Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ຈົ່ງ​ຕອບແທນ​ນາງ​ເໝືອນດັ່ງ​ທີ່​ມັນ​ໄດ້​ໃຫ້​ແກ່​ຜູ້​ອື່ນ. ຈົ່ງ​ຕອບແທນ​ນາງ​ສອງ​ເທົ່າ​ຂອງ​ສິ່ງ​ທີ່​ນາງ​ໄດ້​ເຮັດ. ຈົ່ງ​ຖອກ​ຄືນ​ເປັນ​ສອງ​ເທົ່າ​ຂອງ​ຈອກ​ທີ່​ນາງ​ປະສົມ​ໄວ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ນະຄອນ​ນັ້ນ​ໄດ້​ໃຫ້​ຜົນ​ຢ່າງ​ໃດ ກໍ​ຈົ່ງ​ໃຫ້​ຜົນ​ແກ່​ມັນ​ຢ່າງ​ນັ້ນ ແລະ​ຈົ່ງ​ຕອບແທນ​ແກ່​ການ​ກະທຳ ຂອງ​ມັນ​ເປັນ​ສອງ​ເທົ່າ. ໃນ​ຈອກ​ທີ່​ມັນ​ໄດ້​ປະສົມ​ໄວ້ ກໍ​ຈົ່ງ​ປະສົມ​ລົງ​ໃນ​ຈອກ​ນັ້ນ​ສອງ​ເທົ່າ.

Uka jalj uñjjattʼäta Copia luraña




ພຣະນິມິດ 18:6
21 Jak'a apnaqawi uñst'ayäwi  

ອາເລັກຊັນເດີ ຊ່າງ​ທອງແດງ​ໄດ້​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ອັນຕະລາຍ​ຢ່າງ​ຫລວງຫລາຍ. ອົງພຣະຜູ້ເປັນເຈົ້າ​ຈະ​ຕອບແທນ​ໃນ​ສິ່ງ​ທີ່​ລາວ​ໄດ້​ເຮັດ.


“ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ເປັນ​ຊະເລີຍ, ພວກເຂົາ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ຖືກ​ຂ້າ​ດ້ວຍ​ດາບ ພວກເຂົາ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ”. ໃນ​ເລື່ອງ​ນີ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ​ຄວາມອົດທົນ ແລະ ຄວາມສັດຊື່.


ພວກເຂົາ​ຈະ​ຕ້ອງ​ດື່ມ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເຊິ່ງ​ໄດ້​ຖອກລົງ​ໃນ​ຈອກ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ. ພວກເຂົາ​ຈະ​ຖືກ​ທໍລະມານ​ດ້ວຍ​ໄຟ​ກັບ​ມາດ​ຕໍ່ໜ້າ​ບັນດາ​ເທວະດາ​ຜູ້​ບໍລິສຸດ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ.


ນະຄອນ​ຍິ່ງໃຫຍ່​ນັ້ນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ ບັນດາ​ເມືອງ​ໃຫຍ່​ຂອງ​ປະເທດ​ຕ່າງໆ​ໄດ້​ພັງທະລາຍ​ລົງ. ພຣະເຈົ້າ​ລະນຶກເຖິງ​ບາບີໂລນ​ນະຄອນ​ຍິ່ງໃຫຍ່ ແລະ ໄດ້​ໃຫ້​ນະຄອນ​ນີ້​ດື່ມ​ຈາກ​ຈອກ​ທີ່​ເຕັມ​ດ້ວຍ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ.


ບັນດາ​ກະສັດ​ທົ່ວ​ໂລກ​ໄດ້​ເຮັດ​ຜິດສິນທຳທາງເພດ​ກັບ​ນາງ, ແລະ ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ແຜ່ນດິນໂລກ​ກໍ​ເມົາ​ເຫລົ້າອະງຸ່ນ​ແຫ່ງ​ການຜິດສິນທຳທາງເພດ​ຂອງ​ນາງ”.


ແມ່ຍິງ​ຄົນ​ນັ້ນ​ນຸ່ງເຄື່ອງ​ສີມ່ວງ ແລະ ສີແດງເຂັ້ມ ແລະ ເປັ່ງປະກາຍ​ດ້ວຍ​ຄຳ, ອັນຍະມະນີ ແລະ ໄຂ່ມຸກ. ນາງ​ຖື​ຈອກ​ຄຳ​ໄວ້​ໃນ​ມື​ຂອງ​ນາງ, ເຊິ່ງ​ເຕັມ​ໄປ​ດ້ວຍ​ສິ່ງທີ່ໜ້າກຽດຊັງ ແລະ ຄວາມ​ສົກກະປົກ​ຂອງ​ການ​ຫລິ້ນຊູ້​ຂອງ​ນາງ.


“ຟ້າ​ສະຫວັນ​ເອີຍ! ຈົ່ງ​ຊື່ນຊົມຍິນດີ​ເພາະ​ນະຄອນ​ນີ້, ຄົນ​ຂອງ​ພຣະເຈົ້າ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ໄດ້​ພິພາກສາ​ນະຄອນ​ນີ້​ແລ້ວ ດ້ວຍ​ການ​ລົງໂທດ​ນະຄອນ​ນີ້​ທີ່​ໄດ້​ເຮັດ​ຜິດ​ກັບ​ພວກເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka