Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 14:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ຂຽນ​ດັ່ງນີ້: ນັບ​ແຕ່​ນີ້​ໄປ​ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ຕາຍ​ແລ້ວ​ຄື​ຜູ້​ທີ່​ຕາຍ​ໃນ​ອົງພຣະຜູ້ເປັນເຈົ້າ”. ພຣະວິນຍານບໍລິສຸດເຈົ້າ​ກ່າວ​ວ່າ, “ແມ່ນ​ແລ້ວ, ພວກເຂົາ​ຈະ​ພັກຜ່ອນ​ຈາກ​ການ​ເຮັດວຽກ​ຂອງ​ຕົນ ເພາະ​ຜົນງານ​ຂອງ​ພວກເຂົາ​ຈະ​ຕິດຕາມ​ພວກເຂົາ​ໄປ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ແລະ​ຂ້າພະເຈົ້າ​ໄດ້ຍິນ​ພຣະ​ສຸລະສຽງ​ຈາກ​ສະຫວັນ ຊົງ​ສັ່ງ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ ‘ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງແຕ່​ນີ້​ໄປ​ກໍ​ເປັນ​ສຸກ.”’ ແລະ​ພຣະວິນຍານ​ຊົງ​ຢືນຢັນ​ວ່າ, “ຈິງ​ຢູ່​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ພັກຜ່ອນ​ຈາກ​ການ​ເມື່ອຍຍາກ​ຂອງຕົນ ເພາະ​ການງານ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ ກໍ​ຕິດຕາມ​ພວກເຂົາ​ໄປ.”

Uka jalj uñjjattʼäta Copia luraña




ພຣະນິມິດ 14:13
41 Jak'a apnaqawi uñst'ayäwi  

ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ເພິ່ນ​ຫລາຍ”.


“ແຕ່​ອັບຣາຮາມ​ຕອບ​ວ່າ, ‘ລູກ​ເອີຍ, ຈົ່ງ​ຈື່​ໄວ້​ວ່າ​ໃນ​ຕະຫລອດ​ຊີວິດ​ຂອງ​ເຈົ້າ ເຈົ້າ​ໄດ້​ຮັບ​ແຕ່​ສິ່ງ​ດີ ຂະນະ​ທີ່​ລາຊາໂຣ​ໄດ້​ຮັບ​ແຕ່​ສິ່ງ​ບໍ່​ດີ, ແຕ່​ດຽວນີ້​ລາວ​ໄດ້​ຮັບ​ການ​ເລົ້າໂລມໃຈ​ຢູ່​ທີ່​ນີ້​ແລ້ວ ສ່ວນ​ເຈົ້າ​ກໍ​ຢູ່​ໃນ​ຄວາມ​ທຸກທໍລະມານ.


ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ໃຊ້​ຊັບສົມບັດ​ຝ່າຍ​ໂລກ​ເພື່ອ​ສ້າງ​ມິດ​ສຳລັບ​ພວກເຈົ້າ​ເອງ ເພື່ອ​ວ່າ​ເມື່ອ​ເວລາ​ຊັບ​ນັ້ນ​ໝົດ​ໄປ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ການ​ຕ້ອນຮັບ​ເຂົ້າ​ສູ່​ບ່ອນຢູ່​ອັນ​ຖາວອນ​ເປັນນິດ.


ຖ້າ​ພວກເຮົາ​ຢູ່ ພວກເຮົາ​ກໍ​ຢູ່​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ຖ້າ​ພວກເຮົາ​ຕາຍ ພວກເຮົາ​ກໍ​ຕາຍ​ເພື່ອ​ອົງພຣະຜູ້ເປັນເຈົ້າ, ດັ່ງນັ້ນ ບໍ່​ວ່າ​ພວກເຮົາ​ຈະ​ຢູ່ ຫລື ຕາຍ, ພວກເຮົາ​ກໍ​ເປັນ​ຂອງ​ອົງພຣະຜູ້ເປັນເຈົ້າ.


ແລ້ວ​ບັນດາ​ຜູ້​ທີ່​ໄດ້​ຫລັບ​ໄປ​ໃນ​ພຣະຄຣິດເຈົ້າ​ກໍ​ຈິບຫາຍ​ໄປ​ດ້ວຍ.


ແຕ່​ພຣະຄຣິດເຈົ້າ​ໄດ້​ເປັນຄືນມາຈາກຕາຍ​ແທ້ຈິງ, ເປັນ​ຜົນທຳອິດ​ຂອງ​ບັນດາ​ຜູ້​ທີ່​ຫລັບ​ໄປ​ແລ້ວ​ນັ້ນ.


ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.


ດັ່ງ​ທີ່​ເຮົາ​ໄດ້​ກ່າວ​ແລ້ວ​ວ່າ ພວກເຮົາ​ໝັ້ນໃຈ ແລະ ປາຖະໜາ​ທີ່​ຈະ​ພົ້ນ​ຈາກ​ຮ່າງກາຍ​ນີ້ ແລະ ໄປ​ຢູ່​ບ້ານ​ກັບ​ອົງພຣະຜູ້ເປັນເຈົ້າ.


ແຕ່​ເຖິງແມ່ນວ່າ ເຮົາ​ຖືກ​ເທ​ອອກ​ເໝືອນ​ດັ່ງ​ເທ​ເຄື່ອງດື່ມ​ຖວາຍ​ໃສ່​ບ່ອນ​ຖວາຍບູຊາ ແລະ ການຮັບໃຊ້​ທີ່​ມາ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ, ເຮົາ​ກໍ​ຍັງ​ດີໃຈ ແລະ ຊື່ນຊົມຍິນດີ​ຮ່ວມ​ກັບ​ພວກເຈົ້າ​ທຸກຄົນ.


ເພາະ​ພວກເຮົາ​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ໄດ້​ຕາຍ ແລະ ໄດ້​ເປັນຄືນມາ​ອີກ, ພວກເຮົາ​ຈຶ່ງ​ເຊື່ອ​ວ່າ​ພຣະເຈົ້າ​ຈະ​ນຳ​ເອົາ​ບັນດາ​ຜູ້​ທີ່​ຫລັບ​ໄປ​ໃນ​ພຣະເຢຊູເຈົ້າ​ນັ້ນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ​ອີກ.


ເພາະ​ອົງພຣະຜູ້ເປັນເຈົ້າ​ເອງ​ຈະ​ລົງ​ມາ​ຈາກ​ສະຫວັນ​ດ້ວຍ​ສຽງຄຳສັ່ງ​ດັງ​ກ້ອງ ດ້ວຍ​ສຽງ​ແຫ່ງ​ອັກຄະເທວະດາ ແລະ ດ້ວຍ​ສຽງແກ​ເອີ້ນ​ຂອງ​ພຣະເຈົ້າ ແລ້ວ​ຜູ້​ທີ່​ຕາຍ​ໃນ​ພຣະຄຣິດເຈົ້າ​ຈະ​ເປັນຄືນມາ​ກ່ອນ.


ພຣະອົງ​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ, ບໍ່​ວ່າ​ພວກເຮົາ​ຍັງ​ມີຊີວິດ​ຢູ່ ຫລື ຕາຍ​ໄປ​ແລ້ວ​ກໍ​ຕາມ, ພວກເຮົາ​ກໍ​ຈະ​ມີຊີວິດ​ຢູ່​ຮ່ວມ​ກັບ​ພຣະອົງ.


ຄວາມບາບ​ຂອງ​ບາງຄົນ​ກໍ​ປາກົດແຈ້ງ​ນຳ​ໜ້າ​ພວກເຂົາ​ໄປ​ສູ່​ສະຖານທີ່​ແຫ່ງ​ການພິພາກສາ, ສ່ວນ​ຄວາມບາບ​ຂອງ​ບາງຄົນ​ກໍ​ຕາມ​ພວກເຂົາ​ມາ​ໃນ​ພາຍຫລັງ.


ໃນ​ທຳນອງ​ດຽວ​ກັນ​ນັ້ນ ການ​ເຮັດດີ​ຍ່ອມ​ປາກົດແຈ້ງ ແລະ ເຖິງ​ແມ່ນ​ວ່າ​ການ​ເຫລົ່ານັ້ນ​ບໍ່​ປາກົດແຈ້ງ​ກໍ​ບໍ່​ສາມາດ​ເຊື່ອງ​ໄວ້​ໄດ້​ຕະລອດໄປ.


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


ເມື່ອ​ສຽງ​ຟ້າຮ້ອງ​ທັງ​ເຈັດ​ກ່າວ​ຂຶ້ນ, ຂ້າພະເຈົ້າ​ກໍ​ກຳລັງ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ປິດບັງ​ສິ່ງ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ໄວ້ ແລະ ຢ່າ​ຂຽນ​ລົງ​ໄປ”.


ເທວະດາ​ຕົນ​ທີເຈັດ​ເປົ່າ​ແກ​ຂອງ​ຕົນ ແລະ ມີ​ສຽງ​ດັງ​ຫລາຍ​ສຽງ​ໃນ​ສະຫວັນ ເຊິ່ງ​ກ່າວ​ວ່າ: “ອານາຈັກ​ຂອງ​ໂລກ​ນີ້​ໄດ້​ກາຍເປັນ ອານາຈັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ເປັນ​ຂອງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ແລ້ວ ແລະ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ”.


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ເປີດ​ອອກ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຫີບ​ພັນທະສັນຍາ​ພາຍ​ໃນ​ວິຫານ​ຂອງ​ພຣະອົງ. ແລະ ທີ່​ນັ້ນ​ເກີດ​ຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ, ແຜ່ນດິນໄຫວ ແລະ ພາຍຸ​ໝາກເຫັບ​ຕົກ​ຢ່າງ​ຮ້າຍແຮງ.


ເທວະດາ​ຕົນ​ທີເຈັດ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ອາກາດ ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ບັນລັງ​ໃນ​ວິຫານ​ວ່າ, “ສຳເລັດແລ້ວ!”


ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ວ່າ: ‘ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ເຊີນ​ມາ​ຮ່ວມ​ງານລ້ຽງ​ສະຫລອງ​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ!’” ແລະ ເທວະດາ​ນັ້ນ​ກ່າວ​ຕື່ມ​ອີກ​ວ່າ, “ສິ່ງ​ເຫລົ່ານີ້​ເປັນ​ພຣະຄຳ​ແທ້​ຂອງ​ພຣະເຈົ້າ”.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ເອເຟໂຊ​ວ່າ: ນີ້​ແມ່ນ​ຖ້ອຍຄຳ​ຂອງ​ພຣະອົງ​ຜູ້​ຖື​ດາວ​ທັງ​ເຈັດ​ໄວ້​ໃນ​ມື​ຂວາ​ຂອງ​ພຣະອົງ ແລະ ຍ່າງ​ຢູ່​ທ່າມກາງ​ຫລັກຕະກຽງ​ຄຳ​ທັງ​ເຈັດ​ນັ້ນ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ກິນ​ຜົນ​ຈາກ​ຕົ້ນໄມ້​ແຫ່ງ​ຊີວິດ​ທີ່​ຢູ່​ໃນ​ອຸທິຍານ​ສະຫວັນ​ຂອງ​ພຣະເຈົ້າ.


ບັນດາ​ຜູ້​ຮ່ວມ​ໃນ​ການເປັນຄືນມາຈາກຕາຍ​ຄັ້ງ​ທີໜຶ່ງ​ນີ້​ກໍ​ເປັນສຸກ ແລະ ບໍລິສຸດ. ຄວາມຕາຍ​ຄັ້ງ​ທີສອງ​ຈະ​ບໍ່​ມີ​ອຳນາດ​ເໜືອ​ພວກເຂົາ, ແຕ່​ພວກເຂົາ​ຈະ​ເປັນ​ປະໂລຫິດ​ຂອງ​ພຣະເຈົ້າ ແລະ ຂອງ​ພຣະຄຣິດເຈົ້າ ແລະ ຈະ​ປົກຄອງ​ຮ່ວມ​ກັບ​ພຣະອົງ​ເປັນ​ເວລາ​ໜຶ່ງພັນ​ປີ.


ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ​ກ່າວ​ວ່າ, “ເຮົາ​ກຳລັງ​ສ້າງ​ທຸກສິ່ງ​ຂຶ້ນ​ໃໝ່!” ແລ້ວ​ພຣະອົງ​ໄດ້​ກ່າວ​ອີກ​ວ່າ, “ຈົ່ງ​ຂຽນ​ສິ່ງ​ນີ້​ລົງ ເພາະ​ຂໍ້ຄວາມ​ເຫລົ່ານີ້​ແມ່ນ​ເຊື່ອຖືໄດ້ ແລະ ເປັນ​ຄວາມ​ຈິງ”.


ພຣະວິນຍານ ແລະ ເຈົ້າສາວ​ກ່າວ​ວ່າ, “ເຊີນມາ!” ແລະ ຜູ້​ທີ່​ໄດ້​ຍິນ​ໃຫ້​ກ່າວ​ວ່າ, “ເຊີນມາ!” ຜູ້ໃດ​ຫິວນ້ຳ​ໃຫ້​ຜູ້​ນັ້ນ​ເຂົ້າ​ມາ, ແລະ ຜູ້ໃດ​ທີ່​ປາຖະໜາ​ກໍ​ໃຫ້​ຜູ້​ນັ້ນ​ມາ​ຮັບ​ເອົາ​ນ້ຳ​ແຫ່ງ​ຊີວິດ​ໂດຍ​ບໍ່​ຕ້ອງ​ເສຍຄ່າ.


ຫລັງຈາກ​ນັ້ນ ພວກເຂົາ​ແຕ່ລະຄົນ​ກໍ​ໄດ້​ຮັບ​ເສື້ອຄຸມ​ສີຂາວ ແລະ ພຣະອົງ​ກ່າວ​ບອກ​ພວກເຂົາ​ໃຫ້​ລໍຖ້າ​ຕໍ່ໄປ​ອີກ​ໜ້ອຍໜຶ່ງ​ຈົນ​ກວ່າ​ເພື່ອນຜູ້ຮັບໃຊ້ ແລະ ພີ່ນ້ອງ​ທີ່​ຖືກ​ຂ້າ​ແບບດຽວ​ກັບ​ພວກເຂົາ​ຈະ​ຄົບ​ຈຳນວນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka