Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 14:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ກຳລັງ​ບິນ​ຢູ່​ໃນ​ກາງອາກາດ ແລະ ເທວະດາ​ຕົນ​ນັ້ນ​ມີ​ຂ່າວປະເສີດ​ນິລັນດອນ​ເພື່ອ​ປະກາດ​ແກ່​ຜູ້​ທີ່​ດຳເນີນຊີວິດ​ຢູ່​ເທິງ​ແຜ່ນດິນໂລກ, ແກ່​ທຸກ​ຊົນຊາດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ແກ່​ທຸກໆ​ຄົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ອີກ ບິນ​ໄປ​ໃນ​ທ້ອງຟ້າ ມີ​ຂ່າວປະເສີດ​ອັນ​ນິຣັນດອນ ນຳ​ໄປ​ປະກາດ​ແກ່​ຊາວ​ໂລກ​ທັງປວງ, ແກ່​ທຸກ​ປະເທດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ທຸກ​ຊົນຊາດ.

Uka jalj uñjjattʼäta Copia luraña




ພຣະນິມິດ 14:6
30 Jak'a apnaqawi uñst'ayäwi  

ສິ່ງ​ທີ່​ເຮົາ​ກ່າວ​ກັບ​ພວກເຈົ້າ​ໃນ​ບ່ອນ​ມືດ, ພວກເຈົ້າ​ຈົ່ງ​ກ່າວ​ໃນ​ບ່ອນ​ແຈ້ງ. ສິ່ງ​ທີ່​ຊິ່ມ​ໃສ່​ຫູ​ຂອງ​ພວກເຈົ້າ, ຈົ່ງ​ປະກາດ​ເທິງ​ຫລັງຄາ.


ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ທົ່ວ​ໂລກ ປະກາດ​ຂ່າວປະເສີດ​ແກ່​ມະນຸດ​ທັງໝົດ.


ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ,


ຖ້າ​ພວກເຈົ້າ​ດໍາເນີນ​ຕໍ່ໄປ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຊິ່ງ​ໄດ້​ວາງຮາກ​ລົງ​ຢ່າງ​ໝັ້ນຄົງ ແລະ ຖາວອນ​ແລ້ວ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ. ນີ້​ແມ່ນ​ຂ່າວປະເສີດ​ທີ່​ພວກເຈົ້າ​ໄດ້​ຍິນ ແລະ ໄດ້​ປະກາດ​ແກ່​ທຸກ​ຊີວິດ​ທີ່​ຢູ່​ໃຕ້​ສະຫວັນ ແລະ ເຮົາ​ຄື​ໂປໂລ​ໄດ້​ກາຍເປັນ​ຜູ້ຮັບໃຊ້.


ຂໍ​ໃຫ້​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ຜູ້​ຮັກ​ພວກເຮົາ ແລະ ໄດ້​ໃຫ້​ການ​ໜູນໃຈ​ນິລັນດອນ ແລະ ຄວາມຫວັງ​ອັນ​ດີ​ແກ່​ພວກເຮົາ​ໂດຍ​ພຣະຄຸນ​ຂອງ​ພຣະອົງ,


ຂໍ​ໃຫ້​ພຣະເຈົ້າ​ແຫ່ງ​ສັນຕິສຸກ, ຜູ້​ທີ່​ຜ່ານ​ໂລຫິດ​ແຫ່ງ​ພັນທະສັນຍາ​ນິລັນດອນ​ໄດ້​ນໍາ​ເອົາ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ, ຜູ້​ເປັນ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຂອງ​ຝູງ​ແກະ​ນັ້ນ.


ແຕ່​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕັ້ງໝັ້ນຄົງ​ຢູ່​ຕະຫລອດໄປ”. ແລະ ນີ້​ຄື​ຖ້ອຍຄຳ​ທີ່​ໄດ້​ປະກາດ​ແກ່​ພວກເຈົ້າ​ແລ້ວ.


ແລ້ວ​ມີ​ຜູ້​ບອກ​ຂ້າພະເຈົ້າ​ວ່າ, “ເຈົ້າ​ຕ້ອງ​ທຳນວາຍ​ອີກ​ກ່ຽວກັບ​ຄົນ​ທັງຫລາຍ, ປະຊາຊາດ​ທັງຫລາຍ, ພາສາ​ທັງຫລາຍ ແລະ ບັນດາ​ກະສັດ​ທັງຫລາຍ”.


ແຕ່​ໃນ​ວັນ​ທີ່​ເທວະດາ​ຕົນ​ທີເຈັດ​ຈະ​ເປົ່າ​ແກ​ນັ້ນ ແຜນການ​ອັນ​ເລິກລັບ​ຂອງ​ພຣະເຈົ້າ​ກໍ​ຈະ​ສຳເລັດ​ຕາມ​ທີ່​ພຣະອົງ​ໄດ້​ປະກາດ​ໄວ້​ແກ່​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ”.


ມັນ​ໄດ້​ຮັບ​ອຳນາດ​ທີ່​ຈະ​ສູ້ຮົບ​ກັບ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຊະນະ​ພວກເຂົາ. ມັນ​ໄດ້​ຮັບ​ສິດອຳນາດ​ເໜືອ​ທຸກ​ຊົນເຜົ່າ, ທຸກຄົນ, ທຸກ​ພາສາ ແລະ ທຸກ​ຊົນຊາດ.


ເນື່ອງຈາກ​ເຈົ້າ​ໄດ້​ຮັກສາ​ຄຳສັ່ງ​ຂອງ​ເຮົາ​ໄວ້​ດ້ວຍ​ຄວາມພາກພຽນ​ອົດທົນ, ເຮົາ​ກໍ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ແຫ່ງ​ການທົດລອງ​ທີ່​ກຳລັງ​ມາ​ເຖິງ​ທົ່ວທັງ​ໂລກ​ນີ້​ເພື່ອ​ທົດລອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


ໃນ​ຂະນະ​ທີ່​ຂ້າພະເຈົ້າ​ເຝົ້າເບິ່ງ​ຢູ່​ນັ້ນ, ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ທີ່​ກຳລັງ​ບິນ​ຢູ່​ກາງອາກາດ​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ວິບັດ! ວິບັດ! ວິບັດ​ແກ່​ຄົນ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ, ເພາະ​ສຽງ​ແກ​ຂອງ​ເທວະດາ​ອີກ​ສາມ​ຕົນ​ທີ່​ກຳລັງ​ຈະ​ເປົ່າ​ນັ້ນ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka