນ, ພວກເຂົາ​ກໍ​ຢາກ​ແຕ່ງງານ​ອີກ.


ແລະ ຄວັນ​ແຫ່ງ​ຄວາມທໍລະມານ​ຂອງ​ພວກເຂົາ​ຈະ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ. ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ຂາບໄຫວ້​ສັດຮ້າຍ​ກັບ​ຮູບຈຳລອງ​ຂອງ​ມັນ ຫລື ຜູ້​ທີ່​ໄດ້ຮັບ​ເຄື່ອງໝາຍ​ຊື່​ຂອງ​ມັນ​ຈະ​ບໍ່​ໄດ້​ຢຸດ​ພັກ​ເລີຍ​ບໍ່​ວ່າ​ກາງເວັນ ຫລື ກາງຄືນ”.


ບັນດາ​ກະສັດ​ທົ່ວ​ໂລກ​ໄດ້​ເຮັດ​ຜິດສິນທຳທາງເພດ​ກັບ​ນາງ, ແລະ ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ແຜ່ນດິນໂລກ​ກໍ​ເມົາ​ເຫລົ້າອະງຸ່ນ​ແຫ່ງ​ການຜິດສິນທຳທາງເພດ​ຂອງ​ນາງ”.


ເມື່ອ​ພວກເຂົາ​ເຫັນ​ຄວັນ​ທີ່​ກຳລັງ​ເຜົາ​ນະຄອນ​ນັ້ນ ພວກເຂົາ​ຈະ​ຮ້ອງ​ວ່າ, ‘ເຄີຍ​ມີ​ນະຄອນ​ໃດ​ທີ່​ເໝືອນ​ນະຄອນ​ຍິ່ງໃຫຍ່​ນີ້?’


“ຟ້າ​ສະຫວັນ​ເອີຍ! ຈົ່ງ​ຊື່ນຊົມຍິນດີ​ເພາະ​ນະຄອນ​ນີ້, ຄົນ​ຂອງ​ພຣະເຈົ້າ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ໄດ້​ພິພາກສາ​ນະຄອນ​ນີ້​ແລ້ວ ດ້ວຍ​ການ​ລົງໂທດ​ນະຄອນ​ນີ້​ທີ່​ໄດ້​ເຮັດ​ຜິດ​ກັບ​ພວກເຈົ້າ”.


ເພາະ​ທຸກ​ປະຊາຊາດ​ໄດ້​ດື່ມ ເຫລົ້າອະງຸ່ນ​ປຸກ​ແຫ່ງ​ການຫລິ້ນຊູ້​ຂອງ​ນາງ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນໂລກ​ກໍ​ໄດ້​ຮ່ວມ​ຫລິ້ນຊູ້​ກັບ​ນາງ ແລະ ພໍ່ຄ້າ​ທັງຫລາຍ​ຂອງ​ໂລກ​ໄດ້​ຮັ່ງມີ​ຂຶ້ນ​ດ້ວຍ​ຄວາມຟຸມເຟືອຍ​ອັນ​ລົ້ນເຫລືອ​ຂອງ​ນາງ”.


ຈົ່ງ​ໃຫ້​ນາງ​ທໍລະມານ ແລະ ໂສກເສົ້າ​ຫລາຍ​ເທົ່າ ເໝືອນດັ່ງ​ກຽດ ແລະ ຄວາມສະໜຸກສະໜານ​ທີ່​ນາງ​ໄດ້​ມອບ​ໃຫ້​ກັບ​ຕົນເອງ. ນາງ​ອວດອ້າງ​ໃນ​ໃຈ​ວ່າ, ‘ຂ້ອຍ​ນັ່ງ​ບັນລັງ​ເປັນ​ລາຊີນີ. ຂ້ອຍ​ບໍ່​ແມ່ນ​ແມ່ໝ້າຍ, ຂ້ອຍ​ຈະ​ບໍ່​ມີ​ມື້​ໂສກເສົ້າ’


ແລະ ພວກເຂົາ​ກໍ​ຮ້ອງ​ສຽງດັງ​ອີກ​ວ່າ: “ຮາເລລູຢາ! ຄວັນໄຟ​ຈາກ​ເມືອງ​ນັ້ນ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ”.


ດັ່ງນັ້ນ ເຮົາ​ຈະ​ໂຍນ​ນາງ​ລົງ​ເທິງ​ຕຽງ​ແຫ່ງ​ຄວາມທຸກທໍລະມານ ແລະ ເຮົາ​ຈະ​ເຮັດ​ໃຫ້​ບັນດາ​ຫລິ້ນຊູ້​ກັບ​ນາງ​ທຸກທໍລະມານ​ຢ່າງ​ໜັກ, ເວັ້ນ​ແຕ່​ພວກເຂົາ​ຈະ​ກັບໃຈ​ຈາກ​ວິຖີ​ຊີວິດ​ຂອງ​ນາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka