Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 17:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ໃນ​ພຣະວິນຍານ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ. ທີ່​ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່​ເທິງ​ສັດຮ້າຍ​ສີແດງເຂັ້ມ ເຊິ່ງ​ມີ​ຫລາຍ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ໂຕ, ມີ​ເຈັດ​ຫົວ ແລະ ສິບ​ເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເທວະດາ​ຕົນ​ນັ້ນ​ໄດ້​ຍົກ​ຂ້າພະເຈົ້າ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງ​ກັນດານ ໂດຍ​ພຣະວິນຍານ. ໃນ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ ນັ່ງ​ຢູ່​ເທິງ​ຫລັງ​ສັດຮ້າຍ​ສີແດງເຂັ້ມ​ໂຕໜຶ່ງ ຊຶ່ງ​ມີ​ຫລາຍຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ຕົວ, ມັນ​ມີ​ເຈັດ​ຫົວ ແລະ​ສິບ​ເຂົາ.

Uka jalj uñjjattʼäta Copia luraña




ພຣະນິມິດ 17:3
26 Jak'a apnaqawi uñst'ayäwi  

ພວກເຂົາ​ແກ້​ເຄື່ອງນຸ່ງ​ຂອງ​ພຣະອົງ​ອອກ ແລ້ວ​ເອົາ​ເສື້ອຄຸມ​ສີແດງເຂັ້ມ​ມາ​ນຸ່ງ​ໃຫ້​ພຣະອົງ.


ເມື່ອ​ພວກເພິ່ນ​ຂຶ້ນ​ຈາກ​ນ້ຳ​ແລ້ວ, ພຣະວິນຍານ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຮັບ​ເອົາ​ຟີລິບ​ໄປ​ທັນທີ ແລະ ຂ້າລາຊະການ​ຄົນ​ນັ້ນ​ກໍ​ບໍ່​ເຫັນ​ຟີລິບ​ອີກ​ເລີຍ, ແຕ່​ເດີນທາງ​ຕໍ່ໄປ​ດ້ວຍ​ຄວາມຊື່ນຊົມຍິນດີ.


ມັນ​ຈະ​ຕໍ່ຕ້ານ ແລະ ຍົກ​ຕົນ​ເອງ​ຂຶ້ນ​ຢູ່​ເໜືອ​ທຸກສິ່ງ​ທີ່​ເອີ້ນ​ຊື່​ວ່າ​ພຣະເຈົ້າ ຫລື ເປັນ​ທີ່​ເຄົາລົບ​ບູຊາ ເພື່ອ​ວ່າ​ມັນ​ຈະ​ຕັ້ງ​ຕົນ​ເອງ​ຂຶ້ນ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ ປະກາດ​ຕົນ​ເອງ​ວ່າ​ເປັນ​ພຣະເຈົ້າ.


ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າ​ຢູ່​ໃນ​ພຣະວິນຍານ ແລະ ໄດ້​ຍິນ​ສຽງ​ຄ້າຍຄື​ສຽງແກ​ດັງ​ຂຶ້ນ​ທາງ​ດ້ານຫລັງ​ຂອງ​ຂ້າພະເຈົ້າ,


ຍິງ​ນັ້ນ​ໄດ້​ຮັບ​ປີກ​ນົກອິນຊີ​ໃຫຍ່​ສອງ​ປີກ​ເພື່ອ​ຈະ​ໄດ້​ບິນ​ໄປ​ຍັງ​ບ່ອນ​ທີ່​ໄດ້​ຈັດຕຽມ​ໄວ້​ໃຫ້​ນາງ​ໃນ​ຖິ່ນແຫ້ງແລ້ງກັນດານ, ຢູ່​ທີ່​ນັ້ນ​ນາງ​ຈະ​ໄດ້ຮັບ​ການ​ປົກປ້ອງ​ລ້ຽງດູ​ໃຫ້​ພົ້ນ​ຈາກ​ການໂຈມຕີ​ຂອງ​ພະຍານາກ​ຕະຫລອດ​ໜຶ່ງ​ວາລະ, ສອງ​ວາລະ ແລະ ເຄິ່ງ​ວາລະ.


ຫລັງຈາກ​ນັ້ນ ກໍ​ມີ​ໝາຍສຳຄັນ​ອີກ​ຢ່າງ​ໜຶ່ງ​ໄດ້​ປາກົດ​ຂຶ້ນ​ໃນ​ສະຫວັນ​ຄື: ພະຍານາກ​ໃຫຍ່​ສີແດງ​ໂຕ​ໜຶ່ງ​ມີ​ເຈັດ​ຫົວ ແລະ ສິບ​ເຂົາ, ທັງ​ເຈັດ​ຫົວ​ສວມ​ມົງກຸດ


ຍິງ​ນັ້ນ​ໄດ້​ໜີ​ເຂົ້າ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ໄປ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ສຳລັບ​ນາງ, ຢູ່​ທີ່​ນັ້ນ​ນາງ​ຈະ​ໄດ້​ຮັບ​ການລ້ຽງດູ​ເປັນ​ເວລາ​ໜຶ່ງພັນສອງຮ້ອຍຫົກສິບ​ວັນ.


ແມ່ຍິງ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ຄື​ນະຄອນ​ຍິ່ງໃຫຍ່ ເຊິ່ງ​ປົກຄອງ​ບັນດາ​ກະສັດ​ຂອງ​ໂລກ”.


ແມ່ຍິງ​ຄົນ​ນັ້ນ​ນຸ່ງເຄື່ອງ​ສີມ່ວງ ແລະ ສີແດງເຂັ້ມ ແລະ ເປັ່ງປະກາຍ​ດ້ວຍ​ຄຳ, ອັນຍະມະນີ ແລະ ໄຂ່ມຸກ. ນາງ​ຖື​ຈອກ​ຄຳ​ໄວ້​ໃນ​ມື​ຂອງ​ນາງ, ເຊິ່ງ​ເຕັມ​ໄປ​ດ້ວຍ​ສິ່ງທີ່ໜ້າກຽດຊັງ ແລະ ຄວາມ​ສົກກະປົກ​ຂອງ​ການ​ຫລິ້ນຊູ້​ຂອງ​ນາງ.


ສິນຄ້າ​ເຫລົ່ານັ້ນ​ຄື: ຄຳ, ເງິນ, ອັນຍະມະນີ ແລະ ໄຂ່ມຸກ, ຜ້າຝ້າຍລິນິນ​ເນື້ອລະອຽດດີ, ຜ້າສີມ່ວງ, ຜ້າໄໝ ແລະ ຜ້າ​ສີແດງເຂັ້ມ, ໄມ້ຫອມ​ທຸກ​ຊະນິດ ແລະ ຜະລິດຕະພັນ​ທຸກ​ຊະນິດ​ທີ່​ເຮັດ​ດ້ວຍ​ງາຊ້າງ, ໄມ້​ລາຄາ​ແພງ, ທອງສຳລິດ, ເຫລັກ ແລະ ຫີນອ່ອນ,


ແລະ ຮ້ອງ​ອອກ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ, ເຈົ້າ​ນຸ່ງຫົ່ມ​ຜ້າຝ້າຍລິນິນ​ເນື້ອລະອຽດດີ, ຜ້າ​ສີມ່ວງ ແລະ ຜ້າ​ສີແດງເຂັ້ມ, ແລະ ເປັ່ງປະກາຍ​ດ້ວຍ​ຄຳ, ອັນຍະມະນີ ແລະ ໄຂ່ມຸກ!


ໂດຍ​ພຣະວິນຍານ​ເທວະດາ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ພູເຂົາ​ໃຫຍ່ ແລະ ສູງ, ແລະ ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ນະຄອນ​ສັກສິດ ຄື​ເຢຣູຊາເລັມ​ທີ່​ພຣະເຈົ້າ​ໃຫ້​ລົງ​ມາ​ຈາກ​ສະຫວັນ.


ໃນ​ທັນໃດ​ນັ້ນ ຂ້າພະເຈົ້າ​ກໍ​ຢູ່​ໃນ​ພຣະວິນຍານ ແລະ ຕໍ່ໜ້າ​ຂ້າພະເຈົ້າ​ມີ​ບັນລັງ​ຕັ້ງ​ຢູ່​ໃນ​ສະຫວັນ​ພ້ອມ​ດ້ວຍ​ຜູ້​ໜຶ່ງ​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka