Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 17:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ໜຶ່ງ​ໃນ​ເທວະດາ​ເຈັດ​ຕົນ​ທີ່​ຖື​ຂັນ​ເຈັດ​ໜ່ວຍ​ນັ້ນ​ມາ​ຫາ​ຂ້າພະເຈົ້າ ແລະ ກ່າວ​ວ່າ, “ມາ, ເຮົາ​ຈະ​ສະແດງ​ໃຫ້​ທ່ານ​ເຫັນ​ການ​ລົງໂທດ​ຍິງໂສເພນີ​ທີ່​ໂຫດຮ້າຍ​ຜູ້​ນັ່ງ​ຢູ່​ເທິງ​ແມ່ນ້ຳ​ທັງຫລາຍ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ແລ້ວ​ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ທັງ​ເຈັດ​ໜ່ວຍ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້​ເທີ້ນ ເຮົາ​ຈະ​ໃຫ້​ທ່ານ​ເຫັນ​ການ​ຊົງ​ພິພາກສາ​ລົງໂທດ ຍິງໂສເພນີ​ຄົນ​ສຳຄັນ ທີ່​ນັ່ງ​ຢູ່​ເທິງ​ແມ່ນໍ້າ​ອັນ​ຫລວງຫລາຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 17:1
20 Jak'a apnaqawi uñst'ayäwi  

ພວກເພິ່ນ​ຈຶ່ງ​ເວົ້າ​ກັນ​ວ່າ, “ໃຈ​ຂອງ​ພວກເຮົາ​ກໍ​ຮ້ອນຮົນ​ຢູ່​ພາຍໃນ​ຂະນະ​ທີ່​ພຣະອົງ​ກ່າວ​ກັບ​ພວກເຮົາ​ຕາມ​ທາງ ແລະ ໄດ້​ຍົກ​ພຣະຄຳພີ​ມາ​ອະທິບາຍ​ໃຫ້​ພວກເຮົາ​ຟັງ​ບໍ່​ແມ່ນ​ບໍ?”


ມີ​ຊາຍ​ສອງ​ຄົນ​ຄື: ໂມເຊ ແລະ ເອລີຢາ ມາ​ປາກົດ​ໂຕ​ດ້ວຍ​ສະຫງ່າລາສີ​ເປັ່ງປະກາຍ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.


ນີ້​ຄື​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພຣະອົງ​ເພື່ອ​ສະແດງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ໄປ​ສະແດງ​ແກ່​ໂຢຮັນ​ຜູ້ຮັບໃຊ້​ຂອງ​ພຣະອົງ,


ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່ ແລະ ມະຫັດສະຈັນ​ອື່ນ​ອີກ​ໃນ​ສະຫວັນ​ຄື: ເທວະດາ​ເຈັດ​ຕົນ ແລະ ໄພພິບັດ​ສຸດທ້າຍ​ທັງ​ເຈັດ ເຊິ່ງ​ເປັນ​ໄພພິບັດ​ຄັ້ງ​ສຸດທ້າຍ, ເພາະວ່າ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ສຳເລັດ​ລົງ​ດ້ວຍ​ໄພພິບັດ​ເຫລົ່ານີ້.


ນະຄອນ​ຍິ່ງໃຫຍ່​ນັ້ນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ ບັນດາ​ເມືອງ​ໃຫຍ່​ຂອງ​ປະເທດ​ຕ່າງໆ​ໄດ້​ພັງທະລາຍ​ລົງ. ພຣະເຈົ້າ​ລະນຶກເຖິງ​ບາບີໂລນ​ນະຄອນ​ຍິ່ງໃຫຍ່ ແລະ ໄດ້​ໃຫ້​ນະຄອນ​ນີ້​ດື່ມ​ຈາກ​ຈອກ​ທີ່​ເຕັມ​ດ້ວຍ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ.


ຫລັງຈາກ​ນີ້ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ເທວະດາ​ຕົນ​ນີ້​ມີ​ສິດອຳນາດ​ອັນ​ຍິ່ງໃຫຍ່ ແລະ ແຜ່ນດິນໂລກ​ໄດ້​ສະຫວ່າງ​ຂຶ້ນ​ດ້ວຍ​ລັດສະໝີ​ຂອງ​ເພິ່ນ.


ເພາະ​ບັນດາ​ການ​ຕັດສິນ​ຂອງ​ພຣະອົງ​ກໍ​ຖືກຕ້ອງ ແລະ ຍຸຕິທຳ. ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ທີ່​ໂຫດຮ້າຍ​ນັ້ນ​ແລ້ວ ຜູ້​ທີ່​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການຫລິ້ນຊູ້​ຂອງ​ມັນ. ພຣະອົງ​ໃຫ້​ມັນ​ຊົດໃຊ້​ເລືອດ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ”.


ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ວ່າ: ‘ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ເຊີນ​ມາ​ຮ່ວມ​ງານລ້ຽງ​ສະຫລອງ​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ!’” ແລະ ເທວະດາ​ນັ້ນ​ກ່າວ​ຕື່ມ​ອີກ​ວ່າ, “ສິ່ງ​ເຫລົ່ານີ້​ເປັນ​ພຣະຄຳ​ແທ້​ຂອງ​ພຣະເຈົ້າ”.


ເທວະດາ​ຕົນ​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ນັ້ນ ໄດ້​ຖື​ໄມ້​ວັດແທກ​ຄຳ​ເພື່ອ​ວັດແທກ​ນະຄອນ, ວັດແທກ​ປະຕູ ແລະ ວັດແທກ​ກຳແພງ​ຂອງ​ນະຄອນ​ນັ້ນ.


ໜຶ່ງ​ໃນ​ເທວະດາ​ເຈັດ​ຕົນ ທີ່​ຖື​ຂັນ​ແຫ່ງ​ໄພພິບັດ​ເຈັດ​ປະການ​ສຸດທ້າຍ​ນັ້ນ​ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ ກ່າວ​ວ່າ, “ເຊີນ​ມາ, ເຮົາ​ຈະ​ໃຫ້​ທ່ານ​ເບິ່ງ​ເຈົ້າສາວ ຄູ່​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ”.


ຫລັງຈາກນັ້ນ​ຂ້າພະເຈົ້າ​ໄດ້​ເບິ່ງ​ໄປ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ນັ້ນ​ມີ​ປະຕູ​ໜຶ່ງ​ເປີດ​ໄວ້​ໃນ​ສະຫວັນ. ແລ້ວ​ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ທຳອິດ​ກ່າວ​ແກ່​ຂ້າພະເຈົ້າ​ເໝືອນ​ກັບ​ສຽງແກ​ວ່າ: “ຂຶ້ນ​ມາ​ທີ່​ນີ້ ແລະ ເຮົາ​ຈະ​ສະແດງ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ຫລັງຈາກ​ນີ້​ແກ່​ເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka