Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເທວະດາ​ຕົນ​ທີສີ່​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ດວງຕາເວັນ ແລະ ດວງຕາເວັນ​ກໍ​ໄດ້ຮັບ​ອະນຸຍາດ​ໃຫ້​ເຜົາໄໝ້​ຄົນ​ທັງຫລາຍ​ດ້ວຍ​ໄຟ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ແລ້ວ​ເທວະດາ​ຕົນ​ທີ​ສີ່ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ດວງ​ຕາເວັນ ແລະ​ດວງ​ຕາເວັນ​ກໍໄດ້​ຮັບ​ອະນຸຍາດ​ໃຫ້​ເຜົາໄໝ້​ຄົນ​ທັງຫລາຍ​ດ້ວຍ​ຄວາມຮ້ອນ​ອັນ​ແຮງກ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 16:8
11 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ຕາເວັນ​ຂຶ້ນ​ມາ, ພືດ​ນັ້ນ​ກໍ​ຖືກ​ແດດເຜົາ ແລະ ຫ່ຽວແຫ້ງ​ໄປ​ເພາະ​ບໍ່​ມີ​ຮາກ.


“ຈະ​ມີ​ໝາຍສຳຄັນ​ທີ່​ດວງອາທິດ, ດວງເດືອນ ແລະ ດວງດາວ​ທັງຫລາຍ. ຊົນຊາດ​ຕ່າງໆ​ໃນ​ໂລກ​ນີ້​ຈະ​ຕົກ​ຢູ່​ໃນ​ຄວາມທຸກທໍລະມານ ແລະ ຄວາມວຸ້ນວາຍ​ເພາະ​ເກີດ​ສຽງ​ກ້ອງກັງວານ ແລະ ເກີດ​ຄວາມປັ່ນປ່ວນ​ໃນ​ທ້ອງ​ທະເລ.


ດວງຕາເວັນ​ຈະ​ຖືກ​ປ່ຽນ​ເປັນ​ຄວາມມືດ ແລະ ດວງເດືອນ​ຈະ​ກາຍເປັນ​ເລືອດ ກ່ອນ​ວັນ​ອັນ​ຍິ່ງໃຫຍ່ ແລະ ເຕັມ​ດ້ວຍ​ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ມາ​ເຖິງ.


ຍັງ​ມີ​ເທວະດາ​ອີກ​ຕົນ​ໜຶ່ງ​ທີ່​ມີ​ໜ້າທີ່​ກຳກັບ​ໄຟ ກໍ​ໄດ້​ອອກມາ​ຈາກ​ແທ່ນບູຊາ ແລະ ຮ້ອງ​ສຽງ​ດັງ​ບອກ​ເທວະດາ​ຜູ້​ຖື​ກ່ຽວ​ດວງ​ຄົມ​ນັ້ນ​ວ່າ, “ໃຊ້​ກ່ຽວ​ດວງ​ຄົມ​ຂອງ​ທ່ານ​ເກັບກ່ຽວ​ພວງ​ໝາກອະງຸ່ນ​ທີ່​ແຜ່ນດິນ​ໂລກ​ສາ ເພາະ​ໝາກອະງຸ່ນ​ກໍ​ສຸກ​ແລ້ວ”.


ຂ້າພະເຈົ້າ​ໄດ້​ເຝົ້າ​ເບິ່ງ​ຂະນະ​ທີ່​ພຣະອົງ​ແກະ​ຕາປະທັບ​ດວງ​ທີຫົກ​ອອກ. ແລ້ວ​ກໍ​ເກີດ​ແຜ່ນດິນ​ໄຫວ​ຄັ້ງໃຫຍ່. ດວງຕາເວັນ​ກໍ​ປ່ຽນ​ເປັນ​ສີດຳ​ເໝືອນ​ກັບ​ຜ້າກະສອບເຂົ້າ​ທີ່​ເຮັດ​ດ້ວຍ​ຂົນແບ້, ເດືອນ​ທັງ​ດວງ​ກໍ​ປ່ຽນ​ເປັນ​ສີແດງ​ເລືອດ,


ພວກເຂົາ​ຈະ​ບໍ່​ຫິວ​ອີກ​ຈັກເທື່ອ, ພວກເຂົາ​ຈະ​ບໍ່​ກະຫາຍ​ອີກ​ຈັກເທື່ອ. ‘ຕາເວັນ​ຈະ​ບໍ່​ເຜົາໄໝ້​ພວກເຂົາ’, ຫລື ຄວາມຮ້ອນ​ອັນ​ແຮງກ້າ​ໃດໆ


ເທວະດາ​ອົງ​ທີສີ່​ໄດ້​ເປົ່າແກ​ຂອງ​ຕົນ​ຂຶ້ນ ແລະ ໜຶ່ງສ່ວນສາມ​ຂອງ​ດວງຕາເວັນ, ດວງເດືອນ ແລະ ດວງດາວ​ຕ່າງໆ​ກໍ​ຢຸດ​ເຄື່ອນໄຫວ, ດັ່ງນັ້ນ​ຈຶ່ງ​ເຮັດ​ໃຫ້​ໜຶ່ງສ່ວນສາມ​ຂອງ​ທັງ​ສາມ​ສິ່ງ​ນັ້ນ​ຈຶ່ງ​ມືດ​ໄປ. ເຮັດ​ໃຫ້​ເວລາ​ໜຶ່ງ​ໃນ​ສາມ​ຂອງ​ກາງເວັນ​ບໍ່​ມີ​ແສງສະຫວ່າງ ແລະ ໜຶ່ງສ່ວນສາມ​ຂອງ​ກາງຄືນ​ກໍ​ເໝືອນກັນ.


ເມື່ອ​ດາວ​ນັ້ນ​ໄດ້​ເປີດ​ເຫວເລິກ​ແລ້ວ, ຄວັນ​ກໍ​ພຸ່ງ​ອອກ​ມາ​ເໝືອນດັ່ງ​ຄວັນ​ຈາກ​ເຕົາຫລອມ​ອັນ​ໃຫຍ່. ດວງຕາເວັນ ແລະ ທ້ອງຟ້າ​ກໍ​ມືດມົວ​ໄປ​ໂດຍ​ຄວັນ​ທີ່​ຂຶ້ນ​ມາ​ຈາກ​ເຫວເລິກ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka