Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 17:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ຂ້າພະເຈົ້າ​ເຫັນ​ແມ່ຍິງ​ຄົນ​ນັ້ນ​ເມົາ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ, ເລືອດ​ຂອງ​ບັນດາ​ຜູ້​ທີ່​ເປັນ​ພະຍານ​ເພື່ອ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ນາງ​ແລ້ວ​ກໍ​ປະຫລາດໃຈ​ຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ແລະ​ຂ້າພະເຈົ້າ​ໄດ້​ເຫັນ​ຍິງ​ຄົນ​ນັ້ນ ເມົາ​ດ້ວຍ​ເລືອດ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ທີ່​ຍອມ​ສະຫລະ​ຊີວິດ ເພາະ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ອັດສະຈັນ​ໃຈ​ຫລາຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 17:6
12 Jak'a apnaqawi uñst'ayäwi  

ແລະ ເວົ້າ​ວ່າ, “ທຸກຄົນ​ກໍ​ເຄີຍ​ເອົາ​ເຫລົ້າອະງຸ່ນ​ອັນ​ດີ​ມາ​ໃຫ້​ດື່ມ​ກ່ອນ ແລະ ເມື່ອ​ແຂກ​ທັງຫລາຍ​ດື່ມ​ຫລາຍ​ແລ້ວ​ຈຶ່ງ​ເອົາ​ເຫລົ້າອະງຸ່ນ​ລາຄາ​ຖືກ​ກວ່າ​ມາ​ໃຫ້ ແຕ່​ເຈົ້າ​ພັດ​ເກັບ​ເຫລົ້າອະງຸ່ນ​ທີ່​ດີ​ທີ່ສຸດ​ໄວ້​ຈົນ​ເຖິງ​ດຽວນີ້”.


ແລະ ເມື່ອ​ເລືອດ​ຂອງ​ຊະເຕຟາໂນ​ຜູ້​ທີ່​ສະຫລະ​ຊີວິດ​ເພື່ອ​ຄວາມເຊື່ອ​ຫລັ່ງ​ອອກ​ມາ ຂ້ານ້ອຍ​ກໍ​ຢືນ​ຢູ່​ທີ່​ນັ້ນ​ເຫັນດີ​ນຳ ແລະ ເຝົ້າ​ເຄື່ອງນຸ່ງ​ໃຫ້​ຄົນ​ທີ່​ຂ້າ​ຊະເຕຟາໂນ’.


ພວກເຂົາ​ໄດ້​ຊະນະ​ພະຍານາກ ໂດຍ​ໂລຫິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ ແລະ ໂດຍ​ຄຳພະຍານ​ຂອງ​ພວກເຂົາ​ເອງ, ພວກເຂົາ​ບໍ່​ໄດ້​ຮັກ​ຊີວິດ​ຂອງ​ຕົນເອງ​ຫລາຍ ແມ່ນແຕ່​ຄວາມຕາຍ​ພວກເຂົາ​ກໍ​ບໍ່​ຢ້ານ.


ສັດຮ້າຍ​ໂຕ​ທີສອງ​ໄດ້​ຮັບ​ອຳນາດ​ທີ່​ຈະ​ໃຫ້​ລົມຫາຍໃຈ​ແກ່​ຮູບຈໍາລອງ​ຂອງ​ສັດຮ້າຍ​ໂຕ​ທຳອິດ, ເພື່ອ​ວ່າ​ຮູບຈຳລອງ​ນັ້ນ​ຈະສາມາດ​ເວົ້າ​ໄດ້ ແລະ ເຮັດ​ໃຫ້​ທຸກ​ຄົນ​ທີ່​ບໍ່​ຍອມ​ຂາບໄຫວ້​ຮູບຈຳລອງ​ຖືກ​ຂ້າ​ຕາຍ.


ມັນ​ໄດ້​ຮັບ​ອຳນາດ​ທີ່​ຈະ​ສູ້ຮົບ​ກັບ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຊະນະ​ພວກເຂົາ. ມັນ​ໄດ້​ຮັບ​ສິດອຳນາດ​ເໜືອ​ທຸກ​ຊົນເຜົ່າ, ທຸກຄົນ, ທຸກ​ພາສາ ແລະ ທຸກ​ຊົນຊາດ.


ເນື່ອງຈາກ​ພວກເຂົາ​ໄດ້​ເຮັດ​ໃຫ້​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຜູ້ທຳນວາຍ​ຂອງ​ພຣະອົງ​ຕ້ອງ​ຫລັ່ງ​ເລືອດ, ແລະ ພຣະອົງ​ເອົາ​ເລືອດ​ໃຫ້​ພວກເຂົາ​ດື່ມ​ຕາມ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ”.


ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka