ພຣະນິມິດ 16:19 - ພຣະຄຳພີລາວສະບັບສະໄໝໃໝ່19 ນະຄອນຍິ່ງໃຫຍ່ນັ້ນໄດ້ແຍກອອກເປັນສາມສ່ວນ ແລະ ບັນດາເມືອງໃຫຍ່ຂອງປະເທດຕ່າງໆໄດ້ພັງທະລາຍລົງ. ພຣະເຈົ້າລະນຶກເຖິງບາບີໂລນນະຄອນຍິ່ງໃຫຍ່ ແລະ ໄດ້ໃຫ້ນະຄອນນີ້ດື່ມຈາກຈອກທີ່ເຕັມດ້ວຍເຫລົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະອົງ. Uka jalj uñjjattʼätaພຣະຄຳພີສັກສິ19 ມະຫານະຄອນໄດ້ແຍກອອກເປັນສາມສ່ວນ ແລະເມືອງທັງຫລາຍໃນທຸກປະເທດໄດ້ຖືກທຳລາຍ. ພຣະເຈົ້າບໍ່ໄດ້ລືມມະຫານະຄອນບາບີໂລນ ແລະໄດ້ຊົງໃຫ້ນະຄອນນີ້ດື່ມເຫຼົ້າອະງຸ່ນ ແຫ່ງຄວາມໂກດຮ້າຍຂອງພຣະອົງ. Uka jalj uñjjattʼäta |
ເທວະດາຕົນນັ້ນໄດ້ຮ້ອງຂຶ້ນດ້ວຍສຽງອັນມີພະລັງວ່າ: “ຫລົ້ມຈົມແລ້ວ! ບາບີໂລນນະຄອນຍິ່ງໃຫຍ່ໄດ້ຫລົ້ມຈົມແລ້ວ! ນາງນີ້ໄດ້ກາຍເປັນບ່ອນອາໄສຂອງພວກຜີມານຮ້າຍ ແລະ ເປັນບ່ອນສິງຢູ່ຂອງວິນຍານສົກກະປົກທຸກຢ່າງ, ເປັນບ່ອນສິງຢູ່ຂອງນົກທຸກຊະນິດທີ່ເປັນມົນທິນ, ເປັນບ່ອນສິງຢູ່ຂອງສັດທຸກຊະນິດທີ່ເປັນມົນທິນ ແລະ ໜ້າກຽດຊັງ