Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 14:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເທວະດາ​ນັ້ນ​ໄດ້​ປະກາດ​ດ້ວຍ​ສຽງ​ດັງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະອົງ ເພາະວ່າ​ເວລາ​ແຫ່ງ​ການພິພາກສາ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ. ຈົ່ງ​ນະມັດສະການ​ພຣະອົງ​ຜູ້​ໄດ້​ສ້າງ​ຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸ​ທັງຫລາຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເທວະດາ​ຕົນ​ນັ້ນ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຍົກຍ້ອງ​ໃຫ້ກຽດ​ແກ່​ພຣະອົງ ເພາະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຕັດສິນ​ມະນຸດສະໂລກ ຈົ່ງ​ນະມັດສະການ​ພຣະອົງ ຜູ້​ທີ່​ໄດ້​ສ້າງ​ຟ້າ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ກັບ​ບໍ່​ນໍ້າພຸ​ທັງຫລາຍ.”

Uka jalj uñjjattʼäta Copia luraña




ພຣະນິມິດ 14:7
44 Jak'a apnaqawi uñst'ayäwi  

“ເຫດສະນັ້ນ ຈົ່ງ​ເຝົ້າ​ລະວັງ​ຢູ່ ເພາະວ່າ​ພວກເຈົ້າ​ບໍ່​ຮູ້ຈັກ​ວັນ ຫລື ໂມງ​ນັ້ນ.


ບໍ່​ມີ​ຈັກ​ຄົນ​ກັບ​ຄືນ​ມາ​ສັນລະເສີນ​ພຣະເຈົ້າ​ນອກຈາກ​ຄົນຕ່າງຊາດ​ຄົນ​ນີ້​ບໍ?”


“ທ່ານ​ທັງຫລາຍ​ເອີຍ, ເປັນຫຍັງ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ກໍ​ເປັນ​ມະນຸດ​ທຳມະດາ​ເໝືອນກັນ​ກັບ​ພວກທ່ານ. ພວກເຮົາ​ກຳລັງ​ນຳ​ເອົາ​ຂ່າວປະເສີດ​ມາ​ໃຫ້​ພວກທ່ານ, ເພື່ອ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ເຫລົ່ານີ້​ມາ​ຫາ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ.


ເວລາ​ສຸດທ້າຍ​ຂອງ​ສິ່ງ​ທັງໝົດ​ນີ້​ໃກ້​ຈະ​ມາ​ເຖິງ​ແລ້ວ. ເຫດສະນັ້ນ ຈົ່ງ​ມີ​ສະຕິ ແລະ ຮູ້​ຈັກ​ບັງຄັບ​ຕົນ​ເພື່ອ​ພວກເຈົ້າ​ຈະ​ໄດ້​ອະທິຖານ.


ໃນ​ຊົ່ວໂມງ​ນັ້ນ​ເອງ​ກໍ​ເກີດ​ແຜ່ນດິນໄຫວ​ຢ່າງ​ຮ້າຍແຮງ ແລະ ໜຶ່ງສ່ວນສິບ​ຂອງ​ເມືອງ​ນັ້ນ​ໄດ້​ຖະຫລົ່ມ​ລົງ. ມີ​ຄົນ​ຕາຍ​ເຈັດ​ພັນ​ຄົນ​ໃນ​ແຜ່ນດິນ​ໄຫວ​ຄັ້ງ​ນີ້, ສ່ວນ​ຜູ້​ທີ່​ລອດຊີວິດ​ກໍ​ຕົກໃຈຢ້ານ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ.


ບັນດາ​ປະຊາຊາດ​ກໍ​ໂກດຮ້າຍ, ແຕ່​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ. ເວລາ​ນັ້ນ​ໄດ້​ມາ​ເຖິງ​ແລ້ວ​ສຳລັບ​ພິພາກສາ​ຄົນ​ທີ່​ໄດ້​ຕາຍ​ແລ້ວ, ແລະ ເພື່ອ​ມອບ​ບຳເໜັດ​ແກ່​ບັນດາ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ ແກ່​ບັນດາ​ຄົນ​ຂອງ​ພຣະອົງ​ຜູ້​ທີ່​ຢຳເກງ​ນາມ​ຂອງ​ພຣະອົງ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ ແລະ ເປັນ​ເວລາ​ສຳລັບ​ການທຳລາຍ​ບັນດາ​ຜູ້​ທີ່​ທຳລາຍ​ໂລກ”.


ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ມີ​ຜູ້ໃດ​ແດ່​ຈະ​ບໍ່​ຢຳເກງ​ພຣະອົງ ແລະ ຈະ​ບໍ່​ຖວາຍ​ກຽດ​ແກ່​ນາມ​ຂອງ​ພຣະອົງ? ເພາະ​ພຣະອົງ​ຜູ້ດຽວ​ບໍລິສຸດ. ປະຊາຊາດ​ທັງໝົດ​ຈະ​ເຂົ້າ​ມາ ແລະ ນະມັດສະການ​ຕໍ່ໜ້າ​ພຣະອົງ, ເພາະ​ກິດຈະການ​ອັນ​ຊອບທຳ​ຂອງ​ພຣະອົງ​ກໍ​ໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ”.


ພວກເຂົາ​ຖືກ​ເຜົາ​ດ້ວຍ​ຄວາມຮ້ອນ​ກ້າ ແລະ ພວກເຂົາ​ກໍ​ປ້ອຍ​ດ່າ​ນາມ​ຂອງ​ພຣະເຈົ້າ​ຜູ້​ຄວບຄຸມ​ໄພພິບັດ​ເຫລົ່ານີ້, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ ແລະ ຖວາຍ​ກຽດ​ແກ່​ພຣະອົງ.


ພວກເຂົາ​ຢ້ານກົວ​ຕໍ່​ຄວາມທໍລະມານ​ຂອງ​ນາງ ພວກເຂົາ​ຈະ​ຢືນ​ຢູ່​ຫ່າງໆ ແລະ ຮ້ອງ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ! ບາບີໂລນ ນະຄອນ​ທີ່​ເຕັມ​ໄປ​ດ້ວຍ​ອຳນາດ​ເອີຍ! ພຽງ​ຊົ່ວໂມງ​ດຽວ​ການພິພາກສາ​ກໍ​ມາ​ເຖິງ​ເຈົ້າ!’


ພາຍ​ໃນ​ຊົ່ວໂມງ​ດຽວ​ຊັບສົມບັດ​ອັນ​ມະຫາສານ​ກໍ​ໄດ້​ຖືກ​ທຳລາຍ!’ “ນາຍ​ເຮືອ​ທຸກຄົນ, ທຸກຄົນ​ທີ່​ເດີນທາງ​ດ້ວຍ​ເຮືອ, ທະຫານເຮືອ ແລະ ຄົນ​ທັງປວງ​ທີ່​ຫາລ້ຽງຊີບ​ຈາກ​ທະເລ​ຈະ​ຢືນ​ຢູ່​ຫ່າງໆ.


ພວກເຂົາ​ຈະ​ໂຮຍ​ຂີ້ຝຸ່ນດິນ​ໃສ່​ຫົວ​ຂອງ​ຕົນ, ຮ້ອງໄຫ້, ໂສກເສົ້າ ແລະ ຮ້ອງ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ, ບ່ອນ​ທີ່​ເຮັດ​ໃຫ້​ທຸກຄົນ​ຜູ້​ມີ​ເຮືອ​ເດີນ​ທະເລ ຮັ່ງມີ​ໂດຍ​ຄວາມຮັ່ງມີ​ຂອງ​ມັນ ພາຍ​ໃນ​ຊົ່ວໂມງ​ດຽວ​ມັນ​ກໍ​ຖືກ​ທຳລາຍ!’


ແລ້ວ​ມີ​ສຽງ​ໜຶ່ງ​ອອກ​ມາ​ຈາກ​ບັນລັງ​ວ່າ: “ຈົ່ງ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ, ພວກເຈົ້າ​ທັງຫລາຍ​ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ, ຜູ້​ທີ່​ຢຳເກງ​ພຣະອົງ, ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ!”


“ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ, ເພາະວ່າ​ພຣະອົງ​ໄດ້​ສ້າງ​ທຸກ​ສິ່ງ ແລະ ໂດຍ​ຄວາມ​ປະສົງ​ຂອງ​ພຣະອົງ ສິ່ງ​ເຫລົ່ານີ້​ໄດ້​ຖືກ​ສ້າງ​ຂຶ້ນ ແລະ ດໍາລົງ​ຢູ່”.


ເມື່ອ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ໄດ້​ຖວາຍ​ສະຫງ່າລາສີ, ກຽດ ແລະ ຄຳ​ຂອບພຣະຄຸນ​ແກ່​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ຜູ້​ດຳລົງ​ຢູ່​ຕະຫລອດ​ເປັນນິດ,


ເທວະດາ​ຕົນ​ທີສາມ​ເປົ່າ​ແກ​ຂອງ​ຕົນ​ຂຶ້ນ ແລະ ດາວ​ໃຫຍ່​ດວງ​ໜຶ່ງ​ທີ່​ມີ​ໄຟ​ກຳລັງ​ລຸກໄໝ້​ຢູ່​ເໝືອນ​ກັບ​ທວນໄຟ​ກໍ​ຕົກ​ຈາກ​ທ້ອງຟ້າ​ລົງ​ໃສ່​ໜຶ່ງ​ໃນ​ສາມ​ຂອງ​ແມ່ນ້ຳ​ທັງຫລາຍ ແລະ ລົງ​ໃສ່​ບໍ່ນ້ຳພຸ​ຕ່າງໆ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka