Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 14:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ແລະ ຄວັນ​ແຫ່ງ​ຄວາມທໍລະມານ​ຂອງ​ພວກເຂົາ​ຈະ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ. ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ຂາບໄຫວ້​ສັດຮ້າຍ​ກັບ​ຮູບຈຳລອງ​ຂອງ​ມັນ ຫລື ຜູ້​ທີ່​ໄດ້ຮັບ​ເຄື່ອງໝາຍ​ຊື່​ຂອງ​ມັນ​ຈະ​ບໍ່​ໄດ້​ຢຸດ​ພັກ​ເລີຍ​ບໍ່​ວ່າ​ກາງເວັນ ຫລື ກາງຄືນ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຄວັນ​ແຫ່ງ​ການ​ທໍລະມານ​ຂອງ​ພວກເຂົາ ກໍ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ. ຄົນ​ທັງຫລາຍ​ທີ່​ບູຊາ​ສັດຮ້າຍ ແລະ​ຮູບ​ຂອງ​ມັນ ກັບ​ຜູ້​ທີ່​ຮັບ​ເຄື່ອງໝາຍ​ຊື່​ຂອງ​ມັນ​ນັ້ນ ຈະ​ບໍ່ມີ​ເວລາ​ພັກຜ່ອນ ທັງ​ກາງເວັນ​ແລະ​ກາງຄືນ.”

Uka jalj uñjjattʼäta Copia luraña




ພຣະນິມິດ 14:11
30 Jak'a apnaqawi uñst'ayäwi  

“ບັນດາ​ຜູ້​ທີ່​ອິດເມື່ອຍ ແລະ ແບກ​ພາລະ​ໜັກ​ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມເຊົາເມື່ອຍ.


“ແລ້ວ​ພຣະອົງ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ​ວ່າ, ‘ພວກເຈົ້າ​ທັງຫລາຍ​ທີ່​ຖືກ​ສາບແຊ່ງ ຈົ່ງ​ໄປ​ຈາກ​ເຮົາ, ຈົ່ງ​ລົງໄປ​ໃນ​ບຶງ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ ບໍລິວານ​ຂອງ​ມັນ.


“ແລ້ວ​ຄົນ​ເຫລົ່ານີ້​ກໍ​ຕ້ອງ​ອອກ​ໄປ​ຮັບໂທດ​ອັນ​ຕະຫລອດໄປ​ເປັນນິດ ແຕ່​ຜູ້ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິລັນດອນ”.


ແຕ່​ສ່ວນ​ພຣະບຸດ​ນັ້ນ​ພຣະອົງ​ກ່າວ​ວ່າ, “ຂ້າແດ່​ພຣະເຈົ້າ, ບັນລັງ​ຂອງ​ພຣະອົງ​ຈະ​ຕັ້ງໝັ້ນຄົງ​ຕະຫລອດໄປ​ເປັນນິດ, ພຣະອົງ​ຈະ​ປົກຄອງ​ອານາຈັກ​ຂອງ​ພຣະອົງ​ດ້ວຍ​ກະບອງ​ແຫ່ງ​ຄວາມຊອບທຳ.


ເທວະດາ​ຕົນ​ທີເຈັດ​ເປົ່າ​ແກ​ຂອງ​ຕົນ ແລະ ມີ​ສຽງ​ດັງ​ຫລາຍ​ສຽງ​ໃນ​ສະຫວັນ ເຊິ່ງ​ກ່າວ​ວ່າ: “ອານາຈັກ​ຂອງ​ໂລກ​ນີ້​ໄດ້​ກາຍເປັນ ອານາຈັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ເປັນ​ຂອງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ແລ້ວ ແລະ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ”.


ມັນ​ເປັນ​ໂຕແທນ​ຂອງ​ການ​ໃຊ້​ສິດອຳນາດ​ທັງຫມົດ​ຂອງ​ສັດຮ້າຍ​ໂຕ​ທຳອິດ ແລະ ເຮັດ​ໃຫ້​ໂລກ​ກັບ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຂາບໄຫວ້​ສັດຮ້າຍ​ໂຕ​ທຳອິດ ເຊິ່ງ​ເຄີຍ​ມີ​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ແຕ່​ຫາຍດີ​ແລ້ວ.


ສັດຮ້າຍ​ໂຕ​ທີສອງ​ໄດ້​ຮັບ​ອຳນາດ​ທີ່​ຈະ​ໃຫ້​ລົມຫາຍໃຈ​ແກ່​ຮູບຈໍາລອງ​ຂອງ​ສັດຮ້າຍ​ໂຕ​ທຳອິດ, ເພື່ອ​ວ່າ​ຮູບຈຳລອງ​ນັ້ນ​ຈະສາມາດ​ເວົ້າ​ໄດ້ ແລະ ເຮັດ​ໃຫ້​ທຸກ​ຄົນ​ທີ່​ບໍ່​ຍອມ​ຂາບໄຫວ້​ຮູບຈຳລອງ​ຖືກ​ຂ້າ​ຕາຍ.


ເພື່ອ​ບໍ່​ໃຫ້​ຜູ້ໃດ​ເຮັດ​ການ​ຊື້ ຫລື ຂາຍ​ໄດ້ ເວັ້ນໄວ້​ແຕ່​ພວກເຂົາ​ຈະ​ມີ​ເຄື່ອງໝາຍ, ເຊິ່ງ​ເປັນ​ຊື່​ຂອງ​ສັດຮ້າຍ ຫລື ໂຕເລກ​ປະຈຳ​ຊື່​ຂອງ​ສັດຮ້າຍ​ນັ້ນ.


ເທວະດາ​ຕົນ​ທີສາມ​ໄດ້​ຕິດຕາມ​ມາ ແລະ ປະກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຖ້າ​ຜູ້ໃດ​ຂາບໄຫວ້​ສັດຮ້າຍ​ກັບ​ຮູບຈຳລອງ​ຂອງ​ມັນ ແລະ ຮັບ​ເຄື່ອງໝາຍ​ຂອງ​ມັນ​ໄວ້​ທີ່​ໜ້າຜາກ ຫລື ທີ່​ມື​ຂອງ​ຕົນ,


ເມື່ອ​ພວກເຂົາ​ເຫັນ​ຄວັນ​ທີ່​ກຳລັງ​ເຜົາ​ນະຄອນ​ນັ້ນ ພວກເຂົາ​ຈະ​ຮ້ອງ​ວ່າ, ‘ເຄີຍ​ມີ​ນະຄອນ​ໃດ​ທີ່​ເໝືອນ​ນະຄອນ​ຍິ່ງໃຫຍ່​ນີ້?’


“ເມື່ອ​ບັນດາ​ກະສັດ​ຂອງ​ໂລກ​ທີ່​ໄດ້​ມີ​ສ່ວນ​ຮ່ວມ​ຫລິ້ນຊູ້ ແລະ ຮ່ວມ​ສະໜຸກສະໜານ​ກັບ​ນາງ​ເຫັນ​ຄວັນ​ໄຟ​ທີ່​ກຳລັງ​ເຜົາຜານ​ນາງ​ຢູ່, ພວກເຂົາ​ຈະ​ຮ້ອງໄຫ້ ແລະ ໄວ້ອາໄລ​ໃຫ້​ນາງ.


ແລະ ພວກເຂົາ​ກໍ​ຮ້ອງ​ສຽງດັງ​ອີກ​ວ່າ: “ຮາເລລູຢາ! ຄວັນໄຟ​ຈາກ​ເມືອງ​ນັ້ນ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ”.


ແລະ ມານຮ້າຍ​ທີ່​ຫລອກລວງ​ພວກເຂົາ​ກໍ​ຖືກ​ຖິ້ມລົງ​ໃນ​ບຶງໄຟ​ທີ່​ມີ​ມາດ​ໄໝ້​ຢູ່, ບ່ອນ​ທີ່​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມລົງ​ໄປ​ກ່ອນ​ແລ້ວ. ພວກມັນ​ຈະ​ທົນທຸກທໍລະມານ​ທັງ​ກາງ​ເວັນ ແລະ ກາງຄືນ​ຕະຫລອດໄປ​ເປັນນິດ.


ທີ່​ນັ້ນ​ຈະ​ບໍ່​ມີ​ກາງຄືນ​ອີກ​ຕໍ່ໄປ. ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ຕະກຽງ ຫລື ແສງ​ຕາເວັນ ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ໃຫ້​ຄວາມສະຫວ່າງ​ແກ່​ພວກເຂົາ. ແລະ ພວກເຂົາ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ.


ໂດຍ​ຮ້ອງ​ວ່າ: “ອາແມນ! ຂໍ​ໃຫ້​ຄຳສັນລະເສີນ ແລະ ສະຫງ່າລາສີ ແລະ ສະຕິປັນຍາ, ຄຳ​ຂອບພຣະຄຸນ ແລະ ກຽດຕິຍົດ ລິດອຳນາດ ແລະ ກຳລັງ ຈົ່ງ​ມີ​ແກ່​ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດໄປ​ເປັນນິດ, ອາແມນ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka