Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 15:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ແລະ ໄດ້​ຮ້ອງ​ບົດເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ບົດເພງ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ວ່າ: “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່, ກິດຈະການ​ຂອງ​ພຣະອົງ​ຍິ່ງໃຫຍ່ ແລະ ອັດສະຈັນ​ຫລາຍ. ຂ້າແດ່​ກະສັດ​ແຫ່ງ​ປະຊາຊາດ​ທັງປວງ, ວິຖີທາງ​ຂອງ​ພຣະອົງ​ກໍ​ຍຸຕິທຳ ແລະ ເປັນ​ຄວາມ​ຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ພວກເຂົາ​ຮ້ອງເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ເພງ​ຂອງ​ພຣະ​ເມສານ້ອຍ​ນັ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ພຣະ​ຣາຊກິດ​ຂອງ​ພຣະອົງ​ກໍ​ໃຫຍ່​ຫລວງ ແລະ ໜ້າ​ອັດສະຈັນ ຂ້າແດ່​ພຣະມະຫາ​ກະສັດ​ ແຫ່ງ​ປະຊາຊາດ​ທັງປວງ ວິຖີ​ທາງ​ຂອງ​ພຣະອົງ​ກໍ​ຍຸດຕິທຳ ແລະ​ທ່ຽງແທ້.

Uka jalj uñjjattʼäta Copia luraña




ພຣະນິມິດ 15:3
49 Jak'a apnaqawi uñst'ayäwi  

ເພາະ​ກົດບັນຍັດ​ໄດ້​ຖືກ​ມອບ​ໃຫ້​ຜ່ານ​ທາງ​ໂມເຊ, ສ່ວນ​ພຣະຄຸນ ແລະ ຄວາມຈິງ​ນັ້ນ​ໄດ້​ມາ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ.


ບັດນີ້ ຂໍ​ໃຫ້​ກຽດຕິຍົດ ແລະ ສະຫງ່າລາສີ​ຈົ່ງ​ມີ​ແກ່​ອົງ​ກະສັດ​ຜູ້​ເປັນ​ນິລັນດອນ, ຜູ້​ເປັນ​ອົງ​ອະມະຕະ, ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ, ຜູ້​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ​ເທົ່ານັ້ນ​ຕະຫລອດໄປ​ເປັນນິດ. ອາແມນ.


“ໂມເຊ​ໄດ້​ສັດຊື່​ໃນ​ຖານະ​ຜູ້ຮັບໃຊ້​ໃນ​ທຸກ​ເລື່ອງ​ກ່ຽວກັບ​ຄົວເຮືອນ​ຂອງ​ພຣະເຈົ້າ”, ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ພຣະເຈົ້າ​ຈະ​ກ່າວ​ໃນ​ພາຍໜ້າ.


ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ຜູ້​ຈະ​ມາ, ເຮົາ​ຄື​ອົງ​ລິດອຳນາດຍິ່ງໃຫຍ່”.


ໂດຍ​ກ່າວ​ວ່າ: “ພວກຂ້ານ້ອຍ​ທັງຫລາຍ​ຂອບພຣະຄຸນ​ພຣະອົງ, ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່, ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ ແລະ ຜູ້​ດຳລົງ​ຢູ່​ໃນ​ອະດີດ, ເພາະ​ພຣະອົງ​ໄດ້​ສະແດງ​ລິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ ໄດ້​ເລີ່ມ​ປົກຄອງ​ແລ້ວ.


ແລະ ພວກເຂົາ​ໄດ້​ຮ້ອງ​ເພງ​ບົດ​ໃໝ່​ຕໍ່ໜ້າ​ບັນລັງ, ຕໍ່ໜ້າ​ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ. ບໍ່​ມີ​ຜູ້ໃດ​ສາມາດ​ຮຽນ​ຮ້ອງເພງ​ບົດ​ນັ້ນ​ໄດ້​ນອກ​ຈາກ​ພວກ 144,000 ຄົນ​ທີ່​ໄດ້​ໄຖ່​ໄວ້​ຈາກ​ແຜ່ນດິນໂລກ.


ເທວະດາ​ຕົນ​ທີສອງ​ໄດ້​ຕິດຕາມ​ມາ ແລະ ປະກາດ​ວ່າ, “ຫລົ້ມຈົມ​ແລ້ວ! ບາບີໂລນ​ເມືອງ​ຍິ່ງໃຫຍ່, ເຊິ່ງ​ເຮັດ​ໃຫ້​ປະຊາຊາດ​ທັງໝົດ​ດື່ມ​ເຫລົ້າອະງຸ່ນ​ແຫ່ງ​ການຫລິ້ນຊູ້​ຂອງ​ນາງ”.


ພວກເຂົາ​ຈະ​ສູ້ຮົບ​ກັບ​ລູກແກະ​ຂອງ​ພຣະເຈົ້າ, ແຕ່​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຊະນະ​ພວກເຂົາ​ເພາະ​ພຣະອົງ​ເປັນ​ອົງພຣະຜູ້ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ​ເປັນ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ, ເລືອກ​ໄວ້ ແລະ ເປັນ​ຜູ້ຕິດຕາມ​ທີ່​ສັດຊື່​ຂອງ​ພຣະອົງ”.


ທີ່​ເສື້ອຄຸມ ແລະ ທີ່​ກົກຂາ​ຂອງ​ພຣະອົງ​ມີ​ນາມ​ນີ້​ຈາລຶກ​ວ່າ: ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ເຈົ້ານາຍ​ເໜືອ​ເຈົ້ານາຍ​ທັງຫລາຍ.


ເພາະ​ບັນດາ​ການ​ຕັດສິນ​ຂອງ​ພຣະອົງ​ກໍ​ຖືກຕ້ອງ ແລະ ຍຸຕິທຳ. ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຍິງໂສເພນີ​ທີ່​ໂຫດຮ້າຍ​ນັ້ນ​ແລ້ວ ຜູ້​ທີ່​ເຮັດ​ໃຫ້​ໂລກ​ຊົ່ວຊ້າ​ໄປ​ດ້ວຍ​ການຫລິ້ນຊູ້​ຂອງ​ມັນ. ພຣະອົງ​ໃຫ້​ມັນ​ຊົດໃຊ້​ເລືອດ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ແລ້ວ”.


ສິ່ງທີ່ມີຊີວິດ​ທັງ​ສີ່​ນີ້ ແຕ່​ລະ​ຕົນ​ມີ​ຫົກ​ປີກ ແລະ ມີ​ຕາ​ເຕັມ​ຢູ່​ອ້ອມຮອບ ແມ່ນແຕ່​ຢູ່​ໃຕ້​ປີກ. ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ຮ້ອງ​ຕະຫລອດ​ທັງ​ກາງເວັນ ແລະ ກາງຄືນ​ບໍ່​ຢຸດ​ຈັກເທື່ອ​ວ່າ: “‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄື​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່’, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ດຳລົງ​ຢູ່​ໃນ​ປັດຈຸບັນ ແລະ ຜູ້​ຈະ​ມາ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka