Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 13:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ສັດຮ້າຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ​ຄ້າຍ​ຄື​ກັບ​ເສືອດາວ, ແຕ່​ມີ​ຕີນ​ເໝືອນ​ຕີນ​ໝີ ແລະ ມີ​ປາກ​ເໝືອນ​ປາກ​ສິງ. ພະຍານາກ​ໄດ້​ໃຫ້​ອຳນາດ ແລະ ບັນລັງ​ກັບ​ສິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ມັນ​ແກ່​ສັດຮ້າຍ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ສັດຮ້າຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ ໂຕ​ເໝືອນ​ເສືອ​ດາວ ຕີນ​ເໝືອນ​ຕີນ​ໝີ ແລະ​ປາກ​ເໝືອນ​ປາກ​ສິງ ພະຍານາກ​ໄດ້​ໃຫ້​ຣິດເດດ ແລະ​ບັນລັງ​ກັບ​ອຳນາດ​ອັນ​ໃຫຍ່​ຫລວງ​ຂອງຕົນ​ແກ່​ສັດຮ້າຍ​ນັ້ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 13:2
27 Jak'a apnaqawi uñst'ayäwi  

ແຕ່​ອົງພຣະຜູ້ເປັນເຈົ້າ​ຢູ່​ຄຽງຂ້າງ​ເຮົາ ແລະ ໃຫ້​ກຳລັງ​ໃຫ້​ແກ່​ເຮົາ, ເພື່ອ​ວ່າ​ໂດຍ​ຜ່ານທາງ​ເຮົາ​ຖ້ອຍຄຳ​ຈະ​ຖືກ​ປະກາດ​ໄປ​ຢ່າງ​ຄົບຖ້ວນ ແລະ ຄົນຕ່າງຊາດ​ທັງຫລາຍ​ກໍ​ຈະ​ໄດ້​ຍິນ​ເລື່ອງ​ນີ້ ແລະ ເຮົາ​ກໍ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ພົ້ນ​ຈາກ​ປາກ​ສິງ.


ຈົ່ງ​ມີ​ສະຕິ ແລະ ຕື່ນ​ໂຕ​ຢູ່​ສະເໝີ. ເພາະ​ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນວຽນ​ໄປ​ມາ​ເໝືອນ​ໂຕສິງ​ທີ່​ແຜດສຽງ​ຊອກຫາ​ຄົນ​ທີ່​ມັນ​ຈະ​ກັດກິນ​ໄດ້.


ເມື່ອ​ພະຍານາກ​ເຫັນ​ວ່າ​ຕົນ​ໄດ້​ຖືກ​ໂຍນ​ລົງ​ເທິງ​ແຜ່ນດິນໂລກ​ແລ້ວ, ມັນ​ກໍ​ໄລ່​ຕາມຫາ​ແມ່ຍິງ​ຜູ້​ທີ່​ໄດ້​ເກີດ​ລູກ​ເປັນ​ເດັກນ້ອຍ​ຜູ້ຊາຍ​ນັ້ນ.


ແລ້ວ​ພະຍານາກ​ນັ້ນ​ກໍ​ໄດ້​ພົ່ນ​ນ້ຳ​ອອກ​ຈາກ​ປາກ​ຂອງ​ມັນ​ເໝືອນ​ແມ່ນ້ຳ​ເພື່ອ​ຊັດ​ນາງ​ໃຫ້​ລອຍ​ໄປ​ຕາມ​ກະແສນ້ຳ.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


ມັນ​ເປັນ​ໂຕແທນ​ຂອງ​ການ​ໃຊ້​ສິດອຳນາດ​ທັງຫມົດ​ຂອງ​ສັດຮ້າຍ​ໂຕ​ທຳອິດ ແລະ ເຮັດ​ໃຫ້​ໂລກ​ກັບ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຂາບໄຫວ້​ສັດຮ້າຍ​ໂຕ​ທຳອິດ ເຊິ່ງ​ເຄີຍ​ມີ​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ແຕ່​ຫາຍດີ​ແລ້ວ.


ປະຊາຊົນ​ໄດ້​ຂາບໄຫວ້​ພະຍານາກ​ເພາະ​ມັນ​ໃຫ້​ສິດອຳນາດ​ແກ່​ສັດຮ້າຍ​ນັ້ນ ແລະ ພວກເຂົາ​ໄດ້​ຂາບໄຫວ້​ສັດຮ້າຍ​ເໝືອນກັນ ແລະ ພວກເຂົາ​ຖາມ​ກັນ​ວ່າ, “ຜູ້ໃດ​ຈະ​ເປັນ​ເໝືອນ​ສັດຮ້າຍ​ນີ້? ຜູ້ໃດ​ສາມາດ​ສູ້ຮົບ​ກັບ​ມັນ​ໄດ້?”


ເທວະດາ​ຕົນ​ທີຫ້າ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ບັນລັງ​ຂອງ​ສັດຮ້າຍ ແລະ ອານາຈັກ​ຂອງ​ມັນ​ກໍ​ຈົມ​ລົງ​ສູ່​ຄວາມມືດ. ຄົນ​ທັງຫລາຍ​ກັດ​ລີ້ນ​ຂອງ​ຕົນ​ດ້ວຍ​ຄວາມເຈັບປວດ


“ສ່ວນ​ເຂົາ​ທັງ​ສິບ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ຄື​ກະສັດ​ສິບ​ອົງ​ທີ່​ຍັງ​ບໍ່​ໄດ້​ຮັບ​ອານາຈັກ​ເທື່ອ, ແຕ່​ຈະ​ໄດ້​ຮັບ​ສິດອຳນາດ​ໃນ​ຖານະ​ກະສັດ​ຮ່ວມ​ກັບ​ສັດຮ້າຍ​ນັ້ນ​ເປັນ​ໄລຍະ​ເວລາ​ໜຶ່ງ​ຊົ່ວໂມງ.


ແຕ່​ສັດຮ້າຍ​ນັ້ນ​ຖືກ​ຈັບ​ພ້ອມ​ດ້ວຍ​ຜູ້ທຳນວາຍ​ປອມ​ທີ່​ໄດ້​ເຮັດ​ໝາຍສຳຄັນ​ແທນ​ສັດຮ້າຍ​ນັ້ນ. ດ້ວຍ​ໝາຍສຳຄັນ​ເຫລົ່ານີ້​ມັນ​ໄດ້​ຫລອກລວງ​ບັນດາ​ຜູ້​ທີ່​ໄດ້ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ນັ້ນ ແລະ ໄດ້​ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ. ທັງ​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ທັງເປັນ​ໃນ​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່.


ເຮົາ​ຮູ້​ວ່າ​ເຈົ້າ​ອາໄສ​ຢູ່​ບ່ອນ​ໃດ ຄື​ບ່ອນ​ທີ່​ຊາຕານ​ຄອງ​ບັນລັງ. ແຕ່​ເຈົ້າ​ກໍ​ຍັງ​ສັດຊື່​ຕໍ່​ນາມ​ຂອງ​ເຮົາ. ເຈົ້າ​ບໍ່​ໄດ້​ປະຖິ້ມ​ຄວາມເຊື່ອ​ຂອງ​ເຈົ້າ​ທີ່​ມີ​ໃນ​ເຮົາ, ບໍ່​ວ່າ​ແມ່ນແຕ່​ໃນ​ວັນ​ທີ່​ອັນຕີປາ ຜູ້​ເປັນ​ພະຍານ​ທີ່​ສັດຊື່​ຂອງ​ເຮົາ​ໄດ້​ຖືກ​ຂ້າຕາຍ​ຢູ່​ໃນ​ເມືອງ​ຂອງ​ເຈົ້າ ຄື​ບ່ອນ​ທີ່​ຊາຕານ​ຢູ່.


ເທວະດາ​ນັ້ນ​ໄດ້​ຈັບ​ພະຍານາກ​ທີ່​ເປັນ​ງູ​ດຶກດຳບັນ, ຜູ້​ທີ່​ເປັນ​ມານຮ້າຍ ຫລື ມານຊາຕານ ແລະ ຜູກມັດ​ມັນ​ໄວ້​ໜຶ່ງພັນ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka