Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ເທວະດາ​ຕົນ​ທຳອິດ​ໄດ້​ອອກ​ໄປ ແລະ ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແຜ່ນດິນ, ແລ້ວ​ກໍ​ມີ​ບາດແຜ​ອັນ​ໜ້າກຽດ​ທີ່​ສ້າງ​ຄວາມເຈັບປວດ​ກໍ​ເກີດຂຶ້ນ​ຕາມ​ໂຕ​ຂອງ​ບັນດາ​ຜູ້​ທີ່​ມີ​ເຄື່ອງໝາຍ​ຂອງ​ສັດຮ້າຍ ແລະ ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ເທວະດາ​ຕົນ​ທຳອິດ​ໄດ້​ໄປ​ຖອກ​ຂັນ​ຂອງຕົນ​ໃສ່​ແຜ່ນດິນ​ໂລກ. ຕຸ່ມຝີ​ອັນ​ຮ້າຍແຮງ ແລະ​ເຮັດ​ໃຫ້​ເຈັບປວດ ໄດ້​ເກີດຂຶ້ນ​ຕາມ​ຕົນ​ຕົວ​ຂອງ​ພວກ​ທີ່​ມີ​ເຄື່ອງໝາຍ​ຂອງ​ສັດຮ້າຍ ແລະ​ພວກ​ທີ່​ຂາບໄຫວ້​ຮູບ​ຂອງ​ມັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 16:2
22 Jak'a apnaqawi uñst'ayäwi  

ໃນ​ທັນໃດ​ນັ້ນ, ເພາະ​ວ່າ​ເຮໂຣດ​ບໍ່​ສັນລະເສີນ​ພຣະເຈົ້າ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮໂຣດ​ເຈັບປ່ວຍ ແລະ ຖືກ​ໜອນ​ກັດກິນ​ຈົນ​ຕາຍ.


ມັນ​ເປັນ​ໂຕແທນ​ຂອງ​ການ​ໃຊ້​ສິດອຳນາດ​ທັງຫມົດ​ຂອງ​ສັດຮ້າຍ​ໂຕ​ທຳອິດ ແລະ ເຮັດ​ໃຫ້​ໂລກ​ກັບ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຂາບໄຫວ້​ສັດຮ້າຍ​ໂຕ​ທຳອິດ ເຊິ່ງ​ເຄີຍ​ມີ​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ແຕ່​ຫາຍດີ​ແລ້ວ.


ດັ່ງນັ້ນ ຜູ້​ທີ່​ນັ່ງ​ຢູ່​ເທິງ​ເມກ​ຈຶ່ງ​ແກ່ວງ​ກ່ຽວ​ລົງມາ​ເທິງ​ແຜ່ນດິນໂລກ ແລະ ແຜ່ນດິນໂລກ​ກໍ​ຖືກ​ເກັບກ່ຽວ.


ເທວະດາ​ຕົນ​ທີສາມ​ໄດ້​ຕິດຕາມ​ມາ ແລະ ປະກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຖ້າ​ຜູ້ໃດ​ຂາບໄຫວ້​ສັດຮ້າຍ​ກັບ​ຮູບຈຳລອງ​ຂອງ​ມັນ ແລະ ຮັບ​ເຄື່ອງໝາຍ​ຂອງ​ມັນ​ໄວ້​ທີ່​ໜ້າຜາກ ຫລື ທີ່​ມື​ຂອງ​ຕົນ,


ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ວິຫານ​ກ່າວ​ຕໍ່​ເທວະດາ​ທັງ​ເຈັດ​ວ່າ, “ຈົ່ງ​ໄປ​ຖອກ​ຂັນ​ທັງ​ເຈັດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ນັ້ນ​ລົງ​ໃສ່​ແຜ່ນດິນໂລກ”.


ແລະ ປ້ອຍ​ດ່າ​ພຣະເຈົ້າ​ແຫ່ງ​ສະຫວັນ​ເພາະ​ຄວາມເຈັບປວດ​ຂອງ​ຕົນ ແລະ ບາດແຜ​ຂອງ​ຕົນ, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ​ຈາກ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ.


ເທວະດາ​ຕົນ​ທີ​ໜຶ່ງ​ເປົ່າແກ​ຂອງ​ຕົນ​ຂຶ້ນ, ກໍ​ມີ​ໝາກເຫັບ​ຕົກ ແລະ ໄຟ​ປົນ​ເລືອດ ແລ້ວ​ຖືກ​ໂຍນ​ລົງ​ມາ​ເທິງ​ແຜ່ນດິນໂລກ. ໜຶ່ງສ່ວນສາມ​ຂອງ​ໂລກ​ຖືກ​ໄໝ້, ໜຶ່ງສ່ວນສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ ຫຍ້າ​ຂຽວ​ກໍ​ຖືກ​ໄໝ້​ຈົນ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka