Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ເທວະດາ​ຜູ້​ຮັບຜິດຊອບ​ນ້ຳ​ນັ້ນ​ກ່າວ​ວ່າ: “ຂ້າ​ແດ່​ພຣະອົງ​ຜູ້​ບໍລິສຸດ, ພຣະອົງ​ຜູ້​ດຳລົງ​ຢູ່​ທັງ​ໃນ​ອະດີດ ແລະ ໃນ​ປັດຈຸບັນ ພຣະອົງ​ພິພາກສາ​ລົງໂທດ​ຢ່າງ​ຍຸຕິທຳ​ແລ້ວ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ເທວະດາ​ແຫ່ງ​ນໍ້າ​ນັ້ນ​ຮ້ອງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຜູ້​ບໍຣິສຸດ ຜູ້​ຊົງ​ດຳລົງ​ຢູ່​ບັດນີ້ ແລະ​ຜູ້​ຊົງ​ດຳລົງ​ຢູ່​ໃນ​ຄາວກ່ອນ ພຣະອົງ​ຊົງ​ເປັນ​ຜູ້​ຍຸດຕິທຳ ເພາະ​ພຣະອົງ​ຊົງ​ພິພາກສາ​ເຫດການ​ເຫຼົ່ານີ້.

Uka jalj uñjjattʼäta Copia luraña




ພຣະນິມິດ 16:5
18 Jak'a apnaqawi uñst'ayäwi  

“ພຣະບິດາເຈົ້າ​ຜູ້ຊອບທຳ, ເຖິງ​ໂລກ​ນີ້​ບໍ່​ຮູ້ຈັກ​ພຣະອົງ ແຕ່​ຂ້ານ້ອຍ​ຮູ້ຈັກ​ພຣະອົງ, ແລະ ພວກເຂົາ​ກໍ​ຮູ້ຈັກ​ວ່າ​ພຣະອົງໃຊ້​ຂ້ານ້ອຍ​ມາ.


ແຕ່​ເພາະ​ພວກເຈົ້າ​ມີ​ໃຈ​ແຂງກະດ້າງ ແລະ ບໍ່​ຍອມ​ກັບໃຈ, ພວກເຈົ້າ​ຈຶ່ງ​ສະສົມ​ຄວາມໂກດຮ້າຍ​ຕໍ່ສູ້​ຕົນເອງ​ໄວ້​ສຳລັບ​ວັນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເມື່ອ​ພຣະອົງ​ສະແດງ​ການ​ພິພາກສາ​ອັນ​ຊອບທຳ.


ແຕ່​ຖ້າ​ຄວາມ​ອະທຳ​ຂອງ​ພວກເຮົາ​ເຮັດ​ໃຫ້​ເຫັນ​ຄວາມຊອບທຳ​ຂອງ​ພຣະເຈົ້າ​ຊັດເຈນ​ຫລາຍ​ຂຶ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ບໍ່ຍຸຕິທຳ​ບໍ​ທີ່​ໃຫ້​ຄວາມໂກດຮ້າຍ​ຂອງ​ພຣະອົງ​ລົງ​ມາ​ເທິງ​ພວກເຮົາ? (ເຮົາ​ກຳລັງ​ໃຊ້​ເຫດຜົນ​ຢ່າງ​ມະນຸດ.)


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂຢຮັນ, ເຖິງ​ຄຣິສຕະຈັກ​ທັງ​ເຈັດ​ໃນ​ແຂວງ​ເອເຊຍ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຈາກ​ພຣະອົງ​ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ, ຜູ້​ຈະ​ມາ ແລະ ຈາກ​ວິນຍານ​ທັງ​ເຈັດ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະອົງ,


ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ຜູ້​ຈະ​ມາ, ເຮົາ​ຄື​ອົງ​ລິດອຳນາດຍິ່ງໃຫຍ່”.


ໂດຍ​ກ່າວ​ວ່າ: “ພວກຂ້ານ້ອຍ​ທັງຫລາຍ​ຂອບພຣະຄຸນ​ພຣະອົງ, ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່, ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ ແລະ ຜູ້​ດຳລົງ​ຢູ່​ໃນ​ອະດີດ, ເພາະ​ພຣະອົງ​ໄດ້​ສະແດງ​ລິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ ໄດ້​ເລີ່ມ​ປົກຄອງ​ແລ້ວ.


ເທວະດາ​ຕົນ​ທີສາມ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແມ່ນ້ຳ ແລະ ບໍ່ນ້ຳພຸ​ທັງຫລາຍ, ແລ້ວ​ນ້ຳ​ນັ້ນ​ກໍ​ກາຍເປັນ​ເລືອດ.


ແລະ ຂ້າພະເຈົ້າ​ໄດ້​ຍິນ​ແທ່ນບູຊາ​ຮ້ອງ​ຕອບ​ວ່າ: “ແມ່ນ​ແລ້ວ, ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່ ການພິພາກສາ​ຂອງ​ພຣະອົງ​ກໍ​ເປັນ​ຄວາມ​ຈິງ ແລະ ຍຸຕິທຳ”.


ເພາະ​ບັນດາ​ການ​ຕັດສິນ​ຂອງ​ພຣະອົງ​ກໍ​ຖືກຕ້ອງ ແລະ ຍຸຕິທຳ. ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ທີ່​ໂຫດຮ້າຍ​ນັ້ນ​ແລ້ວ ຜູ້​ທີ່​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການຫລິ້ນຊູ້​ຂອງ​ມັນ. ພຣະອົງ​ໃຫ້​ມັນ​ຊົດໃຊ້​ເລືອດ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ”.


ສິ່ງທີ່ມີຊີວິດ​ທັງ​ສີ່​ນີ້ ແຕ່​ລະ​ຕົນ​ມີ​ຫົກ​ປີກ ແລະ ມີ​ຕາ​ເຕັມ​ຢູ່​ອ້ອມຮອບ ແມ່ນແຕ່​ຢູ່​ໃຕ້​ປີກ. ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ຮ້ອງ​ຕະຫລອດ​ທັງ​ກາງເວັນ ແລະ ກາງຄືນ​ບໍ່​ຢຸດ​ຈັກເທື່ອ​ວ່າ: “‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄື​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່’, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ດຳລົງ​ຢູ່​ໃນ​ປັດຈຸບັນ ແລະ ຜູ້​ຈະ​ມາ”.


ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ, ຜູ້​ບໍລິສຸດ ແລະ ຜູ້​ເປັນ​ຄວາມ​ຈິງ, ອີກ​ດົນປານໃດ​ພຣະອົງ​ຈຶ່ງ​ຈະ​ພິພາກສາ​ບັນດາ​ຄົນ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ ແລະ ແກ້ແຄ້ນ​ແທນ​ເລືອດ​ຂອງ​ພວກຂ້ານ້ອຍ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka