Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 18:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ສິນຄ້າ​ອື່ນ​ອີກ​ຄື: ອົບເຊີຍ ແລະ ເຄື່ອງ​ເທດ, ເຄື່ອງຫອມ ແລະ ກຳຍານ, ເຫລົ້າອະງຸ່ນ, ນ້ຳມັນ​ໝາກກອກ, ແປ້ງລະອຽດ ແລະ ເຂົ້າຫວີດ, ງົວ ແລະ ແກະ, ມ້າ, ລົດມ້າ ແລະ ມະນຸດ​ທີ່​ຖືກ​ຂາຍ​ເປັນ​ຂ້າທາດ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ເຄື່ອງເທດ​ແລະ​ເຄື່ອງຫອມ, ກຳຍານ, ນໍ້າມັນ​ຫອມ​ແລະ​ເຄື່ອງຫອມ​ເຜົາບູຊາ, ເຫຼົ້າ​ອະງຸ່ນ​ແລະ​ນໍ້າມັນ​ໝາກກອກເທດ, ເຂົ້າ​ແປ້ງ​ລະອຽດ​ແລະ​ເຂົ້າ​ບະເລ, ງົວ​ແລະ​ແກະ, ມ້າ​ແລະ​ລົດມ້າ, ຂ້ອຍໃຊ້, ຕະຫລອດ​ທັງ​ຊີວິດ​ຈິດໃຈ​ມະນຸດ​ດ້ວຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 18:13
25 Jak'a apnaqawi uñst'ayäwi  

ຄົນ​ຜິດສິນທຳທາງເພດ ແລະ ບັນດາ​ຄົນຮັກຮ່ວມເພດ, ຄົນຄ້າຂາຍຂ້າທາດ​ກັບ​ຄົນຂີ້ຕົວະ ແລະ ຄົນ​ໃຫ້​ຄຳພະຍານ​ບໍ່​ຈິງ ແລະ ສິ່ງ​ອື່ນ​ອີກ​ທີ່​ຂັດ​ກັບ​ຄຳສອນ​ອັນ​ມີ​ຫລັກ.


ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.


“ພວກເຂົາ​ຈະ​ກ່າວ​ວ່າ, ‘ຜົນ​ທີ່​ເຈົ້າ​ປາຖະໜາ​ຫາ​ກໍ​ໝົດ​ໄປ​ຈາກ​ເຈົ້າ​ແລ້ວ. ຄວາມຫລູຫລາ ແລະ ຄວາມງົດງາມ​ຂອງ​ເຈົ້າ​ທັງໝົດ​ໄດ້​ສູນຫາຍ​ໄປ, ຢ່າງ​ບໍ່​ມີ​ວັນ​ກັບຄືນ​ມາ’.


ບັນດາ​ພໍ່ຄ້າ​ທີ່​ຂາຍ​ສິ່ງຂອງ​ເຫລົ່ານີ້ ແລະ ໄດ້ຮັບ​ຄວາມຮັ່ງມີ​ຈາກ​ນະຄອນ​ນັ້ນ​ຈະ​ຢືນ​ຢູ່​ຫ່າງໆ ເພາະ​ຢ້ານ​ຄວາມທໍລະມານ​ຂອງ​ມັນ. ພວກເຂົາ​ຈະ​ຮ້ອງໄຫ້​ໄວ້ອາໄລ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka