Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:14 - ພຣະຄຳພີລາວສະບັບສະໄໝໃໝ່

14 “ພວກເຂົາ​ຈະ​ກ່າວ​ວ່າ, ‘ຜົນ​ທີ່​ເຈົ້າ​ປາຖະໜາ​ຫາ​ກໍ​ໝົດ​ໄປ​ຈາກ​ເຈົ້າ​ແລ້ວ. ຄວາມຫລູຫລາ ແລະ ຄວາມງົດງາມ​ຂອງ​ເຈົ້າ​ທັງໝົດ​ໄດ້​ສູນຫາຍ​ໄປ, ຢ່າງ​ບໍ່​ມີ​ວັນ​ກັບຄືນ​ມາ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ພວກເຂົາ​ກ່າວ​ວ່າ, “ຜົນ​ທຸກຢ່າງ​ທີ່​ໃຈ​ເຈົ້າ​ປາຖະໜາ​ຢາກ​ໄດ້​ນັ້ນ ກໍ​ສູນຫາຍ​ໄປ​ແລ້ວ ສິ່ງສາລະພັດ​ອັນ​ມີ​ຄ່າ​ແລະ​ຄວາມ​ສວຍສົດ​ງົດງາມ ກໍ​ສູນເສຍ​ໄປ​ຈາກ​ເຈົ້າ​ແລ້ວ ແລະ​ເຈົ້າ​ຈະ​ບໍ່​ພົບ​ເຫັນ​ອີກ​ຈັກເທື່ອ.”

Uka jalj uñjjattʼäta Copia luraña




ພຣະນິມິດ 18:14
12 Jak'a apnaqawi uñst'ayäwi  

ຖ້າ​ບໍ່​ແມ່ນ, ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ນຸ່ງເຄື່ອງ​ທີ່​ລະອຽດ​ຈົບງາມ​ບໍ? ບໍ່​ແມ່ນ, ບັນດາ​ຄົນ​ທີ່​ນຸ່ງເຄື່ອງ​ທີ່​ຈົບງາມ​ກໍ​ຢູ່​ໃນ​ວັງ​ຂອງ​ກະສັດ.


“ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນໂງ່​ເອີຍ! ຄືນ​ນີ້​ຊີວິດ​ຂອງ​ເຈົ້າ​ຈະ​ຖືກ​ເອີ້ນ​ເອົາ​ຄືນ​ຈາກ​ເຈົ້າ. ແລ້ວ​ຜູ້ໃດ​ຈະ​ເປັນ​ຜູ້​ທີ່​ໄດ້​ຮັບ​ສິ່ງຂອງ​ທີ່​ເຈົ້າ​ຕຽມ​ໄວ້​ສຳລັບ​ເຈົ້າ​ເອງ?’


“ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ, ຈົ່ງ​ຈື່​ໄວ້​ວ່າ​ໃນ​ຕະຫລອດ​ຊີວິດ​ຂອງ​ເຈົ້າ ເຈົ້າ​ໄດ້​ຮັບ​ແຕ່​ສິ່ງ​ດີ ຂະນະ​ທີ່​ລາຊາໂຣ​ໄດ້​ຮັບ​ແຕ່​ສິ່ງ​ບໍ່​ດີ, ແຕ່​ດຽວນີ້​ລາວ​ໄດ້​ຮັບ​ການ​ເລົ້າໂລມໃຈ​ຢູ່​ທີ່​ນີ້​ແລ້ວ ສ່ວນ​ເຈົ້າ​ກໍ​ຢູ່​ໃນ​ຄວາມ​ທຸກທໍລະມານ.


ສິ່ງ​ເຫລົ່ານີ້​ໄດ້​ເກີດຂຶ້ນ​ເປັນ​ຕົວຢ່າງ​ເພື່ອ​ຮັກສາ​ພວກເຮົາ​ຈາກ​ການຕັ້ງ​ໃຈ​ຂອງ​ພວກເຮົາ​ໃສ່​ສິ່ງ​ຊົ່ວຮ້າຍ​ເໝືອນດັ່ງ​ທີ່​ພວກເພິ່ນ​ໄດ້​ເຮັດ.


ພວກເຈົ້າ​ປາຖະໜາ​ຫາ​ແຕ່​ບໍ່​ໄດ້, ດັ່ງນັ້ນ​ພວກເຈົ້າ​ຈຶ່ງ​ຂ້າ​ກັນ. ພວກເຈົ້າ​ຢາກ​ໄດ້​ແຕ່​ບໍ່​ໄດ້​ໃນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງການ ດັ່ງນັ້ນ​ພວກເຈົ້າ​ຈຶ່ງ​ຜິດຖຽງກັນ ແລະ ຕໍ່ສູ້​ກັນ. ພວກເຈົ້າ​ບໍ່​ມີ​ເພາະ​ພວກເຈົ້າ​ບໍ່​ໄດ້​ຂໍ​ພຣະເຈົ້າ.


ສິນຄ້າ​ອື່ນ​ອີກ​ຄື: ອົບເຊີຍ ແລະ ເຄື່ອງ​ເທດ, ເຄື່ອງຫອມ ແລະ ກຳຍານ, ເຫລົ້າອະງຸ່ນ, ນ້ຳມັນ​ໝາກກອກ, ແປ້ງລະອຽດ ແລະ ເຂົ້າຫວີດ, ງົວ ແລະ ແກະ, ມ້າ, ລົດມ້າ ແລະ ມະນຸດ​ທີ່​ຖືກ​ຂາຍ​ເປັນ​ຂ້າທາດ​ດ້ວຍ.


ບັນດາ​ພໍ່ຄ້າ​ທີ່​ຂາຍ​ສິ່ງຂອງ​ເຫລົ່ານີ້ ແລະ ໄດ້ຮັບ​ຄວາມຮັ່ງມີ​ຈາກ​ນະຄອນ​ນັ້ນ​ຈະ​ຢືນ​ຢູ່​ຫ່າງໆ ເພາະ​ຢ້ານ​ຄວາມທໍລະມານ​ຂອງ​ມັນ. ພວກເຂົາ​ຈະ​ຮ້ອງໄຫ້​ໄວ້ອາໄລ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka