Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 17:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ທັງ​ຍັງ​ໝາຍ​ເຖິງ​ກະສັດ​ເຈັດ​ອົງ. ຫ້າ​ອົງ​ໄດ້​ລ່ວງ​ໄປ​ແລ້ວ, ອົງ​ໜຶ່ງ​ເປັນ​ຢູ່ ແລະ ອີກ​ອົງ​ໜຶ່ງ​ຍັງ​ບໍ່​ມາ, ແຕ່​ເມື່ອ​ມາ​ແລ້ວ​ຈະ​ຕ້ອງ​ຢູ່​ພຽງ​ຊົ່ວຂະນະໜຶ່ງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ຊຶ່ງ​ຫ້າ​ອົງ​ໄດ້​ລ່ວງ​ໄປ​ແລ້ວ ອົງ​ໜຶ່ງ​ຊົງ​ກຳລັງ​ເປັນ​ຢູ່ ແລະ​ອີກ​ອົງ​ໜຶ່ງ​ຍັງ​ບໍ່ໄດ້​ສະເດັດ​ມາ. ເມື່ອ​ສະເດັດ​ມາ​ແລ້ວ​ຈະ​ຕ້ອງ​ດຳລົງ​ຢູ່​ຊົ່ວ​ຂະນະ​ໜຶ່ງ.

Uka jalj uñjjattʼäta Copia luraña




ພຣະນິມິດ 17:10
6 Jak'a apnaqawi uñst'ayäwi  

ແລ້ວ​ມີ​ຜູ້​ບອກ​ຂ້າພະເຈົ້າ​ວ່າ, “ເຈົ້າ​ຕ້ອງ​ທຳນວາຍ​ອີກ​ກ່ຽວກັບ​ຄົນ​ທັງຫລາຍ, ປະຊາຊາດ​ທັງຫລາຍ, ພາສາ​ທັງຫລາຍ ແລະ ບັນດາ​ກະສັດ​ທັງຫລາຍ”.


ມັນ​ເປັນ​ໂຕແທນ​ຂອງ​ການ​ໃຊ້​ສິດອຳນາດ​ທັງຫມົດ​ຂອງ​ສັດຮ້າຍ​ໂຕ​ທຳອິດ ແລະ ເຮັດ​ໃຫ້​ໂລກ​ກັບ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຂາບໄຫວ້​ສັດຮ້າຍ​ໂຕ​ທຳອິດ ເຊິ່ງ​ເຄີຍ​ມີ​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ແຕ່​ຫາຍດີ​ແລ້ວ.


ຫົວ​ໜຶ່ງ​ໃນ​ບັນດາ​ຫົວ​ຂອງ​ສັດຮ້າຍ​ນັ້ນ​ເບິ່ງ​ຄື​ວ່າ​ມີ​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ, ແຕ່​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ນັ້ນ​ຫາຍດີ​ແລ້ວ. ຄົນ​ທັງ​ໂລກ​ກໍ​ເຕັມ​ໄປ​ດ້ວຍ​ຄວາມອັດສະຈັນໃຈ ແລະ ໄດ້​ຕິດຕາມ​ມານຮ້າຍ​ນັ້ນ.


ສັດຮ້າຍ​ທີ່​ຄັ້ງ​ໜຶ່ງ​ເຄີຍ​ມີຊີວິດ​ຢູ່ ແລະ ບັດນີ້​ບໍ່​ມີຊີວິດ​ຢູ່ ນັ້ນ​ຄື​ກະສັດ​ອົງ​ທີ​ແປດ. ມັນ​ຮ່ວມ​ຢູ່​ໃນ​ກຸ່ມ​ຂອງ​ກະສັດ​ທັງ​ເຈັດ​ອົງ​ດ້ວຍ ແລະ ກຳລັງ​ຈະ​ໄປ​ສູ່​ຄວາມຈິບຫາຍ​ຂອງ​ມັນ.


ສັດຮ້າຍ ແລະ ເຂົາ​ສິບ​ອັນ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ຈະ​ກຽດຊັງ​ຍິງໂສເພນີ. ພວກເຂົາ​ຈະ​ນຳ​ນາງ​ໄປ​ສູ່​ຄວາມຈິບຫາຍ ແລະ ປ່ອຍ​ໃຫ້​ນາງ​ເປືອຍ​ກາຍ, ພວກເຂົາ​ຈະ​ກິນ​ຊີ້ນ​ຂອງ​ນາງ ແລະ ເຜົາ​ນາງ​ດ້ວຍ​ໄຟ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka