Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 12:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ຍິງ​ນັ້ນ​ໄດ້​ໜີ​ເຂົ້າ​ໄປ​ຍັງ​ຖິ່ນແຫ້ງແລ້ງກັນດານ​ໄປ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ສຳລັບ​ນາງ, ຢູ່​ທີ່​ນັ້ນ​ນາງ​ຈະ​ໄດ້​ຮັບ​ການລ້ຽງດູ​ເປັນ​ເວລາ​ໜຶ່ງພັນສອງຮ້ອຍຫົກສິບ​ວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ຝ່າຍ​ແມ່ຍິງ​ນັ້ນ ໄດ້​ປົບໜີ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ມາ​ສູ່​ບ່ອນ​ທີ່​ພຣະເຈົ້າ​ໄດ້​ຈັດຕຽມ​ໄວ້​ໃຫ້​ນາງ ເພື່ອ​ວ່າ​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ຢູ່​ທີ່​ນັ້ນ ໃນ​ລະຫວ່າງ​ພັນ​ສອງຮ້ອຍ​ຫົກສິບ​ວັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 12:6
10 Jak'a apnaqawi uñst'ayäwi  

ແລ້ວ​ມານຮ້າຍ​ກໍ​ຈາກ​ພຣະອົງ​ໄປ ແລະ ບັນດາ​ເທວະດາ​ກໍ​ໄດ້​ມາ​ຮັບໃຊ້​ພຣະອົງ.


ຍິງ​ນັ້ນ​ໄດ້​ຮັບ​ປີກ​ນົກອິນຊີ​ໃຫຍ່​ສອງ​ປີກ​ເພື່ອ​ຈະ​ໄດ້​ບິນ​ໄປ​ຍັງ​ບ່ອນ​ທີ່​ໄດ້​ຈັດຕຽມ​ໄວ້​ໃຫ້​ນາງ​ໃນ​ຖິ່ນແຫ້ງແລ້ງກັນດານ, ຢູ່​ທີ່​ນັ້ນ​ນາງ​ຈະ​ໄດ້ຮັບ​ການ​ປົກປ້ອງ​ລ້ຽງດູ​ໃຫ້​ພົ້ນ​ຈາກ​ການໂຈມຕີ​ຂອງ​ພະຍານາກ​ຕະຫລອດ​ໜຶ່ງ​ວາລະ, ສອງ​ວາລະ ແລະ ເຄິ່ງ​ວາລະ.


ຫາງ​ຂອງ​ພະຍານາກ​ນັ້ນ​ໄດ້​ກວາດ​ໜຶ່ງສ່ວນສາມ​ຂອງ​ດວງດາວ​ໃນ​ທ້ອງຟ້າ ແລະ ແກວ່ງ​ດວງດາວ​ນັ້ນ​ລົງ​ໃສ່​ແຜ່ນດິນໂລກ. ພະຍານາກ​ນັ້ນ​ຢືນ​ຢູ່​ຕໍ່ໜ້າ​ແມ່ຍິງ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ, ເພື່ອ​ວ່າ​ມັນ​ຈະ​ໄດ້​ກິນ​ເດັກນ້ອຍ​ດ້ວຍ​ຄວາມຫິວໂຫຍ​ໃນ​ທັນທີ​ທີ່​ເດັກ​ນັ້ນ​ເກີດ​ມາ.


ສັດຮ້າຍ​ນັ້ນ​ໄດ້​ຮັບ​ອະນຸຍາດ​ໃຫ້​ມີ​ປາກ​ເພື່ອ​ເວົ້າ​ຄຳເວົ້າ​ທີ່​ອວດອ້າງ ແລະ ໝິ່ນປະໝາດ ແລະ ເພື່ອ​ໃຊ້​ສິດອຳນາດ​ຂອງ​ມັນ​ເປັນ​ເວລາ​ສີ່ສິບສອງ​ເດືອນ.


ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ໃນ​ພຣະວິນຍານ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ. ທີ່​ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່​ເທິງ​ສັດຮ້າຍ​ສີແດງເຂັ້ມ ເຊິ່ງ​ມີ​ຫລາຍ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ໂຕ, ມີ​ເຈັດ​ຫົວ ແລະ ສິບ​ເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka