Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ແລະ ປ້ອຍ​ດ່າ​ພຣະເຈົ້າ​ແຫ່ງ​ສະຫວັນ​ເພາະ​ຄວາມເຈັບປວດ​ຂອງ​ຕົນ ແລະ ບາດແຜ​ຂອງ​ຕົນ, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ​ຈາກ​ສິ່ງ​ທີ່​ພວກເຂົາ​ໄດ້​ກະທຳ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ແລະ​ພວກເຂົາ​ໄດ້​ສາບແຊ່ງ​ພຣະເຈົ້າ​ແຫ່ງ​ສະຫວັນ ຍ້ອນ​ຄວາມ​ເຈັບປວດ​ແລະ​ຕຸ່ມຝີ ທີ່​ເກີດ​ຕາມ​ຕົນຕົວ​ຂອງ​ພວກເຂົາ​ນັ້ນ ແຕ່​ພວກເຂົາ​ບໍ່ໄດ້​ກັບໃຈ​ຈາກ​ການ​ກະທຳ​ຂອງຕົນ.

Uka jalj uñjjattʼäta Copia luraña




ພຣະນິມິດ 16:11
20 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ຄົນຊົ່ວ ແລະ ຄົນ​ຫລອກລວງ​ຈະ​ຊົ່ວຮ້າຍ​ລົງ​ກວ່າ​ເກົ່າ, ກຳລັງ​ລໍ້ລວງ ແລະ ກຳລັງ​ຖືກ​ລໍ້ລວງ.


ໃນ​ຊົ່ວໂມງ​ນັ້ນ​ເອງ​ກໍ​ເກີດ​ແຜ່ນດິນໄຫວ​ຢ່າງ​ຮ້າຍແຮງ ແລະ ໜຶ່ງສ່ວນສິບ​ຂອງ​ເມືອງ​ນັ້ນ​ໄດ້​ຖະຫລົ່ມ​ລົງ. ມີ​ຄົນ​ຕາຍ​ເຈັດ​ພັນ​ຄົນ​ໃນ​ແຜ່ນດິນ​ໄຫວ​ຄັ້ງ​ນີ້, ສ່ວນ​ຜູ້​ທີ່​ລອດຊີວິດ​ກໍ​ຕົກໃຈຢ້ານ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ.


ເທວະດາ​ຕົນ​ທຳອິດ​ໄດ້​ອອກ​ໄປ ແລະ ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແຜ່ນດິນ, ແລ້ວ​ກໍ​ມີ​ບາດແຜ​ອັນ​ໜ້າກຽດ​ທີ່​ສ້າງ​ຄວາມເຈັບປວດ​ກໍ​ເກີດຂຶ້ນ​ຕາມ​ໂຕ​ຂອງ​ບັນດາ​ຜູ້​ທີ່​ມີ​ເຄື່ອງໝາຍ​ຂອງ​ສັດຮ້າຍ ແລະ ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ.


ມີ​ໝາກເຫັບ​ຂະໜາດ​ໃຫຍ່​ຕົກ​ຈາກ​ຟ້າ​ລົງ​ມາ​ໃສ່​ຄົນ​ທັງປວງ ແຕ່ລະກ້ອນ​ໜັກ​ປະມານ 45 ກິໂລກຣາມ ແລະ ພວກເຂົາ​ໄດ້​ປ້ອຍ​ດ່າ​ພຣະເຈົ້າ​ຍ້ອນ​ໄພພິບັດ​ທີ່​ເກີດ​ຈາກ​ໝາກເຫັບ​ນັ້ນ ເພາະວ່າ​ເປັນ​ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ.


ພວກເຂົາ​ຖືກ​ເຜົາ​ດ້ວຍ​ຄວາມຮ້ອນ​ກ້າ ແລະ ພວກເຂົາ​ກໍ​ປ້ອຍ​ດ່າ​ນາມ​ຂອງ​ພຣະເຈົ້າ​ຜູ້​ຄວບຄຸມ​ໄພພິບັດ​ເຫລົ່ານີ້, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ ແລະ ຖວາຍ​ກຽດ​ແກ່​ພຣະອົງ.


ເຮົາ​ໄດ້​ໃຫ້​ໂອກາດ​ຍິງ​ນັ້ນ​ກັບໃຈ​ຈາກ​ການ​ຜິດສິນທຳ​ຂອງ​ນາງ, ແຕ່​ນາງ​ກໍ​ບໍ່​ຍອມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka