ພຣະນິມິດ 14:1 - ພຣະຄຳພີລາວສະບັບສະໄໝໃໝ່1 ແລ້ວຂ້າພະເຈົ້າກໍໄດ້ແນມເບິ່ງ ແລະ ຢູ່ຕໍ່ໜ້າຂ້າພະເຈົ້າແມ່ນລູກແກະຂອງພຣະເຈົ້າ, ພຣະອົງຢືນຢູ່ເທິງພູເຂົາຊີໂອນກັບພວກ 144,000 ຄົນ ເຊິ່ງມີນາມຂອງພຣະອົງ ແລະ ນາມຂອງພຣະບິດາເຈົ້າຂຽນໄວ້ເທິງໜ້າຜາກຂອງພວກເຂົາ. Uka jalj uñjjattʼätaພຣະຄຳພີສັກສິ1 ແລ້ວຂ້າພະເຈົ້າກໍໄດ້ຫລຽວເບິ່ງ ແລະເຫັນພຣະເມສານ້ອຍຢືນຢູ່ເທິງພູເຂົາຊີໂອນ ແລະຜູ້ທີ່ຢູ່ກັບພຣະອົງແສນສີ່ໝື່ນສີ່ພັນຄົນ ຊຶ່ງເປັນພວກທີ່ມີພຣະນາມຂອງພຣະອົງ ແລະພຣະນາມພຣະບິດາຂອງພຣະອົງ ຂຽນໄວ້ທີ່ໜ້າຜາກຂອງພວກເຂົາ. Uka jalj uñjjattʼäta |
ຜູ້ໃດທີ່ໄດ້ຮັບໄຊຊະນະເຮົາຈະຕັ້ງຜູ້ນັ້ນໃຫ້ເປັນເສົາໜຶ່ງໃນວິຫານຂອງພຣະເຈົ້າຂອງເຮົາ. ພວກເຂົາຈະບໍ່ຈາກວິຫານໄປອີກຈັກເທື່ອ. ເຮົາຈະຈາລຶກນາມແຫ່ງພຣະເຈົ້າຂອງເຮົາ ແລະ ຊື່ນະຄອນຂອງພຣະເຈົ້າຂອງເຮົາຄືເຢຣູຊາເລັມໃໝ່, ເຊິ່ງພຣະເຈົ້າຂອງເຮົາກຳລັງສົ່ງລົງມາແຕ່ສະຫວັນຈາກພຣະເຈົ້າຂອງເຮົາໄວ້ເທິງໂຕຂອງພວກເຂົາ ແລະ ເຮົາຈະຈາລຶກນາມໃໝ່ຂອງເຮົາໄວ້ເທິງໂຕຂອງພວກເຂົາເໝືອນກັນ.