2 ຍິງນັ້ນຖືພາ ແລະ ຮ້ອງດ້ວຍຄວາມເຈັບປວດເພາະນາງໃກ້ຈະເກີດລູກແລ້ວ.
2 ຍິງນັ້ນມີທ້ອງແລະຮ້ອງຄາງເຈັບປວດຢູ່ ກຳລັງຈະເກີດລູກ.
ເຫດການທັງໝົດເຫລົ່ານີ້ແມ່ນຂັ້ນເລີ່ມຕົ້ນຂອງຄວາມເຈັບປວດໃນການເກີດລູກ.
ຍິງທີ່ຈະເກີດລູກກໍຍ່ອມເຈັບປວດເພາະເຖິງກຳນົດແລ້ວ, ແຕ່ເມື່ອລູກເກີດອອກມາແລ້ວນາງກໍລືມຄວາມເຈັບປວດທໍລະມານເພາະນາງຊື່ນຊົມຍິນດີທີ່ເດັກນ້ອຍຄົນໜຶ່ງໄດ້ເກີດມາໃນໂລກ.
ລູກທີ່ຮັກຂອງເຮົາເອີຍ, ເຮົາຍັງຕ້ອງເຈັບປວດເໝືອນກັບແມ່ທີ່ເຈັບທ້ອງເກີດລູກເພື່ອພວກເຈົ້າອີກ ຈົນກວ່າພຣະຄຣິດເຈົ້າຈະກໍ່ຮ່າງຂຶ້ນໃນພວກເຈົ້າ,
ຕາມທີ່ມີຂຽນໄວ້ວ່າ: “ຈົ່ງຍິນດີ, ແມ່ຍິງທີ່ເປັນໝັນ, ເຈົ້າຜູ້ບໍ່ເຄີຍເກີດລູກ; ຈົ່ງໂຮ່ຮ້ອງດ້ວຍຄວາມຍິນດີ ແລະ ຮ້ອງດັງໆ, ເຈົ້າຜູ້ບໍ່ເຄີຍເຈັບທ້ອງເກີດລູກ; ເພາະວ່າລູກຂອງຍິງທີ່ໂດດດ່ຽວ ກໍຍັງມີຫລາຍກວ່າລູກຂອງຍິງຜູ້ທີ່ມີຜົວ”.
ຫາງຂອງພະຍານາກນັ້ນໄດ້ກວາດໜຶ່ງສ່ວນສາມຂອງດວງດາວໃນທ້ອງຟ້າ ແລະ ແກວ່ງດວງດາວນັ້ນລົງໃສ່ແຜ່ນດິນໂລກ. ພະຍານາກນັ້ນຢືນຢູ່ຕໍ່ໜ້າແມ່ຍິງຜູ້ທີ່ກຳລັງຈະເກີດລູກ, ເພື່ອວ່າມັນຈະໄດ້ກິນເດັກນ້ອຍດ້ວຍຄວາມຫິວໂຫຍໃນທັນທີທີ່ເດັກນັ້ນເກີດມາ.