Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 17:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ພວກເຂົາ​ຈະ​ສູ້ຮົບ​ກັບ​ລູກແກະ​ຂອງ​ພຣະເຈົ້າ, ແຕ່​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຊະນະ​ພວກເຂົາ​ເພາະ​ພຣະອົງ​ເປັນ​ອົງພຣະຜູ້ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ​ເປັນ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ, ເລືອກ​ໄວ້ ແລະ ເປັນ​ຜູ້ຕິດຕາມ​ທີ່​ສັດຊື່​ຂອງ​ພຣະອົງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ກະສັດ​ທັງຫລາຍ​ນັ້ນ​ຈະ​ສູ້ຮົບ​ກັບ​ພຣະ​ເມສານ້ອຍ ແລະ​ພຣະ​ເມສານ້ອຍ​ຈະ​ມີ​ໄຊຊະນະ ເພາະວ່າ​ພຣະອົງ​ເປັນ​ອົງ​ພຣະຜູ້​ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ​ເປັນ​ມະຫາ​ກະສັດ​ເໜືອ​ກະສັດ​ທັງຫລາຍ ຝ່າຍ​ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ ເປັນ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ເອີ້ນ​ເອົາ​ແລະ​ຊົງ​ເລືອກ​ໄວ້ ກັບ​ທັງ​ເປັນ​ຜູ້​ສັດຊື່ ກໍ​ຈະ​ມີໄຊ​ດ້ວຍ​ກັນ​ກັບ​ພຣະອົງ.”

Uka jalj uñjjattʼäta Copia luraña




ພຣະນິມິດ 17:14
41 Jak'a apnaqawi uñst'ayäwi  

“ດ້ວຍວ່າ ມີ​ຫລາຍ​ຄົນ​ຖືກ​ເຊີນ ແຕ່​ມີ​ໜ້ອຍ​ຄົນ​ທີ່​ຖືກ​ເລືອກ”.


“ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ແກ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ບັນດາ​ພີ່ນ້ອງ​ເຫລົ່ານີ້​ຂອງ​ເຮົາ ພວກເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’.


ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ແລະ ພວກເຈົ້າ​ກໍ​ຮ່ວມ​ຢູ່​ໃນ​ບັນດາ​ຄົນຕ່າງຊາດ​ຜູ້​ທີ່​ໄດ້​ເອີ້ນ​ໃຫ້​ເປັນ​ຂອງ​ພຣະເຢຊູຄຣິດເຈົ້າ​ເໝືອນກັນ.


ແລະ ບັນດາ​ຜູ້​ທີ່​ພຣະອົງ​ກຳນົດ​ໄວ້​ກ່ອນ​ນັ້ນ​ພຣະອົງ​ກໍ​ເອີ້ນ​ເໝືອນກັນ, ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ​ນັ້ນ ພຣະອົງ​ກໍ​ຖືວ່າ​ເປັນ​ຜູ້ຊອບທຳ​ເໝືອນກັນ, ບັນດາ​ຜູ້​ທີ່​ພຣະອົງ​ຖືວ່າ​ເປັນ​ຜູ້ຊອບທຳ ພຣະອົງ​ກໍ​ໃຫ້​ຮັບ​ສະຫງ່າລາສີ​ເໝືອນກັນ.


ບໍ່​ແມ່ນ​ດອກ ໃນ​ສະຖານະການ​ທັງໝົດ​ນີ້ ພວກເຮົາ​ເປັນ​ຍິ່ງກວ່າ​ຜູ້ມີໄຊ ໂດຍ​ທາງ​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ.


ແລ້ວ​ຈຸດຈົບ​ກໍ​ຈະ​ມາ​ເຖິງ, ເມື່ອ​ພຣະອົງ​ຖວາຍ​ອານາຈັກ​ແກ່​ພຣະເຈົ້າ​ພຣະບິດາ ຫລັງຈາກ​ທີ່​ພຣະອົງ​ໄດ້​ທຳລາຍ​ເທບ​ຜູ້ປົກຄອງ​ອານາຈັກ, ສິດອຳນາດ ແລະ ລິດອຳນາດ​ທັງໝົດ.


ເຊິ່ງ​ພຣະເຈົ້າ​ຈະ​ໃຫ້​ການມາ​ປາກົດ​ເປັນ​ໄປ​ໃນ​ເວລາ​ຂອງ​ພຣະອົງ, ພຣະເຈົ້າ​ຜູ້​ເປັນ​ທີ່​ສັນລະເສີນ ແລະ ເປັນ​ຜູ້ຄອບຄອງ​ແຕ່​ພຽງ​ອົງ​ດຽວ, ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ,


ບໍ່​ມີ​ຜູ້ໃດ​ທີ່​ຮັບໃຊ້​ໃນ​ໜ້າທີ່​ເປັນ​ທະຫານ​ແລ້ວ​ຍັງ​ຫຍຸ້ງກ່ຽວ​ກັບ​ເລື່ອງ​ຝ່າຍ​ພົນລະເຮືອນ, ແຕ່​ລາວ​ຕ້ອງ​ເຮັດ​ໃຫ້​ຜູ້​ບັງຄັບ​ບັນຊາ​ຂອງ​ຕົນ​ພໍໃຈ.


ແຕ່​ພວກເຈົ້າ​ເປັນ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້, ເປັນ​ປະໂລຫິດ​ຫລວງ, ເປັນ​ຊົນຊາດ​ບໍລິສຸດ, ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ, ເພື່ອ​ພວກເຈົ້າ​ຈະ​ໄດ້​ປະກາດ​ຄຳ​ສັນລະເສີນ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ອອກຈາກ​ຄວາມມືດ​ເຂົ້າ​ສູ່​ຄວາມສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,


ແລະ ເມື່ອ​ທັງ​ສອງ​ໄດ້​ເປັນ​ພະຍານ​ສຳເລັດ​ແລ້ວ, ສັດຮ້າຍ​ຈາກ​ເຫວເລິກ​ຈະ​ຂຶ້ນ​ມາ​ທຳຮ້າຍ​ພວກເພິ່ນ, ຈະ​ເອົາ​ຊະນະ​ພວກເພິ່ນ ແລະ ຂ້າ​ພວກເພິ່ນ.


ພວກມັນ​ເປັນ​ວິນຍານ​ຂອງ​ມານຮ້າຍ​ທີ່​ເຮັດ​ໝາຍສຳຄັນ​ຕ່າງໆ, ພວກມັນ​ອອກ​ໄປ​ຫາ​ກະສັດ​ທົ່ວ​ໂລກ​ເພື່ອ​ເຕົ້າໂຮມ​ກະສັດ​ເຫລົ່ານັ້ນ​ມາ​ເຮັດ​ການຕໍ່ສູ້​ໃນ​ວັນ​ອັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.


ຢ່າ​ຢ້ານ​ການທົນທຸກ​ທີ່​ເຈົ້າ​ກຳລັງ​ຈະ​ປະເຊີນ. ເຮົາ​ບອກ​ເຈົ້າ​ວ່າ, ມານຮ້າຍ​ຈະ​ຂັງ​ພວກເຈົ້າ​ບາງຄົນ​ໄວ້​ໃນ​ຄຸກ​ເພື່ອ​ທົດລອງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ທົນທຸກ​ເພາະ​ການຂົ່ມເຫັງ​ເຖິງ​ສິບ​ວັນ. ຈົ່ງ​ສັດຊື່​ເຖິງ​ແມ່ນ​ວ່າ​ຈະ​ຕ້ອງ​ຕາຍ ແລະ ເຮົາ​ຈະ​ມອບ​ຊີວິດ​ໃຫ້​ເຈົ້າ​ເພື່ອ​ເປັນ​ມົງກຸດ​ແຫ່ງ​ໄຊຊະນະ.


ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.


ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ນັ່ງ​ກັບ​ເຮົາ​ຢູ່​ເທິງ​ບັນລັງ​ຂອງ​ເຮົາ ເໝືອນ​ເຮົາ​ໄດ້​ຮັບ​ໄຊຊະນະ ແລະ ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ​ເທິງ​ບັນລັງ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka