Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 17:9 - ພຣະຄຳພີລາວສະບັບສະໄໝໃໝ່

9 “ໃນ​ເລື່ອງ​ນີ້​ຕ້ອງ​ໃຊ້​ຄວາມຄິດ ແລະ ປັນຍາ. ເຈັດ​ຫົວ​ນັ້ນ​ແມ່ນ​ເນີນພູ​ເຈັດ​ໜ່ວຍ​ທີ່​ຍິງ​ນັ້ນ​ນັ່ງ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 “ກ່ຽວກັບ​ເລື່ອງ​ນີ້​ແມ່ນ​ໃຫ້​ໃຊ້​ສະຕິປັນຍາ​ແລະ​ຄວາມ​ເຂົ້າໃຈ. ຫົວ​ທັງ​ເຈັດ​ນັ້ນ​ໄດ້​ແກ່​ພູ​ນ້ອຍ​ເຈັດ​ໜ່ວຍ​ທີ່​ຍິງ​ນັ້ນ​ນັ່ງ​ຢູ່. ມັນ​ຍັງ​ໝາຍເຖິງ​ກະສັດ​ເຈັດ​ອົງ

Uka jalj uñjjattʼäta Copia luraña




ພຣະນິມິດ 17:9
10 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ເພາະວ່າ​ຄວາມເລິກລັບ​ແຫ່ງ​ອານາຈັກ​ສະຫວັນ​ໃຫ້​ພວກເຈົ້າ​ຮູ້​ໄດ້, ແຕ່​ຄົນ​ເຫລົ່ານັ້ນ​ບໍ່​ໃຫ້​ຮູ້.


“ດັ່ງນັ້ນ ເມື່ອ​ພວກເຈົ້າ​ເຫັນ, ‘ສິ່ງ​ທີ່​ໜ້າກຽດໜ້າຊັງ​ອັນ​ເປັນ​ຕົ້ນເຫດ​ຂອງ​ວິບັດ’ ຕັ້ງ​ຢູ່​ໃນ​ບ່ອນ​ສັກສິດ​ຕາມ​ທີ່​ໄດ້​ກ່າວ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ດານີເອນ (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ຄວາມໝາຍ​ເອົາ​ເອງ)


ສ່ວນ​ພະຍານາກ​ຢືນ​ຢູ່​ແຄມ​ທະເລ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ໂຕ​ໜຶ່ງ​ຂຶ້ນ​ມາ​ຈາກ​ທະເລ. ມັນ​ມີ​ສິບ​ເຂົາ ແລະ ເຈັດ​ຫົວ, ທັງ​ເຈັດ​ເຂົາ​ສວມ​ມົງກຸດ​ສວມ ແລະ ຢູ່​ເທິງ​ແຕ່​ລະ​ຫົວ​ມີ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ.


ໃນ​ເລື່ອງ​ນີ້​ຕ້ອງ​ໃຊ້​ສະຕິປັນຍາ. ຜູ້ໃດ​ມີ​ຄວາມເຂົ້າໃຈ​ກໍ​ໃຫ້​ຄິດໄລ່​ໂຕເລກ​ຂອງ​ສັດຮ້າຍ​ນັ້ນ ເພາະ​ໂຕເລກ​ນັ້ນ​ແທນ​ຊື່​ບຸກຄົນ​ໜຶ່ງ. ໂຕເລກ​ນັ້ນ​ແມ່ນ 666.


ແມ່ຍິງ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ຄື​ນະຄອນ​ຍິ່ງໃຫຍ່ ເຊິ່ງ​ປົກຄອງ​ບັນດາ​ກະສັດ​ຂອງ​ໂລກ”.


ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ໃນ​ພຣະວິນຍານ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ. ທີ່​ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່​ເທິງ​ສັດຮ້າຍ​ສີແດງເຂັ້ມ ເຊິ່ງ​ມີ​ຫລາຍ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ໂຕ, ມີ​ເຈັດ​ຫົວ ແລະ ສິບ​ເຂົາ.


ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ດ້ວຍເຫດໃດ​ທ່ານ​ຈຶ່ງ​ປະຫລາດໃຈ? ເຮົາ​ຈະ​ອະທິບາຍ​ຄວາມເລິກລັບ​ຂອງ​ແມ່ຍິງ​ຄົນ​ນັ້ນ​ກັບ​ສັດຮ້າຍ​ທີ່​ມີ​ເຈັດ​ຫົວ ແລະ ສິບ​ເຂົາ​ທີ່​ນາງ​ຂີ່​ໃຫ້​ທ່ານ​ຟັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka