ພຣະນິມິດ 15:4 - ພຣະຄຳພີລາວສະບັບສະໄໝໃໝ່4 ຂ້າແດ່ອົງພຣະຜູ້ເປັນເຈົ້າ ມີຜູ້ໃດແດ່ຈະບໍ່ຢຳເກງພຣະອົງ ແລະ ຈະບໍ່ຖວາຍກຽດແກ່ນາມຂອງພຣະອົງ? ເພາະພຣະອົງຜູ້ດຽວບໍລິສຸດ. ປະຊາຊາດທັງໝົດຈະເຂົ້າມາ ແລະ ນະມັດສະການຕໍ່ໜ້າພຣະອົງ, ເພາະກິດຈະການອັນຊອບທຳຂອງພຣະອົງກໍໄດ້ເປີດເຜີຍໃຫ້ເຫັນແລ້ວ”. Uka jalj uñjjattʼätaພຣະຄຳພີສັກສິ4 ຂ້າແດ່ອົງພຣະຜູ້ເປັນເຈົ້າ ໃຜໜໍຈະບໍ່ຢຳເກງພຣະອົງ ແລະຈະບໍ່ຖວາຍກຽດແດ່ພຣະນາມຂອງພຣະອົງ ເພາະພຣະອົງຜູ້ດຽວຊົງເປັນຜູ້ບໍຣິສຸດ. ປະຊາຊາດທັງປວງຈະມານະມັດສະການ ຕໍ່ພຣະພັກພຣະອົງ ເພາະກິດຈະການອັນຍຸດຕິທຳຂອງພຣະອົງ ກໍປາກົດແຈ້ງແລ້ວ.” Uka jalj uñjjattʼäta |
ສິ່ງທີ່ມີຊີວິດທັງສີ່ນີ້ ແຕ່ລະຕົນມີຫົກປີກ ແລະ ມີຕາເຕັມຢູ່ອ້ອມຮອບ ແມ່ນແຕ່ຢູ່ໃຕ້ປີກ. ສິ່ງທີ່ມີຊີວິດເຫລົ່ານັ້ນຮ້ອງຕະຫລອດທັງກາງເວັນ ແລະ ກາງຄືນບໍ່ຢຸດຈັກເທື່ອວ່າ: “‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄືອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່’, ຜູ້ດຳລົງຢູ່ໃນອະດີດ ແລະ ດຳລົງຢູ່ໃນປັດຈຸບັນ ແລະ ຜູ້ຈະມາ”.