5 ບໍ່ມີຄຳຕົວະອອກຈາກປາກຂອງພວກເຂົາ, ພວກເຂົາບໍ່ມີຕຳໜິເລີຍ.
5 ຈະຫາຄວາມຕົວະໃນປາກຂອງພວກເຂົາກໍບໍ່ພົບ ພວກເຂົາບໍ່ມີຈຸດດ່າງພອຍແລ້ວ.
ພວກຊາດງູຮ້າຍເອີຍ, ພວກເຈົ້າຈະເວົ້າສິ່ງດີໄດ້ຢ່າງໃດເມື່ອພວກເຈົ້າເປັນຄົນຊົ່ວ? ເພາະໃຈເຕັມລົ້ນດ້ວຍສິ່ງໃດປາກກໍເວົ້າສິ່ງນັ້ນອອກມາ.
ແລ້ວປີລາດຈຶ່ງປະກາດແກ່ພວກຫົວໜ້າປະໂລຫິດ ແລະ ປະຊາຊົນວ່າ, “ເຮົາບໍ່ເຫັນຄວາມຜິດໃນຊາຍຜູ້ນີ້ຈັກປະການ”.
ເມື່ອພຣະເຢຊູເຈົ້າເຫັນນະທານາເອັນເຂົ້າມາຫາກໍກ່າວເຖິງລາວວ່າ, “ຜູ້ນີ້ເປັນຄົນອິດສະຣາເອນແທ້ ໃນໂຕລາວບໍ່ມີກົນອຸບາຍອັນໃດເລີຍ”.
ແລະ ເພື່ອຖວາຍຄຣິສຕະຈັກນັ້ນແກ່ພຣະອົງເອງເປັນຄຣິສຕະຈັກທີ່ສະຫງ່າງາມ, ປາດສະຈາກຮອຍດ່າງ ຫລື ຮອຍຫຍໍ່ ຫລື ຕຳໜິໃດໆ ແຕ່ບໍລິສຸດ ແລະ ບໍ່ມີຕຳໜິ.
ແຕ່ບັດນີ້ ພຣະອົງໄດ້ໃຫ້ພວກເຈົ້າຄືນດີກັບພຣະອົງໂດຍການຕາຍທາງດ້ານຮ່າງກາຍຂອງພຣະຄຣິດເຈົ້າເພື່ອຖວາຍພວກເຈົ້າໃຫ້ເປັນຜູ້ບໍລິສຸດ, ບໍ່ມີຕຳໜິ ແລະ ພົ້ນຈາກຂໍ້ກ່າວຫາຕໍ່ໜ້າພຣະອົງ.
ແລ້ວຫລາຍກວ່ານັ້ນຈັກເທົ່າໃດ, ໂລຫິດຂອງພຣະຄຣິດເຈົ້າຜູ້ໄດ້ຖວາຍພຣະອົງເອງຢ່າງບໍ່ມີຕຳໜິແກ່ພຣະເຈົ້າ ໂດຍທາງພຣະວິນຍານຕະຫລອດໄປເປັນນິດ ກໍຈະຊຳລະຈິດສຳນຶກຂອງພວກເຮົາຈາກການກະທຳອັນນຳໄປສູ່ຄວາມຕາຍ, ເພື່ອພວກເຮົາຈະໄດ້ຮັບໃຊ້ພຣະເຈົ້າຜູ້ມີຊີວິດຢູ່!
ແຕ່ດ້ວຍໂລຫິດອັນລ້ຳຄ່າຂອງພຣະຄຣິດເຈົ້າ ຜູ້ເປັນລູກແກະທີ່ບໍ່ມີຕຳໜິ ຫລື ຂໍ້ບົກຜ່ອງໃດໆ.
“ພຣະອົງບໍ່ໄດ້ເຮັດບາບ ແລະ ບໍ່ມີຄຳຫລອກລວງໃນປາກຂອງພຣະອົງ”
ເພາະ, “ຜູ້ໃດກໍຕາມຮັກຊີວິດ ແລະ ປາຖະໜາຈະເຫັນວັນທີ່ດີ ພວກເຂົາຕ້ອງຮັກສາລີ້ນຂອງຕົນໃຫ້ພົ້ນຈາກຄວາມຊົ່ວ ຮັກສາປາກຂອງຕົນໃຫ້ບໍ່ໃຫ້ເວົ້າຄຳຫລອກລວງ.
ແດ່ພຣະອົງຜູ້ສາມາດຄຸ້ມຄອງພວກເຈົ້າບໍ່ໃຫ້ລົ້ມລົງ ແລະ ໃຫ້ພວກເຈົ້າຢູ່ຕໍ່ໜ້າສະຫງ່າລາສີຂອງພຣະອົງ ໂດຍບໍ່ມີຕຳໜິ ແລະ ດ້ວຍຄວາມຊື່ນຊົມຍິນດີອັນໃຫຍ່