Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 16:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເທວະດາ​ຕົນ​ທີຫ້າ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ບັນລັງ​ຂອງ​ສັດຮ້າຍ ແລະ ອານາຈັກ​ຂອງ​ມັນ​ກໍ​ຈົມ​ລົງ​ສູ່​ຄວາມມືດ. ຄົນ​ທັງຫລາຍ​ກັດ​ລີ້ນ​ຂອງ​ຕົນ​ດ້ວຍ​ຄວາມເຈັບປວດ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ແລ້ວ​ເທວະດາ​ຕົນ​ທີ​ຫ້າ ກໍໄດ້​ຖອກ​ຂັນ​ຂອງຕົນ​ໃສ່​ບັນລັງ​ຂອງ​ສັດຮ້າຍ ຄວາມມືດ​ຈຶ່ງ​ຕົກ​ໃສ່​ອານາຈັກ​ຂອງ​ສັດຮ້າຍ ແລະ​ຄົນ​ເຫຼົ່ານັ້ນ​ກໍ​ກັດ​ລີ້ນ​ຂອງຕົນ​ເພາະ​ຄວາມ​ເຈັບປວດ

Uka jalj uñjjattʼäta Copia luraña




ພຣະນິມິດ 16:10
22 Jak'a apnaqawi uñst'ayäwi  

ແລ້ວ​ຈະ​ໂຍນ​ພວກເຂົາ​ຖິ້ມ​ລົງ​ໃນ​ເຕົາໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ຈະ​ມີ​ການຮ້ອງໄຫ້​ຄວນຄາງ ແລະ ຂົບແຂ້ວຄ້ຽວຟັນ.


ແລະ ຈະ​ໂຍນ​ພວກເຂົາ​ຖິ້ມ​ລົງ​ໃນ​ເຕົາໄຟ​ອັນ​ຮ້ອນກ້າ ບ່ອນ​ທີ່​ຈະ​ມີ​ການຮ້ອງໄຫ້​ຄວນຄາງ ແລະ ຂົບແຂ້ວຄ້ຽວຟັນ”.


“ແລ້ວ​ກະສັດ​ຈຶ່ງ​ສັ່ງ​ພວກ​ຜູ້ຮັບໃຊ້​ວ່າ, ‘ຈົ່ງ​ມັດ​ມື​ມັດ​ຕີນ​ຂອງ​ມັນ​ໄວ້ ແລະ ໂຍນ​ມັນ​ຖິ້ມ​ອອກ​ໄປ​ຍັງ​ບ່ອນ​ທີ່​ມືດ​ພາຍນອກ ທີ່​ນັ້ນ​ຈະ​ມີ​ການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ’.


ນາຍ​ຈະ​ຕັດ​ລາວ​ເປັນ​ຕ່ອນໆ ແລະ ຈັດ​ໃຫ້​ລາວ​ໄປ​ຢູ່​ໃນ​ບ່ອນ​ຂອງ​ຄົນໜ້າຊື່ໃຈຄົດ, ທີ່​ນັ້ນ​ຈະ​ມີ​ການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ.


ແຕ່​ພົນລະເມືອງ​ຂອງ​ອານາຈັກ​ນັ້ນ​ຈະ​ຖືກ​ໂຍນຖິ້ມ​ອອກ​ໄປ​ຂ້າງນອກ​ຢູ່​ໃນ​ຄວາມມືດ ບ່ອນ​ທີ່​ຈະ​ມີ​ການຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ”.


“ທີ່​ນັ້ນ​ຈະ​ມີ​ການ​ຮ້ອງໄຫ້ ແລະ ຂົບແຂ້ວຄ້ຽວຟັນ, ເມື່ອ​ພວກເຈົ້າ​ເຫັນ​ອັບຣາຮາມ, ອີຊາກ, ຢາໂຄບ ແລະ ຜູ້ທຳນວາຍ​ທັງໝົດ​ໃນ​ອານາຈັກ​ຂອງ​ພຣະເຈົ້າ, ແຕ່​ຝ່າຍ​ພວກເຈົ້າ​ເອງ​ຈະ​ຖືກ​ໂຍນຖິ້ມ​ອອກ​ມາ.


ຈົ່ງ​ໃຫ້​ກຽດ​ແກ່​ທຸກຄົນ, ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວ​ກັນ, ຈົ່ງ​ຢຳເກງ​ພຣະເຈົ້າ, ຈົ່ງ​ເຄົາລົບນັບຖື​ຜູ້​ມີ​ອຳນາດ​ສູງສຸດ.


ຜູ້​ອາໄສ​ຢູ່​ໃນ​ແຜ່ນດິນໂລກ​ຈະ​ເບິ່ງ​ສົບ​ຂອງ​ພວກເພິ່ນ​ດ້ວຍ​ຄວາມດີໃຈ ແລະ ຈະ​ສະເຫລີມ​ສະຫລອງ​ໂດຍ​ໃຫ້​ຂອງຂວັນ​ແກ່​ກັນ, ເພາະ​ຜູ້ທຳນວາຍ​ທັງ​ສອງ​ນີ້​ໄດ້​ທໍລະມານ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ໂລກ.


ແຕ່​ຍົກເວັ້ນ​ເດີ່ນ​ຊັ້ນນອກ, ເນື່ອງ​ຈາກ​ທີ່​ນັ້ນ​ໄດ້​ຍົກ​ໃຫ້​ຄົນຕ່າງຊາດ​ແລ້ວ. ພວກເຂົາ​ຈະ​ຢຽບຢ່ຳ​ນະຄອນ​ສັກສິດ​ເປັນ​ເວລາ​ສີ່ສິບສອງ​ເດືອນ.


ຊາກສົບ​ຂອງ​ພະຍານ​ທັງ​ສອງ​ຈະ​ຖືກ​ຖິ້ມ​ຢູ່​ເທິງ​ຖະໜົນ​ແຫ່ງ​ນະຄອນ​ໃຫຍ່ ເຊິ່ງ​ຖືກ​ປຽບທຽບ​ວ່າ​ເປັນ​ໂຊໂດມ ແລະ ເອຢິບ. ບ່ອນ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເພິ່ນ​ໄດ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ.


ເພາະ​ພຣະເຈົ້າ​ໃສ່​ສິ່ງ​ນັ້ນ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ພວກເຂົາ​ເພື່ອ​ໃຫ້​ບັນລຸ​ຕາມ​ຈຸດປະສົງ​ຂອງ​ພຣະອົງ​ໂດຍ​ໃຫ້​ພວກເຂົາ​ເຫັນດີ​ມອບ​ອຳນາດ​ການປົກຄອງ​ຂອງ​ພວກເຂົາ​ແກ່​ສັດຮ້າຍ​ນັ້ນ​ຈົນກວ່າ​ຈະ​ສຳເລັດ​ຕາມ​ພຣະທຳ​ຂອງ​ພຣະເຈົ້າ.


“ໃນ​ເລື່ອງ​ນີ້​ຕ້ອງ​ໃຊ້​ຄວາມຄິດ ແລະ ປັນຍາ. ເຈັດ​ຫົວ​ນັ້ນ​ແມ່ນ​ເນີນພູ​ເຈັດ​ໜ່ວຍ​ທີ່​ຍິງ​ນັ້ນ​ນັ່ງ​ຢູ່.


ເທວະດາ​ຕົນ​ນັ້ນ​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ມີ​ພະລັງ​ວ່າ: “ຫລົ້ມຈົມ​ແລ້ວ! ບາບີໂລນ​ນະຄອນ​ຍິ່ງໃຫຍ່​ໄດ້​ຫລົ້ມຈົມ​ແລ້ວ! ນາງ​ນີ້​ໄດ້​ກາຍເປັນ​ບ່ອນອາໄສ​ຂອງ​ພວກ​ຜີມານຮ້າຍ ແລະ ເປັນ​ບ່ອນ​ສິງ​ຢູ່​ຂອງ​ວິນຍານສົກກະປົກ​ທຸກ​ຢ່າງ, ເປັນ​ບ່ອນ​ສິງ​ຢູ່​ຂອງ​ນົກ​ທຸກ​ຊະນິດ​ທີ່​ເປັນມົນທິນ, ເປັນ​ບ່ອນ​ສິງ​ຢູ່​ຂອງ​ສັດ​ທຸກ​ຊະນິດ​ທີ່​ເປັນມົນທິນ ແລະ ໜ້າ​ກຽດຊັງ


ຫລັງຈາກ​ນັ້ນ ເທວະດາ​ຜູ້​ມີ​ລິດ​ຕົນ​ໜຶ່ງ​ໄດ້​ຍົກ​ກ້ອນຫີນ​ຂະໜາດ​ເທົ່າ​ຫີນໂມ້​ໃຫຍ່​ຖິ້ມ​ລົງ​ໃນ​ທະເລ ແລະ ກ່າວ​ວ່າ: “ບາບີໂລນ​ນະຄອນ​ຍິ່ງໃຫຍ່​ຈະ​ຖືກ​ຖິ້ມ​ລົງ ດ້ວຍ​ຄວາມຮຸນແຮງ​ຢ່າງ​ນີ້​ແຫລະ, ຈະ​ບໍ່​ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.


ແສງ​ຂອງ​ຕະກຽງ ຈະ​ບໍ່​ສ່ອງແສງ​ໃນ​ນະຄອນ​ນີ້​ອີກ. ສຽງ​ຂອງ​ເຈົ້າບ່າວ ແລະ ເຈົ້າສາວ ຈະ​ບໍ່​ໄດ້​ຍິນ​ໃນ​ເຈົ້າ​ອີກ​ຈັກເທື່ອ. ພໍ່ຄ້າ​ທັງຫລາຍ​ຂອງ​ເຈົ້າ​ໄດ້​ເປັນ​ຄົນສຳຄັນ​ຂອງ​ໂລກ. ເຈົ້າ​ໄດ້​ໃຊ້​ເວດມົນຄາຖາ​ຫລອກລວງ​ບັນດາ​ປະຊາຊາດ​ໃຫ້​ຫລົງ​ໄປ.


ເທວະດາ​ອົງ​ທີສີ່​ໄດ້​ເປົ່າແກ​ຂອງ​ຕົນ​ຂຶ້ນ ແລະ ໜຶ່ງສ່ວນສາມ​ຂອງ​ດວງຕາເວັນ, ດວງເດືອນ ແລະ ດວງດາວ​ຕ່າງໆ​ກໍ​ຢຸດ​ເຄື່ອນໄຫວ, ດັ່ງນັ້ນ​ຈຶ່ງ​ເຮັດ​ໃຫ້​ໜຶ່ງສ່ວນສາມ​ຂອງ​ທັງ​ສາມ​ສິ່ງ​ນັ້ນ​ຈຶ່ງ​ມືດ​ໄປ. ເຮັດ​ໃຫ້​ເວລາ​ໜຶ່ງ​ໃນ​ສາມ​ຂອງ​ກາງເວັນ​ບໍ່​ມີ​ແສງສະຫວ່າງ ແລະ ໜຶ່ງສ່ວນສາມ​ຂອງ​ກາງຄືນ​ກໍ​ເໝືອນກັນ.


ເມື່ອ​ດາວ​ນັ້ນ​ໄດ້​ເປີດ​ເຫວເລິກ​ແລ້ວ, ຄວັນ​ກໍ​ພຸ່ງ​ອອກ​ມາ​ເໝືອນດັ່ງ​ຄວັນ​ຈາກ​ເຕົາຫລອມ​ອັນ​ໃຫຍ່. ດວງຕາເວັນ ແລະ ທ້ອງຟ້າ​ກໍ​ມືດມົວ​ໄປ​ໂດຍ​ຄວັນ​ທີ່​ຂຶ້ນ​ມາ​ຈາກ​ເຫວເລິກ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka