Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເພາະ​ທຸກ​ປະຊາຊາດ​ໄດ້​ດື່ມ ເຫລົ້າອະງຸ່ນ​ປຸກ​ແຫ່ງ​ການຫລິ້ນຊູ້​ຂອງ​ນາງ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນໂລກ​ກໍ​ໄດ້​ຮ່ວມ​ຫລິ້ນຊູ້​ກັບ​ນາງ ແລະ ພໍ່ຄ້າ​ທັງຫລາຍ​ຂອງ​ໂລກ​ໄດ້​ຮັ່ງມີ​ຂຶ້ນ​ດ້ວຍ​ຄວາມຟຸມເຟືອຍ​ອັນ​ລົ້ນເຫລືອ​ຂອງ​ນາງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເພາະວ່າ​ປະຊາຊາດ​ທັງປວງ​ໄດ້​ດື່ມ​ເຫລົ້າແວງ​ປຸກ​ຢ່າງ​ເຫລືອເກີນ ແຫ່ງ​ການ​ຜິດ​ສິນທຳ​ທາງ​ເພດ​ຂອງ​ນະຄອນ​ນັ້ນ. ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ພໍ່ຄ້າ​ທັງຫລາຍ​ແຫ່ງ​ແຜ່ນດິນ​ໂລກ ໄດ້​ລໍ້າລວຍ​ດ້ວຍ​ຊັບ​ອັນ​ຟຸມເຟືອຍ​ຂອງ​ນະຄອນ​ນັ້ນ.”

Uka jalj uñjjattʼäta Copia luraña




ພຣະນິມິດ 18:3
17 Jak'a apnaqawi uñst'ayäwi  

ຖ້າ​ບໍ່​ແມ່ນ, ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ນຸ່ງເຄື່ອງ​ທີ່​ລະອຽດ​ຈົບງາມ​ບໍ? ບໍ່​ແມ່ນ, ບັນດາ​ຄົນ​ທີ່​ນຸ່ງເຄື່ອງ​ລາຄາ​ແພງ ແລະ ຢູ່​ກິນ​ດ້ວຍ​ຂອງ​ປານີດ​ນັ້ນ​ກໍ​ຢູ່​ໃນ​ວັງ.


ສ່ວນ​ພວກແມ່ໝ້າຍ​ທີ່​ຍັງ​ໜຸ່ມ​ຢູ່​ນັ້ນ ຢ່າ​ບັນທຶກ​ພວກເຂົາ​ລົງ​ໃນ​ທະບຽນ, ເພາະ​ເມື່ອ​ຄວາມປາຖະໜາ​ທາງ​ຮ່າງກາຍ​ຂອງ​ພວກເຂົາ​ເອົາ​ຊະນະ​ການອຸທິດຕົນ​ຂອງ​ພວກເຂົາ​ແກ່​ພຣະຄຣິດເຈົ້າ​ນັ້ນ, ພວກເຂົາ​ກໍ​ຢາກ​ແຕ່ງງານ​ອີກ.


ເທວະດາ​ຕົນ​ທີສອງ​ໄດ້​ຕິດຕາມ​ມາ ແລະ ປະກາດ​ວ່າ, “ຫລົ້ມຈົມ​ແລ້ວ! ບາບີໂລນ​ເມືອງ​ຍິ່ງໃຫຍ່, ເຊິ່ງ​ເຮັດ​ໃຫ້​ປະຊາຊາດ​ທັງໝົດ​ດື່ມ​ເຫລົ້າອະງຸ່ນ​ແຫ່ງ​ການຫລິ້ນຊູ້​ຂອງ​ນາງ”.


ບັນດາ​ກະສັດ​ທົ່ວ​ໂລກ​ໄດ້​ເຮັດ​ຜິດສິນທຳທາງເພດ​ກັບ​ນາງ, ແລະ ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ແຜ່ນດິນໂລກ​ກໍ​ເມົາ​ເຫລົ້າອະງຸ່ນ​ແຫ່ງ​ການຜິດສິນທຳທາງເພດ​ຂອງ​ນາງ”.


ພວກເຂົາ​ຈະ​ໂຮຍ​ຂີ້ຝຸ່ນດິນ​ໃສ່​ຫົວ​ຂອງ​ຕົນ, ຮ້ອງໄຫ້, ໂສກເສົ້າ ແລະ ຮ້ອງ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ, ບ່ອນ​ທີ່​ເຮັດ​ໃຫ້​ທຸກຄົນ​ຜູ້​ມີ​ເຮືອ​ເດີນ​ທະເລ ຮັ່ງມີ​ໂດຍ​ຄວາມຮັ່ງມີ​ຂອງ​ມັນ ພາຍ​ໃນ​ຊົ່ວໂມງ​ດຽວ​ມັນ​ກໍ​ຖືກ​ທຳລາຍ!’


ແສງ​ຂອງ​ຕະກຽງ ຈະ​ບໍ່​ສ່ອງແສງ​ໃນ​ນະຄອນ​ນີ້​ອີກ. ສຽງ​ຂອງ​ເຈົ້າບ່າວ ແລະ ເຈົ້າສາວ ຈະ​ບໍ່​ໄດ້​ຍິນ​ໃນ​ເຈົ້າ​ອີກ​ຈັກເທື່ອ. ພໍ່ຄ້າ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ເປັນ​ຄົນສຳຄັນ​ຂອງ​ໂລກ. ເຈົ້າ​ໄດ້​ໃຊ້​ເວດມົນຄາຖາ​ຫລອກລວງ​ບັນດາ​ປະຊາຊາດ​ໃຫ້​ຫລົງ​ໄປ.


ຈົ່ງ​ໃຫ້​ນາງ​ທໍລະມານ ແລະ ໂສກເສົ້າ​ຫລາຍ​ເທົ່າ ເໝືອນດັ່ງ​ກຽດ ແລະ ຄວາມສະໜຸກສະໜານ​ທີ່​ນາງ​ໄດ້​ມອບ​ໃຫ້​ກັບ​ຕົນເອງ. ນາງ​ອວດອ້າງ​ໃນ​ໃຈ​ວ່າ, ‘ຂ້ອຍ​ນັ່ງ​ບັນລັງ​ເປັນ​ລາຊີນີ. ຂ້ອຍ​ບໍ່​ແມ່ນ​ແມ່ໝ້າຍ, ຂ້ອຍ​ຈະ​ບໍ່​ມີ​ມື້​ໂສກເສົ້າ’


“ເມື່ອ​ບັນດາ​ກະສັດ​ຂອງ​ໂລກ​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ຫລິ້ນຊູ້ ແລະ ຮ່ວມ​ສະໜຸກສະໜານ​ກັບ​ນາງ​ເຫັນ​ຄວັນ​ໄຟ​ທີ່​ກຳລັງ​ເຜົາຜານ​ນາງ​ຢູ່, ພວກເຂົາ​ຈະ​ຮ້ອງໄຫ້ ແລະ ໄວ້ອາໄລ​ໃຫ້​ນາງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka