Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 13:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ສັດຮ້າຍ​ໂຕ​ທີສອງ​ໄດ້​ຮັບ​ອຳນາດ​ທີ່​ຈະ​ໃຫ້​ລົມຫາຍໃຈ​ແກ່​ຮູບຈໍາລອງ​ຂອງ​ສັດຮ້າຍ​ໂຕ​ທຳອິດ, ເພື່ອ​ວ່າ​ຮູບຈຳລອງ​ນັ້ນ​ຈະສາມາດ​ເວົ້າ​ໄດ້ ແລະ ເຮັດ​ໃຫ້​ທຸກ​ຄົນ​ທີ່​ບໍ່​ຍອມ​ຂາບໄຫວ້​ຮູບຈຳລອງ​ຖືກ​ຂ້າ​ຕາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ຊົງ​ໃຫ້​ມັນ​ມີ​ອຳນາດ ທີ່​ຈະ​ໃຫ້​ລົມຫາຍໃຈ​ແກ່​ຮູບ​ສັດຮ້າຍ​ນັ້ນ ເພື່ອ​ຮູບ​ສັດຮ້າຍ​ນັ້ນ​ຈະ​ປາກ​ໄດ້ ແລະ​ໃຫ້​ມີ​ອຳນາດ​ເຮັດ​ໃຫ້​ບັນດາ​ຄົນ​ທີ່​ບໍ່​ຍອມ​ບູຊາ​ຮູບ​ສັດຮ້າຍ​ນັ້ນ ເຖິງ​ແກ່​ຄວາມ​ຕາຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 13:15
25 Jak'a apnaqawi uñst'ayäwi  

ຮ່າງກາຍ​ທີ່​ບໍ່​ມີ​ວິນຍານ ກໍ​ຕາຍ​ແລ້ວ​ສັນໃດ, ດັ່ງນັ້ນ​ຄວາມເຊື່ອ​ທີ່​ບໍ່ມີ​ການປະຕິບັດ ກໍ​ຕາຍ​ແລ້ວ​ສັນນັ້ນ.


ສ່ວນ​ພະຍານາກ​ຢືນ​ຢູ່​ແຄມ​ທະເລ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ໂຕ​ໜຶ່ງ​ຂຶ້ນ​ມາ​ຈາກ​ທະເລ. ມັນ​ມີ​ສິບ​ເຂົາ ແລະ ເຈັດ​ຫົວ, ທັງ​ເຈັດ​ເຂົາ​ສວມ​ມົງກຸດ​ສວມ ແລະ ຢູ່​ເທິງ​ແຕ່​ລະ​ຫົວ​ມີ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ.


ມັນ​ເປັນ​ໂຕແທນ​ຂອງ​ການ​ໃຊ້​ສິດອຳນາດ​ທັງຫມົດ​ຂອງ​ສັດຮ້າຍ​ໂຕ​ທຳອິດ ແລະ ເຮັດ​ໃຫ້​ໂລກ​ກັບ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ​ຂາບໄຫວ້​ສັດຮ້າຍ​ໂຕ​ທຳອິດ ເຊິ່ງ​ເຄີຍ​ມີ​ບາດແຜ​ທີ່​ເຮັດ​ໃຫ້​ເຖິງ​ຕາຍ​ແຕ່​ຫາຍດີ​ແລ້ວ.


ເພາະ​ໝາຍສຳຄັນ​ເຫລົ່ານີ້​ມັນ​ຈຶ່ງ​ໄດ້​ຮັບ​ອຳນາດ​ໃຫ້​ກະທຳການ​ແທນ​ສັດຮ້າຍ​ໂຕ​ທຳອິດ, ມັນ​ຫລອກລວງ​ຄົນ​ທັງຫລາຍ​ທີ່​ຢູ່​ໃນ​ແຜ່ນດິນໂລກ. ມັນ​ສັ່ງ​ໃຫ້​ພວກເຂົາ​ສ້າງ​ຮູບຈຳລອງ​ຂຶ້ນ​ເພື່ອ​ເປັນ​ກຽດ​ແກ່​ສັດຮ້າຍ​ທີ່​ຖືກ​ບາດເຈັບ​ດ້ວຍ​ດາບ​ແຕ່​ຍັງ​ບໍ່​ຕາຍ​ນັ້ນ.


ແລະ ຄວັນ​ແຫ່ງ​ຄວາມທໍລະມານ​ຂອງ​ພວກເຂົາ​ຈະ​ພຸ່ງ​ຂຶ້ນ​ຕະຫລອດໄປ​ເປັນນິດ. ບັນດາ​ຄົນ​ເຫລົ່ານັ້ນ​ທີ່​ຂາບໄຫວ້​ສັດຮ້າຍ​ກັບ​ຮູບຈຳລອງ​ຂອງ​ມັນ ຫລື ຜູ້​ທີ່​ໄດ້ຮັບ​ເຄື່ອງໝາຍ​ຊື່​ຂອງ​ມັນ​ຈະ​ບໍ່​ໄດ້​ຢຸດ​ພັກ​ເລີຍ​ບໍ່​ວ່າ​ກາງເວັນ ຫລື ກາງຄືນ”.


ເທວະດາ​ຕົນ​ທີສາມ​ໄດ້​ຕິດຕາມ​ມາ ແລະ ປະກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ, “ຖ້າ​ຜູ້ໃດ​ຂາບໄຫວ້​ສັດຮ້າຍ​ກັບ​ຮູບຈຳລອງ​ຂອງ​ມັນ ແລະ ຮັບ​ເຄື່ອງໝາຍ​ຂອງ​ມັນ​ໄວ້​ທີ່​ໜ້າຜາກ ຫລື ທີ່​ມື​ຂອງ​ຕົນ,


ເທວະດາ​ຕົນ​ທຳອິດ​ໄດ້​ອອກ​ໄປ ແລະ ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ແຜ່ນດິນ, ແລ້ວ​ກໍ​ມີ​ບາດແຜ​ອັນ​ໜ້າກຽດ​ທີ່​ສ້າງ​ຄວາມເຈັບປວດ​ກໍ​ເກີດຂຶ້ນ​ຕາມ​ໂຕ​ຂອງ​ບັນດາ​ຜູ້​ທີ່​ມີ​ເຄື່ອງໝາຍ​ຂອງ​ສັດຮ້າຍ ແລະ ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ.


ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ເທວະດາ​ຜູ້​ຮັບຜິດຊອບ​ນ້ຳ​ນັ້ນ​ກ່າວ​ວ່າ: “ຂ້າ​ແດ່​ພຣະອົງ​ຜູ້​ບໍລິສຸດ, ພຣະອົງ​ຜູ້​ດຳລົງ​ຢູ່​ທັງ​ໃນ​ອະດີດ ແລະ ໃນ​ປັດຈຸບັນ ພຣະອົງ​ພິພາກສາ​ລົງໂທດ​ຢ່າງ​ຍຸຕິທຳ​ແລ້ວ,


ພວກເຂົາ​ຈະ​ສູ້ຮົບ​ກັບ​ລູກແກະ​ຂອງ​ພຣະເຈົ້າ, ແຕ່​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຊະນະ​ພວກເຂົາ​ເພາະ​ພຣະອົງ​ເປັນ​ອົງພຣະຜູ້ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ​ເປັນ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ, ເລືອກ​ໄວ້ ແລະ ເປັນ​ຜູ້ຕິດຕາມ​ທີ່​ສັດຊື່​ຂອງ​ພຣະອົງ”.


ເພາະ​ພຣະເຈົ້າ​ໃສ່​ສິ່ງ​ນັ້ນ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ພວກເຂົາ​ເພື່ອ​ໃຫ້​ບັນລຸ​ຕາມ​ຈຸດປະສົງ​ຂອງ​ພຣະອົງ​ໂດຍ​ໃຫ້​ພວກເຂົາ​ເຫັນດີ​ມອບ​ອຳນາດ​ການປົກຄອງ​ຂອງ​ພວກເຂົາ​ແກ່​ສັດຮ້າຍ​ນັ້ນ​ຈົນກວ່າ​ຈະ​ສຳເລັດ​ຕາມ​ພຣະທຳ​ຂອງ​ພຣະເຈົ້າ.


ຂ້າພະເຈົ້າ​ເຫັນ​ແມ່ຍິງ​ຄົນ​ນັ້ນ​ເມົາ​ດ້ວຍ​ເລືອດ​ຂອງ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ, ເລືອດ​ຂອງ​ບັນດາ​ຜູ້​ທີ່​ເປັນ​ພະຍານ​ເພື່ອ​ພຣະເຢຊູເຈົ້າ. ເມື່ອ​ຂ້າພະເຈົ້າ​ເຫັນ​ນາງ​ແລ້ວ​ກໍ​ປະຫລາດໃຈ​ຫລາຍ.


“ຟ້າ​ສະຫວັນ​ເອີຍ! ຈົ່ງ​ຊື່ນຊົມຍິນດີ​ເພາະ​ນະຄອນ​ນີ້, ຄົນ​ຂອງ​ພຣະເຈົ້າ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ໄດ້​ພິພາກສາ​ນະຄອນ​ນີ້​ແລ້ວ ດ້ວຍ​ການ​ລົງໂທດ​ນະຄອນ​ນີ້​ທີ່​ໄດ້​ເຮັດ​ຜິດ​ກັບ​ພວກເຈົ້າ”.


ໃນ​ເມືອງ​ນີ້​ພົບ​ໄດ້​ແຕ່​ເລືອດ​ຂອງ​ບັນດາ​ຜູ້ທຳນວາຍ ແລະ ເລືອດ​ຂອງ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ເລືອດ​ຂອງ​ທຸກຄົນ​ທີ່​ຖືກ​ຂ້າ​ເທິງ​ແຜ່ນດິນໂລກ”.


ແຕ່​ສັດຮ້າຍ​ນັ້ນ​ຖືກ​ຈັບ​ພ້ອມ​ດ້ວຍ​ຜູ້ທຳນວາຍ​ປອມ​ທີ່​ໄດ້​ເຮັດ​ໝາຍສຳຄັນ​ແທນ​ສັດຮ້າຍ​ນັ້ນ. ດ້ວຍ​ໝາຍສຳຄັນ​ເຫລົ່ານີ້​ມັນ​ໄດ້​ຫລອກລວງ​ບັນດາ​ຜູ້​ທີ່​ໄດ້ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ນັ້ນ ແລະ ໄດ້​ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ. ທັງ​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ທັງເປັນ​ໃນ​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່.


ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຕ່າງໆ ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ​ຄື​ບັນດາ​ຜູ້​ໄດ້ຮັບ​ສິດອຳນາດ​ໃຫ້​ພິພາກສາ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຈິດວິນຍານ​ຂອງ​ບັນດາ​ຄົນ​ທັງຫລາຍ​ທີ່​ຖືກ​ຕັດຫົວ​ເພາະ​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ ແລະ ເພາະ​ພຣະທຳ​ຂອງ​ພຣະເຈົ້າ. ພວກເຂົາ​ບໍ່​ໄດ້​ຂາບໄຫວ້​ສັດຮ້າຍ ຫລື ຮູບຈຳລອງ​ຂອງ​ມັນ ແລະ ບໍ່​ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ໄວ້​ທີ່​ໜ້າຜາກ ຫລື ທີ່​ມື. ພວກເຂົາ​ໄດ້​ກັບ​ຄືນ​ມາ​ມີຊີວິດ ແລະ ຄອບຄອງ​ຮ່ວມ​ກັບ​ພຣະຄຣິດເຈົ້າ​ໜຶ່ງພັນ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka