Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 15:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ເທວະດາ​ເຈັດ​ຕົນ​ທີ່​ຖື​ໄພພິບັດ​ທັງ​ເຈັດ​ກໍ​ອອກມາ​ຈາກ​ວິຫານ. ພວກເພິ່ນ​ນຸ່ງ​ຜ້າຝ້າຍລິນິນ​ສະອາດ, ຜ້າຝ້າຍລິນິນ​ເຫລື້ອມ ແລະ ຄາດ​ສາຍສະພາຍ​ຄຳ​ຮອບ​ໜ້າເອິກ​ຂອງ​ພວກເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ແລ້ວ​ເທວະດາ​ເຈັດ​ຕົນ ທີ່​ຖື​ໄພພິບັດ​ເຈັດ​ຢ່າງ​ນັ້ນ ໄດ້​ອອກ​ມາ​ຈາກ​ພຣະວິຫານ ທຸກ​ຕົນ​ນຸ່ງ​ຜ້າປ່ານ​ເນື້ອລະອຽດ​ເສາະໃສ ແລະ​ໃສ່​ສາຍ​ຮັດ​ໜ້າເອິກ​ທີ່​ເຮັດ​ດ້ວຍ​ຄຳ.

Uka jalj uñjjattʼäta Copia luraña




ພຣະນິມິດ 15:6
9 Jak'a apnaqawi uñst'ayäwi  

ໃນຂະນະ​ທີ່​ພວກເຂົາ​ກຳລັງ​ສົງໄສ​ກ່ຽວກັບ​ເລື່ອງ​ນີ້​ຢູ່, ໃນ​ທັນໃດ​ນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ນຸ່ງເຄື່ອງ​ທີ່​ຮຸ່ງ​ເຫລື້ອມ​ເໝືອນ​ຟ້າແມບ​ມາ​ຢືນ​ຢູ່​ທາງ​ຂ້າງ​ພວກເຂົາ.


ແລະ ໃນ​ທ່າມກາງ​ຫລັກຕະກຽງ​ເຫລົ່ານັ້ນ​ມີ​ຜູ້​ໜຶ່ງ “ເໝືອນດັ່ງ​ບຸດມະນຸດ”, ນຸ່ງ​ເສື້ອຄຸມ​ຍາວ​ຈົນ​ເຖິງ​ຕີນ ແລະ ມີ​ສາຍສະພາຍ​ຄຳ​ພາດ​ອ້ອມ​ເອິກ​ຂອງ​ພຣະອົງ.


ແລ້ວ​ເທວະດາ​ອີກ​ຕົນ​ໜຶ່ງ​ກໍ​ອອກມາ​ຈາກ​ວິຫານ ແລະ ຮ້ອງ​ບອກ​ຜູ້​ນັ່ງ​ຢູ່​ເທິງ​ເມກ​ນັ້ນ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ໃຊ້​ກ່ຽວ​ຂອງ​ພຣະອົງ ແລະ ກ່ຽວ​ສາ, ເພາະວ່າ​ເວລາ​ເກັບກ່ຽວ​ໄດ້​ມາ​ເຖິງ​ແລ້ວ, ເພາະ​ຜົນ​ທີ່​ຈະ​ເກັບກ່ຽວ​ຈາກ​ແຜ່ນດິນໂລກ​ກໍ​ສຸກ​ແລ້ວ”.


ເທວະດາ​ອີກ​ຕົນ​ໜຶ່ງ​ກໍ​ໄດ້​ອອກມາ​ຈາກ​ວິຫານ​ໃນ​ສະຫວັນ ແລະ ຖື​ກ່ຽວ​ດວງ​ຄົມ​ເໝືອນ​ກັນ.


ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່ ແລະ ມະຫັດສະຈັນ​ອື່ນ​ອີກ​ໃນ​ສະຫວັນ​ຄື: ເທວະດາ​ເຈັດ​ຕົນ ແລະ ໄພພິບັດ​ສຸດທ້າຍ​ທັງ​ເຈັດ ເຊິ່ງ​ເປັນ​ໄພພິບັດ​ຄັ້ງ​ສຸດທ້າຍ, ເພາະວ່າ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ສຳເລັດ​ລົງ​ດ້ວຍ​ໄພພິບັດ​ເຫລົ່ານີ້.


ຜ້າຝ້າຍລິນິນ​ເນື້ອລະອຽດດີ, ສົດ​ໃສ ແລະ ສະອາດ, ໄດ້​ມອບ​ໃຫ້​ແກ່​ເຈົ້າສາວ​ເພື່ອ​ສວມ​ໃສ່”. (ຜ້າຝ້າຍລິນິນ​ເນື້ອລະອຽດດີ​ນັ້ນ​ໝາຍເຖິງ​ການປະຕິບັດ​ອັນ​ຊອບທຳ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka