Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຈົ່ງ​ໃຫ້​ນາງ​ທໍລະມານ ແລະ ໂສກເສົ້າ​ຫລາຍ​ເທົ່າ ເໝືອນດັ່ງ​ກຽດ ແລະ ຄວາມສະໜຸກສະໜານ​ທີ່​ນາງ​ໄດ້​ມອບ​ໃຫ້​ກັບ​ຕົນເອງ. ນາງ​ອວດອ້າງ​ໃນ​ໃຈ​ວ່າ, ‘ຂ້ອຍ​ນັ່ງ​ບັນລັງ​ເປັນ​ລາຊີນີ. ຂ້ອຍ​ບໍ່​ແມ່ນ​ແມ່ໝ້າຍ, ຂ້ອຍ​ຈະ​ບໍ່​ມີ​ມື້​ໂສກເສົ້າ’

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ນະຄອນ​ນັ້ນ​ໄດ້​ອວດ​ຈອງຫອງ ແລະ​ປ່ອຍ​ຕົວ​ໄປ ຕາມ​ຄວາມ​ສະໜຸກ​ສະໜານ​ເທົ່າ​ໃດ ກໍ​ຈົ່ງ​ໃຫ້​ມັນ​ໄດ້​ຮັບ ການ​ທໍລະມານ ແລະ​ຄວາມ​ໂສກເສົ້າ​ຫລາຍ​ເທົ່ານັ້ນ ເພາະ​ມັນ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຢູ່​ໃນ​ຕຳແໜ່ງ​ຣາຊີນີ ບໍ່ແມ່ນ​ແມ່ໝ້າຍ, ເຮົາ​ຈະ​ບໍ່​ປະສົບ​ຄວາມ​ໂສກເສົ້າ​ຈັກເທື່ອ’

Uka jalj uñjjattʼäta Copia luraña




ພຣະນິມິດ 18:7
16 Jak'a apnaqawi uñst'ayäwi  

ສ່ວນ​ພວກແມ່ໝ້າຍ​ທີ່​ຍັງ​ໜຸ່ມ​ຢູ່​ນັ້ນ ຢ່າ​ບັນທຶກ​ພວກເຂົາ​ລົງ​ໃນ​ທະບຽນ, ເພາະ​ເມື່ອ​ຄວາມປາຖະໜາ​ທາງ​ຮ່າງກາຍ​ຂອງ​ພວກເຂົາ​ເອົາ​ຊະນະ​ການອຸທິດຕົນ​ຂອງ​ພວກເຂົາ​ແກ່​ພຣະຄຣິດເຈົ້າ​ນັ້ນ, ພວກເຂົາ​ກໍ​ຢາກ​ແຕ່ງງານ​ອີກ.


ເພາະ​ທຸກ​ປະຊາຊາດ​ໄດ້​ດື່ມ ເຫລົ້າອະງຸ່ນ​ປຸກ​ແຫ່ງ​ການຫລິ້ນຊູ້​ຂອງ​ນາງ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນໂລກ​ກໍ​ໄດ້​ຮ່ວມ​ຫລິ້ນຊູ້​ກັບ​ນາງ ແລະ ພໍ່ຄ້າ​ທັງຫລາຍ​ຂອງ​ໂລກ​ໄດ້​ຮັ່ງມີ​ຂຶ້ນ​ດ້ວຍ​ຄວາມຟຸມເຟືອຍ​ອັນ​ລົ້ນເຫລືອ​ຂອງ​ນາງ”.


“ເມື່ອ​ບັນດາ​ກະສັດ​ຂອງ​ໂລກ​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ຫລິ້ນຊູ້ ແລະ ຮ່ວມ​ສະໜຸກສະໜານ​ກັບ​ນາງ​ເຫັນ​ຄວັນ​ໄຟ​ທີ່​ກຳລັງ​ເຜົາຜານ​ນາງ​ຢູ່, ພວກເຂົາ​ຈະ​ຮ້ອງໄຫ້ ແລະ ໄວ້ອາໄລ​ໃຫ້​ນາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka