Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ແລ້ວ​ພວກເຂົາ​ໄດ້​ເຕົ້າໂຮມ​ບັນດາ​ກະສັດ​ມາ​ຊຸມນຸມກັນ​ໃນ​ບ່ອນ​ທີ່​ພາສາ​ເຮັບເຣີ​ເອີ້ນວ່າ​ອາມາເຄໂດນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ແລະ​ວິນຍານ​ເຫຼົ່ານັ້ນ ໄດ້​ພາ​ກະສັດ​ທັງຫລາຍ​ມາ​ຊຸມນຸມ​ກັນ​ໃນ​ບ່ອນ​ໜຶ່ງ ຕາມ​ພາສາ​ເຮັບເຣີ​ເອີ້ນ​ວ່າ, “ອາມາເຄໂດນ.”

Uka jalj uñjjattʼäta Copia luraña




ພຣະນິມິດ 16:16
14 Jak'a apnaqawi uñst'ayäwi  

ເມື່ອ​ປີລາດ​ໄດ້​ຍິນ​ຢ່າງ​ນັ້ນ, ເພິ່ນ​ກໍ​ພາ​ພຣະເຢຊູເຈົ້າ​ອອກມາ​ທາງນອກ ແລະ ນັ່ງ​ເທິງ​ບັນລັງ​ພິພາກສາ​ໃນ​ບ່ອນ​ທີ່​ເອີ້ນ​ວ່າ​ລານຫີນ (ພາສາ​ອາຣາມິກ​ເອີ້ນວ່າ​ຄັບບາທາ.)


ພຣະອົງ​ແບກ​ໄມ້ກາງແຂນ​ຂອງ​ພຣະອົງ​ອອກ​ໄປ​ຍັງ​ບ່ອນ​ທີ່​ເອີ້ນ​ວ່າ​ສະຖານທີ່​ແຫ່ງ​ກະໂຫລກຫົວ (ພາສາ​ອາຣາມິກ​ເອີ້ນ​ວ່າ​ໂຄລະໂຄທາ.)


ໃນ​ນະຄອນ​ເຢຣູຊາເລັມ ໃກ້​ປະຕູ​ແກະ​ມີ​ສະນ້ຳ​ແຫ່ງ​ໜຶ່ງ​ເອີ້ນ​ຕາມ​ພາສາ​ອາຣາມິກ​ວ່າ​ເບັດສະທາ ແລະ ສະນໍ້າ​ນີ້​ມີ​ສາລາ​ຫ້າ​ຫລັງ​ອ້ອມ​ຢູ່,


ພວກຂ້ານ້ອຍ​ທັງໝົດ​ລົ້ມລົງ​ພື້ນດິນ ແລະ ຂ້ານ້ອຍ​ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ຂ້ານ້ອຍ​ເປັນ​ພາສາ​ອາຣາມິກ​ວ່າ, ‘ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ? ເປັນ​ການ​ຍາກ​ທີ່​ເຈົ້າ​ຈະ​ຄັດຄ້ານ​ຄວາມປະສົງ​ຂອງ​ເຮົາ’.


ພວກເຂົາ​ຈະ​ສູ້ຮົບ​ກັບ​ລູກແກະ​ຂອງ​ພຣະເຈົ້າ, ແຕ່​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຊະນະ​ພວກເຂົາ​ເພາະ​ພຣະອົງ​ເປັນ​ອົງພຣະຜູ້ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ​ເປັນ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ, ເລືອກ​ໄວ້ ແລະ ເປັນ​ຜູ້ຕິດຕາມ​ທີ່​ສັດຊື່​ຂອງ​ພຣະອົງ”.


ພວກມັນ​ມີ​ເທວະດາ​ແຫ່ງ​ເຫວເລິກ​ເປັນ​ກະສັດ​ປົກຄອງ​ພວກມັນ, ເຊິ່ງ​ມີ​ຊື່​ໃນ​ພາສາ​ເຮັບເຣີ​ວ່າ​ອາບັດໂດນ ແລະ ມີ​ຊື່​ໃນ​ພາສາ​ກຣີກ​ວ່າ​ອາໂປລິໂອນ (ມີ​ຄວາມໝາຍ​ວ່າ, ຜູ້ທຳລາຍ).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka