Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 12:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຫລັງຈາກນັ້ນ ກໍ​ໄດ້​ເກີດ​ສົງຄາມ​ຂຶ້ນ​ໃນ​ສະຫວັນ. ມີຄາເອນ ແລະ ບັນດາ​ເທວະດາ​ຂອງ​ເພິ່ນ​ກໍ​ພາ​ກັນ​ຕໍ່ສູ້​ກັບ​ພະຍານາກ, ສ່ວນ​ພະຍານາກ ແລະ ບໍລິວານ​ຂອງ​ມັນ​ກໍ​ໄດ້​ຕໍ່ສູ້​ຄືນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຂະນະ​ນັ້ນ ໄດ້​ເກີດ​ສົງຄາມ​ຂຶ້ນ​ໃນ​ສະຫວັນ ມີຄາເອນ​ແລະ​ຝູງ​ເທວະດາ​ຝ່າຍ​ຕົນ ໄດ້​ຕໍ່ສູ້​ກັບ​ພະຍານາກ ຝ່າຍ​ພະຍານາກ​ແລະ​ຝູງ​ບໍລິວານ​ຂອງ​ມັນ​ກໍໄດ້​ຕໍ່ສູ້​ຄືນ,

Uka jalj uñjjattʼäta Copia luraña




ພຣະນິມິດ 12:7
23 Jak'a apnaqawi uñst'ayäwi  

ບຸດມະນຸດ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ແລະ ກຳຈັດ​ທຸກສິ່ງ​ທີ່​ເປັນ​ຕົ້ນເຫດ​ໃຫ້​ມະນຸດ​ເຮັດ​ບາບ ແລະ ກຳຈັດ​ທຸກຄົນ​ທີ່​ເຮັດ​ຊົ່ວ​ອອກ​ຈາກ​ອານາຈັກ​ຂອງ​ພຣະອົງ.


ເພາະ​ບຸດມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ບັນດາ​ເທວະດາ​ຂອງ​ພຣະອົງ, ເມື່ອ​ນັ້ນ​ພຣະອົງ​ຈະ​ຕອບແທນ​ແກ່​ທຸກຄົນ​ຕາມ​ການກະທຳ​ຂອງ​ພວກເຂົາ.


ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ມາ​ພ້ອມ​ກັບ​ສຽງແກ​ດັງ​ກ້ອງສະໜັ່ນ, ເທວະດາ​ເຫລົ່ານັ້ນ​ຈະ​ຮວບຮວມ​ເອົາ​ຜູ້​ທີ່​ເລືອກ​ໄວ້​ຈາກ​ທັງ​ສີ່​ທິດ ຕັ້ງແຕ່​ສຸດ​ຂອບ​ຟ້າສະຫວັນ​ເບື້ອງ​ໜຶ່ງ​ຈົນ​ເຖິງ​ສຸດ​ຂອບ​ຟ້າສະຫວັນ​ອີກ​ເບື້ອງ​ໜຶ່ງ.


“ແລ້ວ​ພຣະອົງ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ​ວ່າ, ‘ພວກເຈົ້າ​ທັງຫລາຍ​ທີ່​ຖືກ​ສາບແຊ່ງ ຈົ່ງ​ໄປ​ຈາກ​ເຮົາ, ຈົ່ງ​ລົງໄປ​ໃນ​ບຶງ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ ບໍລິວານ​ຂອງ​ມັນ.


ເຈົ້າ​ຄິດ​ວ່າ​ເຮົາ​ບໍ່​ສາມາດ​ຮ້ອງຂໍ​ພຣະບິດາ​ຂອງ​ເຮົາ ແລະ ພຣະອົງ​ຈະ​ໃຫ້​ເທວະດາ​ຫລາຍ​ກວ່າ​ສິບສອງ​ກອງ​ມາ​ຊ່ວຍ​ເຮົາ​ທັນທີ​ບໍ?


ຫລື ເນື່ອງຈາກ​ການ​ເປີດເຜີຍ​ອັນ​ຍິ່ງໃຫຍ່​ລ້ຳເລີດ​ເຫລົ່ານີ້, ເຫດສະນັ້ນ​ເພື່ອ​ຮັກສາ​ເຮົາ​ຈາກ​ການ​ກາຍ​ເປັນ​ຜູ້​ອວດດີ, ເຮົາ​ຈຶ່ງ​ຖືກ​ເຮັດ​ໃຫ້​ມີ​ສ້ຽນໜາມ​ໃນ​ເນື້ອກາຍ​ຂອງ​ເຮົາ ເປັນ​ບໍລິວານ​ຂອງ​ຊາຕານ​ເພື່ອ​ທໍລະມານ​ເຮົາ.


ເພາະ​ພວກເຮົາ​ບໍ່​ໄດ້​ຕໍ່ສູ້​ກັບ​ເນື້ອໜັງ ແລະ ເລືອດ, ແຕ່​ຕໍ່ສູ້​ກັບ​ບັນດາ​ຜູ້ປົກຄອງ, ຕໍ່ສູ້​ກັບ​ຜູ້​ມີ​ສິດອຳນາດ, ຕໍ່ສູ້​ກັບ​ອຳນາດ​ແຫ່ງ​ຄວາມມືດ​ຂອງ​ໂລກ​ນີ້ ແລະ ຕໍ່ສູ້​ກັບ​ບັນດາ​ວິນຍານ​ຝ່າຍ​ຄວາມ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ.


ແລະ ຈະ​ໃຫ້​ການບັນເທົາທຸກ​ແກ່​ພວກເຈົ້າ​ທີ່​ໄດ້​ຮັບ​ຄວາມຍາກລຳບາກ ແລະ ໃຫ້​ພວກເຮົາ​ດ້ວຍ. ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ປາກົດ​ຈາກ​ສະຫວັນ​ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ກັບ​ບັນດາ​ເທວະດາ​ຜູ້​ມີ​ລິດອຳນາດ​ຂອງ​ພຣະອົງ.


ໃນ​ການ​ນຳ​ລູກຊາຍ ແລະ ລູກຍິງ​ຈໍານວນ​ຫລວງຫລາຍ​ມາ​ສູ່​ສະຫງ່າລາສີ​ນັ້ນ ກໍ​ເປັນ​ການ​ເໝາະສົມ​ແລ້ວ​ທີ່​ພຣະເຈົ້າ​ຜູ້​ທີ່​ສັບພະສິ່ງ​ມີ​ຢູ່​ເພື່ອ​ພຣະອົງ ແລະ ໂດຍ​ທາງ​ພຣະອົງ ຈະ​ເຮັດ​ໃຫ້​ຜູ້ບຸກເບີກ​ຄວາມພົ້ນ​ຂອງ​ພວກເຂົາ​ທັງຫລາຍ​ນັ້ນ​ສົມບູນ​ໂດຍ​ການທົນທຸກທໍລະມານ​ຂອງ​ພຣະອົງ.


ເພາະ​ຖ້າ​ພຣະເຈົ້າ​ບໍ່​ໄດ້​ຍົກເວັ້ນ​ບັນດາ​ເທວະດາ​ທີ່​ໄດ້​ເຮັດ​ບາບ, ແຕ່​ໄດ້​ສົ່ງ​ພວກເຂົາ​ລົງ​ໄປ​ສູ່​ນະລົກ, ລ່າມໂສ້​ພວກເຂົາ​ຂັງ​ໄວ້​ໃນ​ບ່ອນ​ມືດ​ເພື່ອ​ລໍຖ້າ​ການພິພາກສາ.


ແມ່ນ​ແຕ່​ມີຄາເອນ​ຫົວໜ້າ​ເທວະດາ ເມື່ອ​ເພິ່ນ​ໂຕ້ແຍ້ງ​ກັບ​ມານຮ້າຍ​ເລື່ອງ​ສົບ​ຂອງ​ໂມເຊ​ນັ້ນ​ກໍ​ຍັງ​ບໍ່​ກ້າ​ກ່າວ​ໂທດ​ມານຮ້າຍ​ທີ່​ກ່າວ​ໃສ່ຮ້າຍ ແຕ່​ເວົ້າ​ວ່າ, “ໃຫ້​ອົງພຣະຜູ້ເປັນເຈົ້າ​ຈັດການ​ກັບ​ເຈົ້າ!”


ແຕ່​ພະຍານາກ​ບໍ່​ເຂັ້ມແຂງ​ພໍ ແລະ ພວກມັນ​ໄດ້​ສູນເສຍ​ບ່ອນຢູ່​ຂອງ​ພວກມັນ​ໃນ​ສະຫວັນ.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


ມັນ​ໄດ້​ຮັບ​ອຳນາດ​ທີ່​ຈະ​ສູ້ຮົບ​ກັບ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຊະນະ​ພວກເຂົາ. ມັນ​ໄດ້​ຮັບ​ສິດອຳນາດ​ເໜືອ​ທຸກ​ຊົນເຜົ່າ, ທຸກຄົນ, ທຸກ​ພາສາ ແລະ ທຸກ​ຊົນຊາດ.


ເທວະດາ​ນັ້ນ​ໄດ້​ຈັບ​ພະຍານາກ​ທີ່​ເປັນ​ງູ​ດຶກດຳບັນ, ຜູ້​ທີ່​ເປັນ​ມານຮ້າຍ ຫລື ມານຊາຕານ ແລະ ຜູກມັດ​ມັນ​ໄວ້​ໜຶ່ງພັນ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka