ພຣະນິມິດ 16:14 - ພຣະຄຳພີລາວສະບັບສະໄໝໃໝ່14 ພວກມັນເປັນວິນຍານຂອງມານຮ້າຍທີ່ເຮັດໝາຍສຳຄັນຕ່າງໆ, ພວກມັນອອກໄປຫາກະສັດທົ່ວໂລກເພື່ອເຕົ້າໂຮມກະສັດເຫລົ່ານັ້ນມາເຮັດການຕໍ່ສູ້ໃນວັນອັນຍິ່ງໃຫຍ່ຂອງພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່. Uka jalj uñjjattʼätaພຣະຄຳພີສັກສິ14 ດ້ວຍວ່າ, ວິນຍານເຫຼົ່ານັ້ນເປັນຜີມານຮ້າຍ ທີ່ເຮັດໝາຍສຳຄັນ ມັນອອກໄປຫາກະສັດທັງຫລາຍທົ່ວພິພົບໂລກ ເພື່ອໃຫ້ກະສັດເຫຼົ່ານັ້ນມາຮ່ວມກັນສຳລັບການສົງຄາມ ໃນວັນອັນໃຫຍ່ຫລວງຂອງພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ. ( Uka jalj uñjjattʼäta |
ພວກເຈົ້າທັງຫລາຍເປັນຂອງພໍ່ຂອງພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າຕ້ອງການເຮັດຕາມຄວາມປາຖະໜາຂອງພໍ່ຂອງພວກເຈົ້າ. ມັນເປັນຜູ້ຂ້າຄົນຕັ້ງແຕ່ຕົ້ນເດີມມາແລ້ວ, ມັນບໍ່ໄດ້ຕັ້ງໝັ້ນຢູ່ໃນຄວາມຈິງ, ເພາະໃນໂຕມັນບໍ່ມີຄວາມຈິງ. ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງເພາະມັນເປັນຜູ້ຕົວະ ແລະ ເປັນພໍ່ຂອງຄຳຕົວະ.