Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 12:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ຫາງ​ຂອງ​ພະຍານາກ​ນັ້ນ​ໄດ້​ກວາດ​ໜຶ່ງສ່ວນສາມ​ຂອງ​ດວງດາວ​ໃນ​ທ້ອງຟ້າ ແລະ ແກວ່ງ​ດວງດາວ​ນັ້ນ​ລົງ​ໃສ່​ແຜ່ນດິນໂລກ. ພະຍານາກ​ນັ້ນ​ຢືນ​ຢູ່​ຕໍ່ໜ້າ​ແມ່ຍິງ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ, ເພື່ອ​ວ່າ​ມັນ​ຈະ​ໄດ້​ກິນ​ເດັກນ້ອຍ​ດ້ວຍ​ຄວາມຫິວໂຫຍ​ໃນ​ທັນທີ​ທີ່​ເດັກ​ນັ້ນ​ເກີດ​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ຫາງ​ພະຍານາກ ໄດ້​ຟາດ​ດວງດາວ​ໃນ​ທ້ອງຟ້າ ໜຶ່ງ​ສ່ວນ​ສາມ​ລົງ​ໃສ່​ແຜ່ນດິນ​ໂລກ ແລະ​ພະຍານາກ​ໂຕ​ນັ້ນ ຢືນ​ຢູ່​ຕໍ່ໜ້າ​ຜູ້​ທີ່​ກຳລັງ​ຈະ​ເກີດ​ລູກ ເພື່ອ​ຈະ​ກິນ​ລູກ​ນັ້ນ​ເມື່ອ​ເກີດ​ແລ້ວ.

Uka jalj uñjjattʼäta Copia luraña




ພຣະນິມິດ 12:4
22 Jak'a apnaqawi uñst'ayäwi  

ພວກເຈົ້າ​ທັງຫລາຍ​ເປັນ​ຂອງ​ພໍ່​ຂອງ​ພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າ​ຕ້ອງການ​ເຮັດ​ຕາມ​ຄວາມປາຖະໜາ​ຂອງ​ພໍ່​ຂອງ​ພວກເຈົ້າ. ມັນ​ເປັນ​ຜູ້​ຂ້າ​ຄົນ​ຕັ້ງແຕ່​ຕົ້ນເດີມ​ມາ​ແລ້ວ, ມັນ​ບໍ່​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄວາມຈິງ, ເພາະ​ໃນ​ໂຕ​ມັນ​ບໍ່​ມີ​ຄວາມຈິງ. ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນດານ​ຂອງ​ມັນ​ເອງ​ເພາະ​ມັນ​ເປັນ​ຜູ້ຕົວະ ແລະ ເປັນ​ພໍ່​ຂອງ​ຄຳຕົວະ.


ຈົ່ງ​ມີ​ສະຕິ ແລະ ຕື່ນ​ໂຕ​ຢູ່​ສະເໝີ. ເພາະ​ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນວຽນ​ໄປ​ມາ​ເໝືອນ​ໂຕສິງ​ທີ່​ແຜດສຽງ​ຊອກຫາ​ຄົນ​ທີ່​ມັນ​ຈະ​ກັດກິນ​ໄດ້.


ຫລັງຈາກນັ້ນ ກໍ​ໄດ້​ເກີດ​ສົງຄາມ​ຂຶ້ນ​ໃນ​ສະຫວັນ. ມີຄາເອນ ແລະ ບັນດາ​ເທວະດາ​ຂອງ​ເພິ່ນ​ກໍ​ພາ​ກັນ​ຕໍ່ສູ້​ກັບ​ພະຍານາກ, ສ່ວນ​ພະຍານາກ ແລະ ບໍລິວານ​ຂອງ​ມັນ​ກໍ​ໄດ້​ຕໍ່ສູ້​ຄືນ.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


ສັດຮ້າຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ​ຄ້າຍ​ຄື​ກັບ​ເສືອດາວ, ແຕ່​ມີ​ຕີນ​ເໝືອນ​ຕີນ​ໝີ ແລະ ມີ​ປາກ​ເໝືອນ​ປາກ​ສິງ. ພະຍານາກ​ໄດ້​ໃຫ້​ອຳນາດ ແລະ ບັນລັງ​ກັບ​ສິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ມັນ​ແກ່​ສັດຮ້າຍ​ນັ້ນ.


ປະຊາຊົນ​ໄດ້​ຂາບໄຫວ້​ພະຍານາກ​ເພາະ​ມັນ​ໃຫ້​ສິດອຳນາດ​ແກ່​ສັດຮ້າຍ​ນັ້ນ ແລະ ພວກເຂົາ​ໄດ້​ຂາບໄຫວ້​ສັດຮ້າຍ​ເໝືອນກັນ ແລະ ພວກເຂົາ​ຖາມ​ກັນ​ວ່າ, “ຜູ້ໃດ​ຈະ​ເປັນ​ເໝືອນ​ສັດຮ້າຍ​ນີ້? ຜູ້ໃດ​ສາມາດ​ສູ້ຮົບ​ກັບ​ມັນ​ໄດ້?”


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ວິນຍານສົກກະປົກ​ສາມ​ໂຕ​ມີ​ຮູບຮ່າງ​ຄ້າຍ​ຄື​ກົບ, ພວກມັນ​ອອກ​ມາ​ຈາກ​ປາກ​ຂອງ​ພະຍານາກ, ຈາກ​ປາກ​ຂອງ​ສັດຮ້າຍ ແລະ ຈາກ​ປາກ​ຂອງ​ຜູ້ທຳນວາຍ​ປອມ.


ແມ່ຍິງ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ຄື​ນະຄອນ​ຍິ່ງໃຫຍ່ ເຊິ່ງ​ປົກຄອງ​ບັນດາ​ກະສັດ​ຂອງ​ໂລກ”.


ເທວະດາ​ນັ້ນ​ໄດ້​ຈັບ​ພະຍານາກ​ທີ່​ເປັນ​ງູ​ດຶກດຳບັນ, ຜູ້​ທີ່​ເປັນ​ມານຮ້າຍ ຫລື ມານຊາຕານ ແລະ ຜູກມັດ​ມັນ​ໄວ້​ໜຶ່ງພັນ​ປີ.


ເທວະດາ​ຕົນ​ທີສາມ​ເປົ່າ​ແກ​ຂອງ​ຕົນ​ຂຶ້ນ ແລະ ດາວ​ໃຫຍ່​ດວງ​ໜຶ່ງ​ທີ່​ມີ​ໄຟ​ກຳລັງ​ລຸກໄໝ້​ຢູ່​ເໝືອນ​ກັບ​ທວນໄຟ​ກໍ​ຕົກ​ຈາກ​ທ້ອງຟ້າ​ລົງ​ໃສ່​ໜຶ່ງ​ໃນ​ສາມ​ຂອງ​ແມ່ນ້ຳ​ທັງຫລາຍ ແລະ ລົງ​ໃສ່​ບໍ່ນ້ຳພຸ​ຕ່າງໆ


ດາວ​ດວງ​ນັ້ນ​ຊື່​ວ່າ​ຂົມ ເຮັດ​ໃຫ້​ໜຶ່ງສ່ວນສາມ​ຂອງ​ນ້ຳ​ນັ້ນ​ມີ​ລົດຂົມ ແລະ ຄົນ​ຈໍານວນ​ຫລວງຫລາຍ​ໄດ້​ຕາຍ​ໄປ​ເນື່ອງ​ຈາກ​ນ້ຳ​ກາຍເປັນ​ນ້ຳຂົມ.


ເທວະດາ​ອົງ​ທີສີ່​ໄດ້​ເປົ່າແກ​ຂອງ​ຕົນ​ຂຶ້ນ ແລະ ໜຶ່ງສ່ວນສາມ​ຂອງ​ດວງຕາເວັນ, ດວງເດືອນ ແລະ ດວງດາວ​ຕ່າງໆ​ກໍ​ຢຸດ​ເຄື່ອນໄຫວ, ດັ່ງນັ້ນ​ຈຶ່ງ​ເຮັດ​ໃຫ້​ໜຶ່ງສ່ວນສາມ​ຂອງ​ທັງ​ສາມ​ສິ່ງ​ນັ້ນ​ຈຶ່ງ​ມືດ​ໄປ. ເຮັດ​ໃຫ້​ເວລາ​ໜຶ່ງ​ໃນ​ສາມ​ຂອງ​ກາງເວັນ​ບໍ່​ມີ​ແສງສະຫວ່າງ ແລະ ໜຶ່ງສ່ວນສາມ​ຂອງ​ກາງຄືນ​ກໍ​ເໝືອນກັນ.


ເທວະດາ​ຕົນ​ທີ​ໜຶ່ງ​ເປົ່າແກ​ຂອງ​ຕົນ​ຂຶ້ນ, ກໍ​ມີ​ໝາກເຫັບ​ຕົກ ແລະ ໄຟ​ປົນ​ເລືອດ ແລ້ວ​ຖືກ​ໂຍນ​ລົງ​ມາ​ເທິງ​ແຜ່ນດິນໂລກ. ໜຶ່ງສ່ວນສາມ​ຂອງ​ໂລກ​ຖືກ​ໄໝ້, ໜຶ່ງສ່ວນສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ ຫຍ້າ​ຂຽວ​ກໍ​ຖືກ​ໄໝ້​ຈົນ​ໝົດ.


ເທວະດາ​ຕົນ​ທີສອງ​ເປົ່າ​ແກ​ຂອງ​ຕົນ​ຂຶ້ນ ແລ້ວ​ກໍ​ມີ​ສິ່ງ​ໜຶ່ງ​ເໝືອນ​ພູເຂົາ​ໜ່ວຍໃຫຍ່​ທີ່​ໄຟ​ກຳລັງ​ລຸກໄໝ້​ຢູ່ ໄດ້​ຖືກ​ໂຍນ​ລົງ​ໃນ​ທະເລ. ໜຶ່ງສ່ວນສາມ​ຂອງ​ທະເລ​ໄດ້​ກາຍເປັນ​ເລືອດ,


ໜຶ່ງສ່ວນສາມ​ຂອງ​ສິ່ງທີ່ມີຊີວິດ​ຢູ່​ໃນ​ທະເລ​ໄດ້​ຕາຍ​ໄປ ແລະ ໜຶ່ງສ່ວນສາມ​ຂອງ​ເຮືອ​ທັງຫລາຍ​ໄດ້​ຖືກ​ທຳລາຍ​ໄປ.


ພວກມັນ​ມີ​ຫາງ​ພ້ອມ​ກັບ​ໄລ, ເໝືອນ​ຫາງ​ແມງງອດ ແລະ ຫາງ​ຂອງ​ພວກມັນ​ມີ​ອຳນາດ​ທີ່​ຈະ​ທໍລະມານ​ມະນຸດ​ເປັນ​ເວລາ​ຫ້າ​ເດືອນ.


ອຳນາດ​ຂອງ​ມ້າ​ເຫລົ່າ​ນັ້ນ​ຢູ່​ທີ່​ປາກ ແລະ ຫາງ​ຂອງ​ພວກມັນ, ເພາະ​ຫາງ​ຂອງ​ພວກມັນ​ເໝືອນ​ງູ ແລະ ມີ​ຫົວ​ຫລາຍ​ຫົວ ເຊິ່ງ​ມັນ​ເຮັດ​ອັນຕະລາຍ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka