Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 14:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ດັ່ງນັ້ນ ຜູ້​ທີ່​ນັ່ງ​ຢູ່​ເທິງ​ເມກ​ຈຶ່ງ​ແກ່ວງ​ກ່ຽວ​ລົງມາ​ເທິງ​ແຜ່ນດິນໂລກ ແລະ ແຜ່ນດິນໂລກ​ກໍ​ຖືກ​ເກັບກ່ຽວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ດັ່ງນັ້ນ ທ່ານ​ທີ່​ນັ່ງ​ຢູ່​ເທິງ​ເມກ ຈຶ່ງ​ແກວ່ງ​ກ່ຽວ​ລົງ​ເທິງ​ແຜ່ນດິນ​ໂລກ ແລະ​ແຜ່ນດິນ​ໂລກ​ກໍ​ມີ​ການ​ເກັບກ່ຽວ.

Uka jalj uñjjattʼäta Copia luraña




ພຣະນິມິດ 14:16
7 Jak'a apnaqawi uñst'ayäwi  

ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ເມກ​ສີຂາວ ແລະ ມີ​ຜູ້​ໜຶ່ງ “ເໝືອນ​ບຸດມະນຸດ” ນັ່ງ​ຢູ່​ເທິງ​ເມກ​ນັ້ນ ສວມ​ມົງກຸດ​ຄຳ​ເທິງ​ຫົວ ແລະ ໃນ​ມື​ຂອງ​ພຣະອົງ​ຖື​ກ່ຽວ​ດວງ​ຄົມ.


ແລ້ວ​ເທວະດາ​ອີກ​ຕົນ​ໜຶ່ງ​ກໍ​ອອກມາ​ຈາກ​ວິຫານ ແລະ ຮ້ອງ​ບອກ​ຜູ້​ນັ່ງ​ຢູ່​ເທິງ​ເມກ​ນັ້ນ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ໃຊ້​ກ່ຽວ​ຂອງ​ພຣະອົງ ແລະ ກ່ຽວ​ສາ, ເພາະວ່າ​ເວລາ​ເກັບກ່ຽວ​ໄດ້​ມາ​ເຖິງ​ແລ້ວ, ເພາະ​ຜົນ​ທີ່​ຈະ​ເກັບກ່ຽວ​ຈາກ​ແຜ່ນດິນໂລກ​ກໍ​ສຸກ​ແລ້ວ”.


ເທວະດາ​ອີກ​ຕົນ​ໜຶ່ງ​ກໍ​ໄດ້​ອອກມາ​ຈາກ​ວິຫານ​ໃນ​ສະຫວັນ ແລະ ຖື​ກ່ຽວ​ດວງ​ຄົມ​ເໝືອນ​ກັນ.


ເທວະດາ​ຜູ້​ຖື​ກ່ຽວ​ຈຶ່ງ​ແກ່ວງ​ກ່ຽວ​ໄປ​ເທິງ​ແຜ່ນດິນໂລກ ເກັບກ່ຽວ​ໝາກອະງຸ່ນ ແລະ ຖິ້ມ​ລົງ​ໃນ​ອ່າງຢຽບໝາກອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka