Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 17:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ, ຄັ້ງ​ໜຶ່ງ​ເຄີຍ​ມີຊີວິດ​ຢູ່ ແຕ່​ບັດນີ້​ບໍ່​ມີຊີວິດ​ຢູ່, ມັນ​ຈະ​ຂຶ້ນ​ມາ​ຈາກ​ເຫວເລິກ ແລະ ໄປ​ສູ່​ຄວາມຈິບຫາຍ​ຂອງ​ມັນ. ຄົນ​ທັງຫລາຍ​ທີ່​ຢູ່​ແຜ່ນດິນໂລກ​ຜູ້​ທີ່​ບໍ່​ມີ​ຊື່​ຢູ່​ໃນ​ໜັງສື​ແຫ່ງ​ຊີວິດ​ຕັ້ງແຕ່​ສ້າງ​ໂລກ​ຈະ​ປະຫລາດໃຈ​ເມື່ອ​ພວກເຂົາ​ໄດ້​ເຫັນ​ສັດຮ້າຍ​ນີ້, ເພາະ​ຄັ້ງ​ໜຶ່ງ​ມັນ​ເຄີຍ​ມີຊີວິດ​ຢູ່ ແລະ ບັດນີ້​ບໍ່​ມີຊີວິດ​ຢູ່, ແຕ່​ມັນ​ຈະ​ມາ​ໃນ​ອະນາຄົດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ສັດຮ້າຍ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດນີ້​ບໍ່ໄດ້​ເປັນ​ຢູ່ ມັນ​ກຳລັງ​ຈະ​ຂຶ້ນ​ມາ​ຈາກ​ເຫວເລິກ ເພື່ອ​ໄປ​ສູ່​ຄວາມ​ຈິບຫາຍ ບັນດາ​ຊາວ​ໂລກ​ທີ່​ບໍ່ມີ​ຊື່​ຈົດ​ໄວ້​ໃນ​ທະບຽນ​ແຫ່ງ​ຊີວິດ ຕັ້ງແຕ່​ເລີ່ມຕົ້ນ​ຊົງ​ສ້າງ​ໂລກ​ນັ້ນ ກໍ​ຈະ​ປະຫລາດ​ໃຈ ເມື່ອ​ພວກເຂົາ​ເຫັນ​ສັດຮ້າຍ​ທີ່​ໄດ້​ເປັນ​ຢູ່​ໃນ​ຄາວ​ກ່ອນ ແຕ່​ບັດນີ້​ບໍ່ໄດ້​ເປັນ​ຢູ່ ແລະ​ກຳລັງ​ຈະ​ມາ​ປາກົດ​ອີກ.”

Uka jalj uñjjattʼäta Copia luraña




ພຣະນິມິດ 17:8
28 Jak'a apnaqawi uñst'ayäwi  

“ແລ້ວ​ກະສັດ​ກໍ​ຈະ​ກ່າວ​ກັບ​ບັນດາ​ຜູ້​ທີ່​ຢູ່​ເບື້ອງຂວາ​ຂອງ​ພຣະອົງ​ວ່າ, ‘ມາ​ເທີ້ນ, ພວກເຈົ້າ​ຜູ້​ທີ່​ໄດ້​ຮັບ​ພອນ​ຈາກ​ພຣະບິດາ​ຂອງ​ເຮົາ ຈົ່ງ​ມາ​ຮັບເອົາ​ມໍລະດົກ​ຂອງ​ເຈົ້າ, ອານາຈັກ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ພວກເຈົ້າ​ຕັ້ງແຕ່​ສ້າງ​ໂລກ.


ແຕ່​ຢ່າ​ຍິນດີ​ທີ່​ວິນຍານ​ຕ່າງໆ​ຍອມ​ຟັງ​ພວກເຈົ້າ, ແຕ່​ຈົ່ງ​ຍິນດີ ເພາະ​ຊື່​ຂອງ​ພວກເຈົ້າ​ຖືກ​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ”.


ແລະ ພວກມັນ​ຈຶ່ງ​ອ້ອນວອນຂໍ​ພຣະອົງ​ບໍ່​ໃຫ້​ສັ່ງ​ພວກມັນ​ກັບ​ໄປ​ໃນ​ເຫວເລິກ.


“ພຣະບິດາເຈົ້າ​ເອີຍ, ຂ້ານ້ອຍ​ປາຖະໜາ​ໃຫ້​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ​ນັ້ນ ໄດ້​ຢູ່​ກັບ​ຂ້ານ້ອຍ​ໃນ​ບ່ອນ​ທີ່​ຂ້ານ້ອຍ​ຢູ່ ແລະ ໃຫ້​ພວກເຂົາ​ເຫັນ​ສະຫງ່າລາສີ​ຂອງ​ຂ້ານ້ອຍ, ສະຫງ່າລາສີ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ ເພາະ​ພຣະອົງ​ຮັກ​ຂ້ານ້ອຍ​ຕັ້ງແຕ່​ກ່ອນ​ທີ່​ພຣະອົງ​ສ້າງ​ໂລກ.


ເຊິ່ງ​ເປັນ​ທີ່​ຮູ້​ກັນ​ມາ​ດົນນານ​ແລ້ວ.


ເພາະ​ພຣະອົງ​ໄດ້​ເລືອກ​ພວກເຮົາ​ໄວ້​ໃນ​ພຣະອົງ​ກ່ອນ​ການ​ສ້າງ​ໂລກ​ເພື່ອ​ພວກເຮົາ​ຈະ​ບໍລິສຸດ ແລະ ບໍ່ມີຕຳໜິ​ຕໍ່​ສາຍຕາ​ຂອງ​ພຣະອົງ. ໃນ​ຄວາມຮັກ​ນັ້ນ


ດ້ວຍ​ຫວັງ​ວ່າ​ຈະ​ໄດ້​ຊີວິດ​ນິລັນດອນ ເຊິ່ງ​ພຣະເຈົ້າ​ຜູ້​ບໍ່​ກ່າວ​ຕົວະ​ໄດ້​ສັນຍາ​ໄວ້​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ


ພຣະອົງ​ໄດ້​ເລືອກ​ພຣະຄຣິດເຈົ້າ​ໄວ້​ຕັ້ງແຕ່​ກ່ອນ​ສ້າງ​ໂລກ ແຕ່​ໄດ້​ໃຫ້​ພຣະຄຣິດເຈົ້າ​ປາກົດ​ໃນ​ວາລະ​ສຸດທ້າຍ​ນີ້​ເພື່ອ​ເຫັນແກ່​ພວກເຈົ້າ​ທັງຫລາຍ.


ແລະ ເມື່ອ​ທັງ​ສອງ​ໄດ້​ເປັນ​ພະຍານ​ສຳເລັດ​ແລ້ວ, ສັດຮ້າຍ​ຈາກ​ເຫວເລິກ​ຈະ​ຂຶ້ນ​ມາ​ທຳຮ້າຍ​ພວກເພິ່ນ, ຈະ​ເອົາ​ຊະນະ​ພວກເພິ່ນ ແລະ ຂ້າ​ພວກເພິ່ນ.


ສັດຮ້າຍ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ມີຊີວິດ​ຢູ່ ແລະ ບັດນີ້​ບໍ່​ມີຊີວິດ​ຢູ່ ນັ້ນ​ຄື​ກະສັດ​ອົງ​ທີ​ແປດ. ມັນ​ຮ່ວມ​ຢູ່​ໃນ​ກຸ່ມ​ຂອງ​ກະສັດ​ທັງ​ເຈັດ​ອົງ​ດ້ວຍ ແລະ ກຳລັງ​ຈະ​ໄປ​ສູ່​ຄວາມຈິບຫາຍ​ຂອງ​ມັນ.


ບັນດາ​ກະສັດ​ທົ່ວ​ໂລກ​ໄດ້​ເຮັດ​ຜິດສິນທຳທາງເພດ​ກັບ​ນາງ, ແລະ ຄົນ​ທັງຫລາຍ​ທີ່​ຢູ່​ເທິງ​ແຜ່ນດິນໂລກ​ກໍ​ເມົາ​ເຫລົ້າອະງຸ່ນ​ແຫ່ງ​ການຜິດສິນທຳທາງເພດ​ຂອງ​ນາງ”.


ແລະ ມານຮ້າຍ​ທີ່​ຫລອກລວງ​ພວກເຂົາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ​ທີ່​ມີ​ມາດ​ໄໝ້​ຢູ່, ບ່ອນ​ທີ່​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມລົງ​ໄປ​ກ່ອນ​ແລ້ວ. ພວກມັນ​ຈະ​ທົນທຸກທໍລະມານ​ທັງ​ກາງ​ເວັນ ແລະ ກາງຄືນ​ຕະຫລອດໄປ​ເປັນນິດ.


ແລະ ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ທີ່​ຄົນຕາຍ​ແລ້ວ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ໜັງສື​ຕ່າງໆ​ກໍ​ໄດ້​ເປີດອອກ. ມີ​ໜັງສື​ອີກ​ເຫລັ້ມ​ໜຶ່ງ​ກໍ​ໄດ້​ເປີດອອກ​ເໝືອນກັນ ເຊິ່ງ​ເປັນ​ໜັງສື​ແຫ່ງ​ຊີວິດ. ຜູ້​ທີ່​ຕາຍ​ແລ້ວ​ກໍ​ຖືກ​ພິພາກສາ​ຕາມ​ການກະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ເຫລົ່ານັ້ນ.


ຜູ້ໃດ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ ຜູ້​ນັ້ນ​ຕ້ອງ​ຖືກ​ຖິ້ມລົງ​ໃນ​ບຶງໄຟ.


ເນື່ອງຈາກ​ເຈົ້າ​ໄດ້​ຮັກສາ​ຄຳສັ່ງ​ຂອງ​ເຮົາ​ໄວ້​ດ້ວຍ​ຄວາມພາກພຽນ​ອົດທົນ, ເຮົາ​ກໍ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ແຫ່ງ​ການທົດລອງ​ທີ່​ກຳລັງ​ມາ​ເຖິງ​ທົ່ວທັງ​ໂລກ​ນີ້​ເພື່ອ​ທົດລອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.


ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ກໍ​ຈະ​ນຸ່ງ​ຊຸດ​ສີຂາວ​ເໝືອນ​ກັບ​ພວກເຂົາ. ເຮົາ​ຈະ​ບໍ່​ລຶບ​ຊື່​ຜູ້​ນັ້ນ​ອອກ​ຈາກ​ໜັງສື​ແຫ່ງ​ຊີວິດ​ຈັກເທື່ອ, ແຕ່​ຈະ​ຮັບຮູ້​ຊື່​ຜູ້​ນັ້ນ​ຕໍ່ໜ້າ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka