Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:20 - ພຣະຄຳພີລາວສະບັບສະໄໝໃໝ່

20 “ຟ້າ​ສະຫວັນ​ເອີຍ! ຈົ່ງ​ຊື່ນຊົມຍິນດີ​ເພາະ​ນະຄອນ​ນີ້, ຄົນ​ຂອງ​ພຣະເຈົ້າ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ໄດ້​ພິພາກສາ​ນະຄອນ​ນີ້​ແລ້ວ ດ້ວຍ​ການ​ລົງໂທດ​ນະຄອນ​ນີ້​ທີ່​ໄດ້​ເຮັດ​ຜິດ​ກັບ​ພວກເຈົ້າ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 “ໂອ ສະຫວັນ ແລະ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ ໂອ ອັກຄະສາວົກ ແລະ​ຜູ້​ປະກາດ​ພຣະທຳ​ທັງຫລາຍ​ເອີຍ ຈົ່ງ​ຊົມຊື່ນ​ຍິນດີ​ເພາະ​ນະຄອນ​ນັ້ນ. ດ້ວຍວ່າ, ພຣະເຈົ້າ​ໄດ້​ຊົງ​ພິພາກສາ​ລົງໂທດ​ນະຄອນ​ນັ້ນ ເພື່ອ​ເປັນ​ການ​ແກ້ແຄ້ນ​ໃຫ້​ເຈົ້າ​ທັງຫລາຍ​ແລ້ວ.”

Uka jalj uñjjattʼäta Copia luraña




ພຣະນິມິດ 18:20
26 Jak'a apnaqawi uñst'ayäwi  

ເຊິ່ງ​ໄດ້​ຮັບ​ການສ້າງ​ຂຶ້ນ​ເທິງ​ຮາກຖານ​ຂອງ​ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ, ໂດຍ​ມີ​ພຣະຄຣິດເຈົ້າເຢຊູ​ພຣະອົງ​ເອງ​ເປັນ​ຫີນເສົາເອກ.


ເຊິ່ງ​ບໍ່​ໄດ້​ກະທຳ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ປະຊາຊົນ​ໃນ​ຍຸກ​ອື່ນໆ ເໝືອນ​ດັ່ງ​ໃນ​ເວລານີ້​ໄດ້​ເປີດເຜີຍ​ໂດຍ​ພຣະວິນຍານ​ແກ່​ບັນດາ​ອັກຄະສາວົກ ແລະ ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະເຈົ້າ.


ດັ່ງນັ້ນ​ພຣະຄຣິດເຈົ້າ​ເອງ​ໄດ້​ໃຫ້​ບັນດາ​ອັກຄະສາວົກ, ບັນດາ​ຜູ້ທຳນວາຍ, ບັນດາ​ຜູ້ປະກາດຂ່າວປະເສີດ, ບັນດາ​ສິດຍາພິບານ ແລະ ບັນດາ​ອາຈານ,


ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກ​ເຖິງ​ຖ້ອຍຄຳ​ທີ່​ພວກ​ຜູ້ທຳນວາຍ​ບໍລິສຸດ​ກ່າວ​ໄວ້​ໃນ​ເມື່ອກ່ອນ​ນັ້ນ ແລະ ລະນຶກ​ເຖິງ​ຄຳສັ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ​ໄດ້​ສັ່ງ​ຜ່ານທາງ​ພວກ​ອັກຄະສາວົກ​ຂອງ​ພວກເຈົ້າ.


ແຕ່​ເພື່ອນ​ທີ່ຮັກ​ທັງຫລາຍ ຈົ່ງ​ລະນຶກ​ເຖິງ​ສິ່ງ​ທີ່​ບັນດາ​ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ໄວ້​ກ່ອນ​ລ່ວງໜ້າ​ແລ້ວ.


ເຫດສະນັ້ນ ຈົ່ງ​ຊື່ນຊົມຍິນດີ, ຟ້າ​ສະຫວັນ ແລະ ບັນດາ​ຜູ້​ອາໄສ​ໃນ​ຟ້າ​ສະຫວັນ​ເອີຍ! ແຕ່​ວິບັດ​ແກ່​ແຜ່ນດິນໂລກ ແລະ ທະເລ, ເພາະວ່າ​ມານຮ້າຍ​ໄດ້​ລົງ​ໄປ​ຫາ​ພວກເຈົ້າ​ແລ້ວ! ມັນ​ເຕັມ​ດ້ວຍ​ຄວາມຄຽດແຄ້ນ, ເພາະ​ມັນ​ຮູ້​ວ່າ​ເວລາ​ຂອງ​ມັນ​ມີ​ໜ້ອຍ”.


ຈົ່ງ​ຕອບແທນ​ນາງ​ເໝືອນດັ່ງ​ທີ່​ມັນ​ໄດ້​ໃຫ້​ແກ່​ຜູ້​ອື່ນ. ຈົ່ງ​ຕອບແທນ​ນາງ​ສອງ​ເທົ່າ​ຂອງ​ສິ່ງ​ທີ່​ນາງ​ໄດ້​ເຮັດ. ຈົ່ງ​ຖອກ​ຄືນ​ເປັນ​ສອງ​ເທົ່າ​ຂອງ​ຈອກ​ທີ່​ນາງ​ປະສົມ​ໄວ້.


ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ, ຜູ້​ບໍລິສຸດ ແລະ ຜູ້​ເປັນ​ຄວາມ​ຈິງ, ອີກ​ດົນປານໃດ​ພຣະອົງ​ຈຶ່ງ​ຈະ​ພິພາກສາ​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ ແລະ ແກ້ແຄ້ນ​ແທນ​ເລືອດ​ຂອງ​ພວກຂ້ານ້ອຍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka