ພຣະນິມິດ 12:9 - ພຣະຄຳພີລາວສະບັບສະໄໝໃໝ່9 ພະຍານາກໃຫຍ່ທີ່ຖືກໂຍນລົງມານັ້ນແມ່ນງູດຶກດຳບັນທີ່ເອີ້ນວ່າມານຮ້າຍ ຫລື ມານຊາຕານ, ຜູ້ທີ່ນຳພາຄົນທັງໂລກໃຫ້ຫລົງຜິດ. ມັນຖືກໂຍນລົງມາເທິງໂລກພ້ອມກັບບັນດາເທວະດາຂອງມັນ. Uka jalj uñjjattʼätaພຣະຄຳພີສັກສິ9 ພະຍານາກໃຫຍ່ ຊຶ່ງເປັນງູແຕ່ດຶກດຳບັນທີ່ເຂົາເອີ້ນວ່າ ມານຮ້າຍ ແລະມານຊາຕານ ຜູ້ຫລອກລວງມະນຸດທັງໂລກ ກໍຖືກຊັດຖິ້ມລົງເສຍ ມັນກັບບໍລິວານຂອງມັນ ກໍຖືກຊັດຖິ້ມລົງເທິງແຜ່ນດິນໂລກ. Uka jalj uñjjattʼäta |
ພວກເຈົ້າທັງຫລາຍເປັນຂອງພໍ່ຂອງພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າຕ້ອງການເຮັດຕາມຄວາມປາຖະໜາຂອງພໍ່ຂອງພວກເຈົ້າ. ມັນເປັນຜູ້ຂ້າຄົນຕັ້ງແຕ່ຕົ້ນເດີມມາແລ້ວ, ມັນບໍ່ໄດ້ຕັ້ງໝັ້ນຢູ່ໃນຄວາມຈິງ, ເພາະໃນໂຕມັນບໍ່ມີຄວາມຈິງ. ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງເພາະມັນເປັນຜູ້ຕົວະ ແລະ ເປັນພໍ່ຂອງຄຳຕົວະ.
ເທວະດາຕົນນັ້ນໄດ້ຮ້ອງຂຶ້ນດ້ວຍສຽງອັນມີພະລັງວ່າ: “ຫລົ້ມຈົມແລ້ວ! ບາບີໂລນນະຄອນຍິ່ງໃຫຍ່ໄດ້ຫລົ້ມຈົມແລ້ວ! ນາງນີ້ໄດ້ກາຍເປັນບ່ອນອາໄສຂອງພວກຜີມານຮ້າຍ ແລະ ເປັນບ່ອນສິງຢູ່ຂອງວິນຍານສົກກະປົກທຸກຢ່າງ, ເປັນບ່ອນສິງຢູ່ຂອງນົກທຸກຊະນິດທີ່ເປັນມົນທິນ, ເປັນບ່ອນສິງຢູ່ຂອງສັດທຸກຊະນິດທີ່ເປັນມົນທິນ ແລະ ໜ້າກຽດຊັງ