ພຣະນິມິດ 13:12 - ພຣະຄຳພີລາວສະບັບສະໄໝໃໝ່12 ມັນເປັນໂຕແທນຂອງການໃຊ້ສິດອຳນາດທັງຫມົດຂອງສັດຮ້າຍໂຕທຳອິດ ແລະ ເຮັດໃຫ້ໂລກກັບຄົນທັງຫລາຍທີ່ຢູ່ໃນແຜ່ນດິນໂລກຂາບໄຫວ້ສັດຮ້າຍໂຕທຳອິດ ເຊິ່ງເຄີຍມີບາດແຜທີ່ເຮັດໃຫ້ເຖິງຕາຍແຕ່ຫາຍດີແລ້ວ. Uka jalj uñjjattʼätaພຣະຄຳພີສັກສິ12 ມັນໄດ້ໃຊ້ສິດອຳນາດອັນຍິ່ງໃຫຍ່ຂອງສັດຮ້າຍໂຕທຳອິດ ຢູ່ຕໍ່ໜ້າສັດຮ້າຍໂຕທຳອິດນັ້ນ ມັນບັງຄັບໃຫ້ໂລກແລະຄົນທັງໝົດທີ່ຢູ່ໃນໂລກ ຂາບໄຫວ້ສັດຮ້າຍໂຕທຳອິດ ທີ່ມີບາດແຜເຖິງແກ່ຄວາມຕາຍ ແຕ່ໄດ້ຮັບການປິ່ນປົວໃຫ້ຫາຍດີແລ້ວນັ້ນ. Uka jalj uñjjattʼäta |
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຄັ້ງໜຶ່ງເຄີຍມີຊີວິດຢູ່ ແຕ່ບັດນີ້ບໍ່ມີຊີວິດຢູ່, ມັນຈະຂຶ້ນມາຈາກເຫວເລິກ ແລະ ໄປສູ່ຄວາມຈິບຫາຍຂອງມັນ. ຄົນທັງຫລາຍທີ່ຢູ່ແຜ່ນດິນໂລກຜູ້ທີ່ບໍ່ມີຊື່ຢູ່ໃນໜັງສືແຫ່ງຊີວິດຕັ້ງແຕ່ສ້າງໂລກຈະປະຫລາດໃຈເມື່ອພວກເຂົາໄດ້ເຫັນສັດຮ້າຍນີ້, ເພາະຄັ້ງໜຶ່ງມັນເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່, ແຕ່ມັນຈະມາໃນອະນາຄົດ.
ຂ້າພະເຈົ້າໄດ້ເຫັນບັນລັງຕ່າງໆ ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນຄືບັນດາຜູ້ໄດ້ຮັບສິດອຳນາດໃຫ້ພິພາກສາ. ແລະ ຂ້າພະເຈົ້າໄດ້ເຫັນຈິດວິນຍານຂອງບັນດາຄົນທັງຫລາຍທີ່ຖືກຕັດຫົວເພາະເປັນພະຍານເລື່ອງພຣະເຢຊູເຈົ້າ ແລະ ເພາະພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ໄດ້ຂາບໄຫວ້ສັດຮ້າຍ ຫລື ຮູບຈຳລອງຂອງມັນ ແລະ ບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມື. ພວກເຂົາໄດ້ກັບຄືນມາມີຊີວິດ ແລະ ຄອບຄອງຮ່ວມກັບພຣະຄຣິດເຈົ້າໜຶ່ງພັນປີ.