ພຣະນິມິດ 13:10 - ພຣະຄຳພີລາວສະບັບສະໄໝໃໝ່10 “ຖ້າຜູ້ໃດຖືກກຳນົດໃຫ້ເປັນຊະເລີຍ, ພວກເຂົາກໍຈະຕ້ອງໄປເປັນຊະເລີຍ. ຖ້າຜູ້ໃດຖືກກຳນົດໃຫ້ຖືກຂ້າດ້ວຍດາບ ພວກເຂົາກໍຈະຕ້ອງຖືກຂ້າດ້ວຍດາບ”. ໃນເລື່ອງນີ້ບັນດາຄົນຂອງພຣະເຈົ້າຈະຕ້ອງມີຄວາມອົດທົນ ແລະ ຄວາມສັດຊື່. Uka jalj uñjjattʼätaພຣະຄຳພີສັກສິ10 “ຜູ້ໃດທີ່ກຳນົດໄວ້ໃຫ້ໄປເປັນຊະເລີຍ ຜູ້ນັ້ນກໍຈະຕ້ອງໄປເປັນຊະເລີຍ. ຜູ້ໃດທີ່ກຳນົດໄວ້ໃຫ້ຕາຍດ້ວຍດາບ ຜູ້ນັ້ນກໍຈະຕ້ອງຖືກຂ້າດ້ວຍດາບ. ນີ້ແຫຼະ ຄືຄວາມອົດທົນ ແລະຄວາມເຊື່ອທີ່ພວກໄພ່ພົນຂອງພຣະເຈົ້າຈະຕ້ອງມີ.” Uka jalj uñjjattʼäta |
ບັນດາປະຊາຊາດກໍໂກດຮ້າຍ, ແຕ່ຄວາມໂກດຮ້າຍຂອງພຣະອົງມາເຖິງແລ້ວ. ເວລານັ້ນໄດ້ມາເຖິງແລ້ວສຳລັບພິພາກສາຄົນທີ່ໄດ້ຕາຍແລ້ວ, ແລະ ເພື່ອມອບບຳເໜັດແກ່ບັນດາຜູ້ທຳນວາຍຜູ້ຮັບໃຊ້ຂອງພຣະອົງ ແລະ ແກ່ບັນດາຄົນຂອງພຣະອົງຜູ້ທີ່ຢຳເກງນາມຂອງພຣະອົງ ທັງຜູ້ໃຫຍ່ ແລະ ຜູ້ນ້ອຍ ແລະ ເປັນເວລາສຳລັບການທຳລາຍບັນດາຜູ້ທີ່ທຳລາຍໂລກ”.
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຄັ້ງໜຶ່ງເຄີຍມີຊີວິດຢູ່ ແຕ່ບັດນີ້ບໍ່ມີຊີວິດຢູ່, ມັນຈະຂຶ້ນມາຈາກເຫວເລິກ ແລະ ໄປສູ່ຄວາມຈິບຫາຍຂອງມັນ. ຄົນທັງຫລາຍທີ່ຢູ່ແຜ່ນດິນໂລກຜູ້ທີ່ບໍ່ມີຊື່ຢູ່ໃນໜັງສືແຫ່ງຊີວິດຕັ້ງແຕ່ສ້າງໂລກຈະປະຫລາດໃຈເມື່ອພວກເຂົາໄດ້ເຫັນສັດຮ້າຍນີ້, ເພາະຄັ້ງໜຶ່ງມັນເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່, ແຕ່ມັນຈະມາໃນອະນາຄົດ.