Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 13:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ໃນ​ເລື່ອງ​ນີ້​ຕ້ອງ​ໃຊ້​ສະຕິປັນຍາ. ຜູ້ໃດ​ມີ​ຄວາມເຂົ້າໃຈ​ກໍ​ໃຫ້​ຄິດໄລ່​ໂຕເລກ​ຂອງ​ສັດຮ້າຍ​ນັ້ນ ເພາະ​ໂຕເລກ​ນັ້ນ​ແທນ​ຊື່​ບຸກຄົນ​ໜຶ່ງ. ໂຕເລກ​ນັ້ນ​ແມ່ນ 666.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ໃນ​ເລື່ອງ​ນີ້ ຕ້ອງ​ໃຊ້​ສະຕິປັນຍາ​ຄວາມຮູ້ ຖ້າ​ຜູ້ໃດ​ມີ​ຄວາມ​ເຂົ້າໃຈ ກໍ​ໃຫ້​ຄິດ​ເລກ​ຂອງ​ສັດຮ້າຍ​ນັ້ນ ເພາະ​ເປັນ​ເລກ​ຂອງ​ບຸກຄົນ​ຜູ້ໜຶ່ງ ເລກ​ຂອງ​ມັນ​ຄື ຫົກຮ້ອຍ​ຫົກສິບ​ຫົກ.

Uka jalj uñjjattʼäta Copia luraña




ພຣະນິມິດ 13:18
10 Jak'a apnaqawi uñst'ayäwi  

“ເມື່ອ​ພວກເຈົ້າ​ເຫັນ ‘ສິ່ງ​ທີ່​ໜ້າກຽດໜ້າຊັງ​ອັນ​ເປັນ​ຕົ້ນເຫດ​ຂອງ​ວິບັດ’ ຕັ້ງ​ຢູ່​ໃນ​ບ່ອນ​ບໍ່​ສົມຄວນ​ຈະ​ຕັ້ງ (ໃຫ້​ຜູ້​ອ່ານ​ເຂົ້າໃຈ​ຄວາມໝາຍ​ເອົາ​ເອງ) ແລ້ວ​ໃຫ້​ບັນດາ​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ​ໜີ​ໄປ​ທີ່​ພູເຂົາ​ທັງຫລາຍ.


ແຕ່​ຖ້າ​ຄວາມ​ອະທຳ​ຂອງ​ພວກເຮົາ​ເຮັດ​ໃຫ້​ເຫັນ​ຄວາມຊອບທຳ​ຂອງ​ພຣະເຈົ້າ​ຊັດເຈນ​ຫລາຍ​ຂຶ້ນ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ຈະ​ວ່າ​ພຣະເຈົ້າ​ບໍ່ຍຸຕິທຳ​ບໍ​ທີ່​ໃຫ້​ຄວາມໂກດຮ້າຍ​ຂອງ​ພຣະອົງ​ລົງ​ມາ​ເທິງ​ພວກເຮົາ? (ເຮົາ​ກຳລັງ​ໃຊ້​ເຫດຜົນ​ຢ່າງ​ມະນຸດ.)


ຄວາມສຸກ​ມີ​ແກ່​ຜູ້​ທີ່​ອ່ານ​ຖ້ອຍຄຳ​ຂອງ​ຄຳທຳນວາຍ​ນີ້​ດ້ວຍ​ສຽງ​ດັງໆ ແລະ ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄດ້ຍິນ​ແລ້ວ​ຈື່ຈຳ​ໃສ່​ໃຈ​ໃນ​ສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ພຣະຄຳພີ​ນີ້, ເພາະ​ເວລາ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.


ແລະ ຂ້າພະເຈົ້າ​ແນມ​ເຫັນ​ສິ່ງ​ໜຶ່ງ​ຄ້າຍຄື​ກັນ​ກັບ​ທະເລ​ແກ້ວ​ປົນ​ໄຟ, ບັນດາ​ຜູ້​ມີ​ໄຊຊະນະ​ເໜືອ​ສັດຮ້າຍ​ກັບ​ຮູບຈຳລອງ ແລະ ໂຕເລກ​ປະຈຳ​ຊື່​ຂອງ​ມັນ​ຢືນ​ຢູ່​ແຄມ​ທະເລ​ນັ້ນ. ພວກເຂົາ​ຖື​ພິນ​ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ


“ໃນ​ເລື່ອງ​ນີ້​ຕ້ອງ​ໃຊ້​ຄວາມຄິດ ແລະ ປັນຍາ. ເຈັດ​ຫົວ​ນັ້ນ​ແມ່ນ​ເນີນພູ​ເຈັດ​ໜ່ວຍ​ທີ່​ຍິງ​ນັ້ນ​ນັ່ງ​ຢູ່.


ເທວະດາ​ນັ້ນ​ຍັງ​ໄດ້​ແທກ​ກຳແພງ​ໂດຍ​ໃຊ້​ເຄື່ອງວັດແທກ​ຂອງ​ມະນຸດ, ແລະ ມີ​ຄວາມໜາ 144 ສອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka