Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ຫລັງຈາກ​ນັ້ນ ເທວະດາ​ຜູ້​ມີ​ລິດ​ຕົນ​ໜຶ່ງ​ໄດ້​ຍົກ​ກ້ອນຫີນ​ຂະໜາດ​ເທົ່າ​ຫີນໂມ້​ໃຫຍ່​ຖິ້ມ​ລົງ​ໃນ​ທະເລ ແລະ ກ່າວ​ວ່າ: “ບາບີໂລນ​ນະຄອນ​ຍິ່ງໃຫຍ່​ຈະ​ຖືກ​ຖິ້ມ​ລົງ ດ້ວຍ​ຄວາມຮຸນແຮງ​ຢ່າງ​ນີ້​ແຫລະ, ຈະ​ບໍ່​ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ແລ້ວ​ມີ​ເທວະດາ​ຜູ້​ມີ​ຣິດ​ຕົນ​ໜຶ່ງ ໄດ້​ຍົກ​ຫີນ​ກ້ອນ​ໜຶ່ງ​ເໝືອນ​ຫີນ​ໂມ້​ໃຫຍ່ ຖິ້ມ​ລົງ​ໃນ​ທະເລ ກ່າວ​ວ່າ, “ບາບີໂລນ ມະຫາ​ນະຄອນ​ນັ້ນ ຈະ​ຖືກ​ຖິ້ມ​ລົງ​ໂດຍ​ຮຸນແຮງ​ຢ່າງ​ນີ້​ແຫຼະ, ແລ້ວ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ພຣະນິມິດ 18:21
14 Jak'a apnaqawi uñst'ayäwi  

ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ມີ​ເມກ​ປົກຄຸມ​ເພິ່ນ​ໄວ້ ພ້ອມ​ກັບ​ມີ​ຮຸ້ງກິນນ້ຳ​ຢູ່​ເໜືອ​ຫົວ​ຂອງ​ເພິ່ນ, ໃບໜ້າ​ຂອງ​ເພິ່ນ​ເໝືອນດັ່ງ​ຕາເວັນ ແລະ ຂາ​ຂອງ​ເພິ່ນ​ເໝືອນດັ່ງ​ເສົາ​ໄຟ​ທີ່​ລຸກໄໝ້.


ແຕ່​ພະຍານາກ​ບໍ່​ເຂັ້ມແຂງ​ພໍ ແລະ ພວກມັນ​ໄດ້​ສູນເສຍ​ບ່ອນຢູ່​ຂອງ​ພວກມັນ​ໃນ​ສະຫວັນ.


ເກາະ​ທຸກ​ແຫ່ງ​ຫາຍໄປ ແລະ ພູ​ທຸກ​ໜ່ວຍ​ກໍ​ບໍ່​ພົບ.


ພວກເຂົາ​ຢ້ານກົວ​ຕໍ່​ຄວາມທໍລະມານ​ຂອງ​ນາງ ພວກເຂົາ​ຈະ​ຢືນ​ຢູ່​ຫ່າງໆ ແລະ ຮ້ອງ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ! ບາບີໂລນ ນະຄອນ​ທີ່​ເຕັມ​ໄປ​ດ້ວຍ​ອຳນາດ​ເອີຍ! ພຽງ​ຊົ່ວໂມງ​ດຽວ​ການພິພາກສາ​ກໍ​ມາ​ເຖິງ​ເຈົ້າ!’


ສຽງ​ດົນຕີ​ຈາກ​ນັກດີດພິນ ແລະ ນັກດົນຕີ, ຄົນເປົ່າຂຸ່ຍ ແລະ ຄົນເປົ່າແກ, ຈະ​ບໍ່​ໄດ້ຍິນ​ໃນ​ນະຄອນ​ນີ້​ອີກ​ຈັກເທື່ອ. ບໍ່​ມີ​ຄົນງານ​ຂອງ​ການຄ້າ​ໃດໆ ທີ່​ຈະ​ພົບ​ໃນ​ນະຄອນ​ນີ້​ອີກ. ສຽງ​ຂອງ​ຫີນໂມ້ແປ້ງ ຈະ​ບໍ່​ໄດ້​ຍິນ​ໃນ​ນະຄອນ​ນີ້​ອີກ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.


ແລະ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ລິດ​ຕົນ​ໜຶ່ງ​ກຳລັງ​ປະກາດ​ດ້ວຍ​ສຽງ​ດັງ​ວ່າ: “ຜູ້ໃດ​ສົມຄວນ​ທີ່​ຈະ​ແກະ​ຕາປະທັບ ແລະ ເປີດ​ໜັງສືມ້ວນ​ນີ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka