ພຣະນິມິດ 17:5 - ພຣະຄຳພີລາວສະບັບສະໄໝໃໝ່5 ຊື່ທີ່ຂຽນໄວ້ເທິງໜ້າຜາກຂອງນາງເປັນຄວາມເລິກລັບວ່າ: ບາບີໂລນນະຄອນຍິ່ງໃຫຍ່ ແມ່ຂອງຍິງໂສເພນີ ແລະ ສິ່ງທີ່ໜ້າກຽດຊັງທັງຫລາຍຂອງແຜ່ນດິນໂລກ. Uka jalj uñjjattʼätaພຣະຄຳພີສັກສິ5 ທີ່ໜ້າຜາກມີຊື່ຂຽນໄວ້ເປັນຄວາມເລິກລັບວ່າ, “ບາບີໂລນມະຫານະຄອນ ແມ່ຂອງໂສເພນີທັງຫລາຍ ແລະແມ່ຂອງສິ່ງທັງປວງທີ່ໜ້າກຽດໜ້າຊັງໃນແຜ່ນດິນໂລກ.” Uka jalj uñjjattʼäta |
ເທວະດາຕົນນັ້ນໄດ້ຮ້ອງຂຶ້ນດ້ວຍສຽງອັນມີພະລັງວ່າ: “ຫລົ້ມຈົມແລ້ວ! ບາບີໂລນນະຄອນຍິ່ງໃຫຍ່ໄດ້ຫລົ້ມຈົມແລ້ວ! ນາງນີ້ໄດ້ກາຍເປັນບ່ອນອາໄສຂອງພວກຜີມານຮ້າຍ ແລະ ເປັນບ່ອນສິງຢູ່ຂອງວິນຍານສົກກະປົກທຸກຢ່າງ, ເປັນບ່ອນສິງຢູ່ຂອງນົກທຸກຊະນິດທີ່ເປັນມົນທິນ, ເປັນບ່ອນສິງຢູ່ຂອງສັດທຸກຊະນິດທີ່ເປັນມົນທິນ ແລະ ໜ້າກຽດຊັງ